ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານ ບໍລິສັດ ໂຕໂຢຕາ ວ່າ ການເອີ້ນລົດຄືນ ກໍບໍ່ແມ່ນ ເລື່ອງທີ່ຂີ້ຮ້າຍ (ວີດີໂອ)


ustoyota20mar14
please wait
Embed

No media source currently available

0:00 0:00:50 0:00
ປະທານ​ບໍລິສັດ​ຜະລິດ​ລົດ​ໂອ​ໂຕ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ຄື​ບໍລິ
ສັດ​ໂຕ​ໂຢຕາ​ຍີ່​ປຸ່ນ ກ່າວໃຫ້​ຮູ້​ໃນ​ວັນ​ສຸກສັບປະດາ​ແລ້ວ​ນີ້ວ່າ
ການ​ເອີ້ນ​ລົດ​ຄືນ ກໍ​ບໍ່​ຂີ້ຮ້າຍ​ສຳລັບ​ພວກ​ຜູ້​ຊົ​ມ​ໃຊ້​ລົດທັງຫຼາຍ
ຫຼັງ​ຈາກທາງ​ບໍລິສັດໄດ້​ຕົກລົງ​ທີ່​ຈະ​ເສຍ​ຄ່າ​ປັບ​ໄໝ​ໃຫ້​ສະຫະ
ລັດ​ເພື່ອ​ແກ້​ໄຂ​ບັນຫາການ​ສືບສວນ​ທາງ​ອາຍາ​ນັ້ນ.

ທ່ານ Aiko Toyoda ບໍ່​ໄດ້​ກ່າວ​ຖ້ອຍ​ຖະ​ແຫຼ​ງ​ໃດໆ​ໃຫ້​ຊາບ
​ກ່ຽວ​ກັບ​ບໍລິສັດ​ໂຕ​ໂຢຕາຍອມຮັບ​ຜິດ​ ທີ່​ວ່າ​ເຮັດ​ໃຫ້​ຄົນ​ເຂົ້າ​
ໃຈ​ຜິດ​ໂດຍ​ເຈດ​ຕະນາ ກ່ຽວ​ກັບ​ບັນຫາ​ດ້ານ​ຄວາມ​ປອດ​ໄພ
​ທີ່​ເປັນ​ອັນຕະລາຍ​ເຖິງ​ຕາຍ​ ມາ​ເປັນ​ເວລາ​ຫຼາຍ​ປີ​ນັ້ນ ຊຶ່ງ​ທ່ານ
Toyoda ກ່າວ​ວ່າ “ຂ້າພະ​ເຈົ້າ​ຢາກ​ໃຫ້​ຜູ້​ຄົນ​ເຊົາ​ຄິດ​ໃນ​
ເວລານີ້ວ່າ ການ​ເອີ້ນ​ລົດ​ຄືນ​ນັ້ນ ​ແມ່ນ​ເທົ່າ​ກັນ​ກັບ​ສິ່ງ​ທີ່ຂີ້ຮ້າຍ​ນັ້ນ. ສຳລັບ​ພວກ​ເຮົາແລະ​ບຸກຄົນ​ອື່ນໆ​ໃນ​ວົງການ​ອຸດສາຫະກຳ ການ​ເອີ້ນ​ລົດ​ຄືນ​ເຫຼົ່າ​
ນີ້​ໝາຍ​ຄວາມ​ວ່າ ​ເມື່ອ​ເວລາ​ໃດ​ເຮົາ​ພົບ​ພໍ້​ບັນຫາ​ແລ້ວ ພວກ​ເຮົາ​ຕ້ອງ​ໃຫ້​
ແນ່​ໃຈ​ວ່າມີ​ການ​ສ້ອມ​ແປງ​ລົດ​ໃນ​ທັນທີ ​ແລະ​ວ່າພວກ​ຊົມ​ໃຊ້​ລົດ​ຫຼື​ລູກ​ຄ້າ ມີຄວາມປອດ​ໄພ ​ແລະ​ມີ​ຄວາມ​ໝາຍ​ເຊັ່ນ​ກັນ​ວ່າ ພວກ​ເຮົາ​ຈະ​ຕ້ອງ​ເພີ້​ມ
ການ​ປັບປຸງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ຂອງ​ເຮົາ​ຂຶ້ນ​ຕື່ມ.”


ທ່ານ Eric Holder ລັດຖະມົນຕີ​ຍຸຕິ​ທຳ​ສະຫະລັດ ປະກາດ​ການ​ແກ້​ໄຂ​ບັນຫາ​
ກ່ຽວ​ກັບຄະດີ​ດັ່ງກ່າວ​ ທີ່​ມີ​ມາ​ໄດ້ 4 ປີ​ແລ້ວ​ນັ້ນ ​ໃຫ້​ຮູ້​ຢູ່​ທີ່​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ພຸດ​
ວານ​ນີ້ ​ໂດຍ​ເອີ້ນການ​ປະພຶດ​ຂອງ​ບໍລິສັດ​ໂຕ​ໂຢຕາ​ວ່າ ​“ເປັນເລື້ອງ​ທີ່​ໜ້າອັບ
ອາຍ
ຂາຍ​ໜ້າ.”

ການ​ສືບ​ສວນ​ດັ່ງກ່າວ​ໄດ້​ເພ່ງ​ເລັງ​ໃສ່​ຂອບ​ເຂດ​ທີ່​ບໍລິສັດ​ໂຕ​ໂຢຕາ ​ໄດ້​ພະຍາຍາມ​ປົກ​ປິດ​ບັນຫາ​ຕ່າງໆ​ກ່ຽວ​ກັບ​ຄັນ​ເລັ່ງນ້ຳມັນ ຂອງ​ລົດ​ໂຕ​ໂຢຕາ ​ແລະ​ລົດ Lexus ບາງ​ຮຸ່ນ​ໃນ​ປີ 2009 ​ແລະ​ປີ 2010. ຄັນ​ເລັ່ງທີ່​ຂາດ​ຕົກ​ບົກພ່ອງຫຼື​ບໍ່​ເຮັດໜ້າທີ່​ຕາມ​ປົກກະຕິ
ນັ້ນ ໄດ້ພາ​ໃຫ້​ເກີດ​ອຸບັດ​ເຫດ​ຕຳ​ກັນ​ທີ່ເປັນ​ອັນຕະລາຍ​ເຖິງ​ຕາຍໄດ້​ໃນ​ຂະນະ​ທີ່​ພວກ​ຂັບ​ລົດ​ບໍ່ສາມາດຄວບ​ຄຸມ​ລົດ​ຂອງ​ເຂົາ​ເຈົ້າ​ໄດ້ ​ເວລາ​ລົດ​ເຫຼົ່າ​ນີ້​ໄດ້ເພີ້ມຄວາມໄວຂຶ້ນ
ສູ່ລະດັບສູງ ໃນທັນທີທັນໃດ ​ໂດຍທີ່​ຄົນ​ຂັບ​ບໍ່​ໄດ້ຢຽບຄັນເລັ່ງເລີຍ.
XS
SM
MD
LG