ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ແກັ​ສ​ຮົ່ວ ຢູ່​ອາ​ຟ​ຣິ​ກາ​ໃຕ້ ເຮັດ​ໃຫ້ 17 ຄົນ​ເສຍ​ຊີ​ວິດ ຊຶ່ງ​ເຈົ້າ​ໜ້າ​ທີ່​ແນະ​ວ່າ ພົວ​ພັນ​ກັບ​ການ​ຂຸດ​ບໍ່​ແຮ່ ທີ່​ຜິດ​ກົດ​​ໝາຍ


​ຕຳ​ຫຼວດ​ຢືນ​ຢູ່​ໃກ້ໆ​ສົບ​ທີ່​ເອົາ​ຜ້າ​ປົກ​ໄວ້ ຢູ່​ຄຸ້ມ​ແອງ​ເກີ​ໂລ ໃກ້​ກັບ​ບ້ານ​ບັອກ​ສ​ເບີກ ອາ​ຟ​ຣິ​ກາ​ໃຕ້ ເມື່ອ​ວັນ​ທີ 6 ກໍ​ລະ​ກົດ 2023.
​ຕຳ​ຫຼວດ​ຢືນ​ຢູ່​ໃກ້ໆ​ສົບ​ທີ່​ເອົາ​ຜ້າ​ປົກ​ໄວ້ ຢູ່​ຄຸ້ມ​ແອງ​ເກີ​ໂລ ໃກ້​ກັບ​ບ້ານ​ບັອກ​ສ​ເບີກ ອາ​ຟ​ຣິ​ກາ​ໃຕ້ ເມື່ອ​ວັນ​ທີ 6 ກໍ​ລະ​ກົດ 2023.

ມີ​ບໍ່​ຕ່ຳ​ກວ່າ 17 ຄົນ ຮວມ​ທັງ​ເດັກ​ນ້ອຍ​ຫຼາຍໆ​ຄົນ ໄດ້​ເສຍ​ຊີ​ວິດ​ຍ້ອນ​ແກັ​ສ​ຮົ່ວທີ່​ບ້ານ​ຄົນ​ທຸກ​ແຫ່ງ​ນຶ່ງ​ ໃນ​ອາ​ຟ​ຣິ​ກາ​ໃຕ້. Kate Bartlett ມີ​ລາຍ​ງານ​ຈາກ​ນະ​ຄອນ​ໂຈ​ແຮນ​ແນັ​ສ​ເບີກວ່າ ເຈົ້າ​ໜ້າ​ທີ່​ພວມ​ທຳ​ການ​ສືບ​ສວນ​ເພື່ອ​ຊອກ​ຫາ​ແຫຼ່ງ​ທີ່​ມາ​ຂອງແກັ​ສຮົ່ວ. ​ໄພ​ສານ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ເດັກ​ອາ​ຍຸ​ນຶ່ງ​ປີ ແມ່ນ​ຜູ້​ເຄາະ​ຮ້າຍອາ​ຍຸ​ນ້ອຍ​ສຸດທີ່​ເສຍ​ຊີ​ວິດ​ຍ້ອນ​ແກັ​ສ​ຮົ່ວ​ຢູ່ບ້ານ​ບອກ​ສ​ເບີກ ນອກ​ນະ​ຄອນ​ໂຈ​ແຮນ​ແນັ​ສ​ເບີກ ເມື່ອ​ຄືນ​ວັນ​ພຸດ​ແລ້ວນີ້. ໂຄ​ສົກ​ຂອງ​ຕຳ​ຫຼວດ ພັນ​ເອກດີ​ມາ​ກັ​ສ​ໂຊ ເນັບ​ຮູ​ຮູ​ລີ ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ໂຕ​ເລກ ​ຜູ້​ເສ​ຍ​ຊີ​ວິດ ຊຶ່ງ​ທ່ານ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ປະ​ມານ 17 ຄົນ ຮວມ​ທັງ​ເດັກ​ນ້ອຍ 4 ຄົນ​ໄດ້​ປະ​ກາດ​ວ່າເສຍ​ຊີ​ວິດ ຫຼັງ​ຈາກ​ເຂົາ​ເຈົ້າ​ຫາຍ​ໃຈ​ເອົາ​ໃນ​ອັນ​ທີ່​ສົງ​ໄສວ່າ ເປັນ​ແກັ​ສ​ຮົ່ວ ​ຈາກ​ຄຸ້ມແອງ​ເກີ​ໂລ ​ຢູ່​ທີ່​ບ້ານບອກ​ສ​ເບີກ.. ຕຳ​ຫ​ລວດ​ໄດ້​ເລີ້ມເປີດ​ການ​ສືບ​ສວນ​ເພື່ອ​ຢາກ​ຮູ້​ຈັກ​ວ່າ​ແມ່ນ​ຫຍັງ​ຄື​ສາ​ເຫດ.”

ຕຳ​ຫຼວດ​ພວມ​ທຳ​ການ​ສືບ​ສວນ​ເບິ່ງວ່າ ມີ​ພວກ​ລັກ​ຂຸດ​ບໍ່​ແຮ່​ແບບ​ຜິດ​ກົດ​ໝາຍ​ທີ່​ເອີ້ນ​ວ່າ “zama zamas” ​ຫຼື​ບໍ່.

ປະ​ຊາ​ຊົນ​ທີ່​ຢູ່​ໃນ​ຄຸ້ມ​ດັ່ງ​ກ່າວ ມີ​ການ​ກ່າວ​ຫາ​ວ່າ ພວກ​ຂຸດ​ບໍ່​ແຮ່​ໄດ້​ລັກ​ລອບ​ປະ​ຕິ​ບັດ​ງານ​ຢູ່​ໃນ​ເຂດ​ດັ່ງ​ກ່າວ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ມີ​ການ​ພົບ​ເຫັນຖັງ​ແກັ​ສ​ໄນ​ເຕ​ຣັດ​ອອກ​ໄຊ ຊຶ່ງ​ອາດ​ມີ​ການ​ນຳ​ໃຊ້​ສຳ​ລັບ​ກິດ​ຈະ​ການ​ຂອງ​ພວກ​ເຂົາ. ​ແກັ​ສ​ດັ່ງ​ກ່າວ ບາງ​ເທື່ອ​ມີ​ການ​ນຳ​ໃຊ້​ເພື່ອ​ສະ​ກັດ​ເອົາ​ຄຳ​ຈາກດິນ ທີ່​ຖືກ​ນຳ​ຂຶ້ນ​ມາ​ຈາກ​ພື້ນ​ດິນ.

ການ​ຂຸດ​ບໍ່​ແຮ່​ແບບ​ຜິດ​ກົດ​ໝາຍ​ ແມ່ນ​ມີການ​ປະ​ຕິ​ບັດ​ກັນ ​ຢ່າງ​ແຜ່ກວ້າງ ​ໃນ​ເຂດ​ນະ​ຄອນ​ໂຈ​ແຮນ​ແນັ​ສເບີກ ຫົວ​ເມືອງ​ທີ່​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕ​ຍ້ອນ​ຄົນ​ໄປ​ຊອກ​ຫາ​ຄຳ​ໃນ​ຊຸມ​ປີ 1800 ແລະ​ເປັນ​ບ່ອນ​ຊຶ່ງ​ໃນ​ປັ​ດ​ຈຸ​ບັນ​ ຍັງ​ມີ​ຂຸມ​ບໍ່​ແຮ່​ທີ່​ບໍ່​ໄດ້​ໃຊ້ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ພວກ​ Zama Zamas ໄດ້​ຫາ​ລ້ຽງ​ຊີ​ວິດ​ແບບ​ອັນ​ຕະ​ລາຍ​ຢູ່​ໃຕ້​ອຸ​ໂມງ ທີ່​ຢູ່​ຂ້າງ​ລຸ່ມ​ຂອງ​ນະ​ຄອນ​ດັ່ງ​ກ່າວ ໂດຍ​ຫວັງ​ວ່າ​ຈະ​ພົບ​ຄຳ​ ແລະ​ກໍ​ກາຍ​ເປັນ​ຄົນ​ລ້ຳ​ລວຍ.

ຢູ່​ໃນ​ຖະ​ແຫລງ​ການ ປະ​ທາ​ນາ​ທິ​ບໍ​ດີ​ເຊ​ຣິ​ລ ຣາ​ມາ​ໂພ​ຊາ ໄດ້​ສົ່ງ​ຄວາມ​ເສົ້​າ​ສະ​ຫຼົດ​ໃຈ​ໄປ​ຫາ​ຄອບ​ຄົວ​ທີ່​ໄດ້​ຮັບ​ຜົນ​ກະ​ທົບແລະ​ຮຽກ​ຮ້ອງ​ໃຫ້ “ພວກ​ນັກ​ສືບ​ສວ​ນ ຊອກ​ຫາ​ສາ​ເຫດ ທີ່​ພາ​ໃຫ້​ເກີດ​ເຫດ​ຮ້າຍ​ໃນ​ຄັ້ງ​ນີ້.”

ປະ​ຊາ​ຊົນ​ທີ່​ຄຸ້ມ​ດັ່ງ​ກ່າວ ໄດ້​ບອກ​ກັບ​ສື່ມວນ​ຊົນ​ຢູ່​ໃນ​ທ້ອງ​ຖິ່ນ​ວ່າ ມີ​ກິ່ນ​ຂິວ​ຢ່າງ​ແຮງ ​ໄຫຼ​ເຂົ້າ​ໄປ​ໃນ​ຕູບ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ ​ຜູູ້​ຄົນ “ລົ້ມ​ຕາຍ​ກັນເປັນ​ເກື່ອນ.”

ມີ​ອີກ​ຫຼາຍໆ​ຄົນ​ໄດ້​ຖືກ​ນຳ​ໂຕ​ສົ່ງ​ໂຮງ​ພະ​ຍາ​ບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG