ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ທ່ອງ​ທ່ຽວ ​​ຢ້ຽມ​ຢາມ ​ເມືອງ​ມໍ​ລະ​ດົກ​ໂລກ ຫຼວງພະ​ບາງ ຫລຸດ​ລົງ ຫຼາຍກວ່າ 6 ເປີ​ເຊັນ ໃນ​ຊ່ວ​ງ 6 ເດືອນຕົ້ນ ປີ 2019


ພາບ​ຖ່າຍ​ເທີງ​ອາ​ກາດ ຂອງ​ເສັ້ນ​ທາງ​ໃນ​ໃຈ​ກາງ​ເມືອງ​ມໍ​ລະ​ດົກ​ໂລກ ຫຼວງ​ພະ​ບາງ
ພາບ​ຖ່າຍ​ເທີງ​ອາ​ກາດ ຂອງ​ເສັ້ນ​ທາງ​ໃນ​ໃຈ​ກາງ​ເມືອງ​ມໍ​ລະ​ດົກ​ໂລກ ຫຼວງ​ພະ​ບາງ

ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ເມືອງ​ມໍ​ລະ​ດົກ​ໂລກ ຫລວງພະ​ບາງ ຫລຸດ​ລົງຫຼາຍກວ່າ 6 ເປີ​ເຊັນ ໃນ​ຊ່ວ​ງ 6 ເດືອນຕົ້ນ​ປີ 2019 ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ຫລວງ​ພະ​ບາງ ບໍ່​ບັນ​ລຸ​ຄາດ​ໝາຍ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໃນ​ປີນີ້.


ທ່ານ​ນາງ​ສຸ​ດາ​ພອນ ຄົມ​ທະ​ວົງ ຮອງ​ຫົວ​ໜ້າ​ພະ​ແນກ​ຖະ​ແຫລງ​ຂ່າວ-ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ ປະ​ຈຳ​ແຂວງ​ຫລວງ​ພະ​ບາງ ຖະ​ແຫລງຍອມ​ຮັບ​ວ່າ ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2019 ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ເມືອງ​ມໍ​ລະ​ດົກ​ໂລກ​ຫລວງ​ພະ​ບາງ ຈຳ​ນວນ 412,932 ຄົນ ໂດຍ​ຫລຸດ​ລົງ​ເຖິງ 6.67 ເປີ​ເຊັນ​ ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ໃນ​ປີ 2018 ສ່ວນ​ສາ​ເຫດ​ທີ່ເຮັດ​ໃຫ້​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຫລຸດ​ລົງ​ດັ່ງ​ກ່າວ ກໍ​ເພາະ​ວ່າ ສະ​ພາບ​ການ​ທາງ​ເສດ​ຖະ​ກິດ​ທີ່​ຕົກ​ຕ່ຳ ແລະ​ສົມ​ທົບ​ດ້ວຍ​ສະ​ພາບ​ອາ​ກາດ​ຮ້ອນ ຈຶ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດບໍ່​ເດີນ​ທາງ​ເຂົ້າ​ມາ​ລາວ ດັ່ງ​ທີ່ ທ່ານ​ນາງ​ສຸ​ດາ​ພອນ ໃຫ້​ການ​ຢືນ​ຢັນ​ວ່າ:

“ໃນ​ໄລ​ຍະ 6 ເດືອນ​ຜ່ານ​ມານີ້ ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ໃນ​ແຂວງ​ຫລວງ​ພະ​ບາງ 412,923 ຄົນ​ທຽບ​ໃສ່​ໃນ​ໄລ​ຍະ​ດຽວ​ກັນ ຂອງ​ປີ​ຜ່ານ​ມາ​ຫລຸດ​ລົງ 6.67 ເປີ​ເຊັນ ສາ​ເຫດ​ເປັນ​ຍ້ອນ​ລະ​ດູ​ການ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ນ້ອຍ ບວກ​ໃສ່​ອາ​ກາດ​ຮ້ອນ-ອົບ​ເອົ້າ​ຂອງ​ບ້ານ​ເຮົາ ນັກ​ທ່ອງ​ທ່ຽວ​ຈາກ​ທະ​ວີບ​ຢູ​ໂຣບ ຈາກ​ທະ​ວີບ​ອາ​ເມ​ຣິ​ກາ ແລ້ວ​ກະ​ນັກ​ທ່ອງ​ທ່ຽວ​ຊາຍ​ແດນ​ເຊັ່ນ​ມາ​ຈາກ​ປະ​ເທດ​ກຳ​ປູ​ຊາ ພະ​ມ້າ ຫວຽດ​ນາມ ກໍ​ບໍ່​ມາ​ທ່ຽວ​ໃນ​ຊ່ວງນີ້.”

ໂດຍ​ໃນ​ປີ 2019 ທາງ​ການ​ແຂວງ​ຫລວງ​ພະ​ບາງ ໄດ້​ວາງ​ຄາດ​ໝາຍ​ວ່າ ຈະ​ມີ​ນັກ​ທ່ອງ​ທ່ຽວຫຼາຍກວ່າ 800,000 ຄົນ ທີ່​ຈະ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ເມືອງ​ມໍ​ລະ​ດົກ​ໂລກ ຫລວງ​ພະ​ບາງ ໃນ​ນີ້​ຈະ​ເປັນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ຫຼາຍກວ່າ 600 ຄົນ ອັນ​ຈະ​ເຮັດ​ໃຫ້​ພາກ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ສ້າງ​ລາຍ​ຮັບ​ໄດ້​ເກີນກວ່າ 210 ລ້ານ​ໂດ​ລາ ຫາກ​ແຕ່​ການ​ທີ່​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ເຂົ້າ​ມາ​ໃນ​ແຂວງ​ຫລວງ​ພະ​ບາງ​ຫລຸດ​ລົງ​ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2019 ດັ່ງ​ກ່າວ ຈຶ່ງ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ບັນ​ບັນ​ລຸ​ຄາດ​ໝາຍ​ທີ່​ວາງ​ໄວ້ ທັງ​ຍັງ​ຄາດ​ໝາຍ​ວ່າ ຈະ​ມີ​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ເຂົ້າ​ມາ​ໃນ​ແຂວງ​ຫລວງ​ພະ​ບາງ​ຫລຸດ​ລົງ​ຈາກ​ປີ 2018 ອີກ​ດ້ວຍ.

ບັນ​ດາພະ​ພຸດ​ທະ​ຮູບ​ເກົ່າ​ແກ່ ຢູ່​ໃນ​ຖ້ຳ​ຕິ່ງ ແຂວງ​ຫລວງ​ພະ​ບາງ
ບັນ​ດາພະ​ພຸດ​ທະ​ຮູບ​ເກົ່າ​ແກ່ ຢູ່​ໃນ​ຖ້ຳ​ຕິ່ງ ແຂວງ​ຫລວງ​ພະ​ບາງ

ທັງ​ນີ້ ໃນ​ປີ 2018 ມີ​ນັກ​ທ່ອງ​ທ່ຽວ 755,000 ກວ່າ​ຄົນ ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ເມືອງ​ມໍ​ລະ​ດົກ​ໂລກ ຫລວງ​ພະ​ບາງ​ ໃນ​ນີ້ ເປັນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ 550,000 ກວ່າ​ຄົນ ເພີ່ມ​ຂຶ້ນ​ເກີນກວ່າ 15 ເປີ​ເຊັນ ທຽບ​ກັບ​ປີ 2017 ຊຶ່ງ​ກໍ​ເຮັດ​ໃຫ້​ພາກ​ບໍ​ລິ​ການ ແລະ​ທ່​ອງ​ທ່ຽບ​ໃນ​ແຂວງ​ຫລວງ​ພະ​ບາງ​ມີ​ລາຍ​ຮັບ​ເກີນກວ່າ 200 ລ້ານ​ໂດ​ລາ ຫາກ​ແຕ່​ການ​ຫລຸດ​ລົງ​ດັ່ງ​ກ່າວ ກໍ​ຍ່ອມ​ຈະ​ເຮັດ​ໃຫ້​ລາຍ​ຮັບ​ໃນ​ພາກ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ຂອງ​ແຂວງ​ຫລວງ​ພະ​ບາງ​ໃນ​ປີ 2019 ຫລຸດ​ລົງ​ດ້ວຍ​ເຊັ່ນ​ກັນ ໂດຍ​ເຖິງ​ແມ່ນ​ວ່າ The Wanderlust Magazine ວາ​ລະ​ສານ​ການ​ທ່ອງ​ທ່ຽວ​ລະ​ດັບ​ແນວ​ໜ້າ​ຂອງ​ໂລກ ໃນ​ປະ​ເທດ​ອັງ​ກິດ ຈະ​ໄດ້​ລາຍ​ງານ​ການ​ຈັດ​ອັນ​ດັບ​ເມືອງ​ທ່ອງ​ທ່ຽວຍອດ​ນິ​ຍົມ ປະ​ຈຳ​ປີ 2019 ວ່າ ເມືອງ​ມໍ​ລະ​ດົກ​ໂລກ​ຫລວງ​ພະ​ບາງ ໄດ້​ຖືກ​ຈັດ​ໃຫ້​ເປັນ​ເມືອງຍອດ​ນິ​ຍົມ​ອັນ​ດັບ 1 ທີ່​ສາ​ມາ​ຊິກ​ຂອງວາ​ລະ​ສານ​ຢາກ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຊົມຫຼາຍ​ທີ່​ສຸດ​ກໍ​ຕາມ.

ທາງ​ດ້ານ ທ່ານ​ສາຍ​ສະ​ໝອນ ຄົມ​ທະ​ວົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຈາກ​ແຂວງ​ຫລວງ​ພະ​ບາງ ຢືນ​ຢັນ​ວ່າ ພາກ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນ​ແຂວງ​ຫລວງ​ພະ​ບາງ​ກຳ​ລັງ​ປະ​ເຊີນ​ບັນ​ຫາ​ໃນຫຼາຍ​ດ້ານ ໃນ​ປັດ​ຈຸ​ບັນ ຊຶ່ງ​ເຮັດ​ໃຫ້​ການ​ຈັດ​ເກັບ​ກອງ​ທຶນ​ທ່ອງ​ທ່ຽວບໍ່​ໄດ້​ຕາມ​ແຜນ​ການ​ທີ່​ວາງ​ໄວ້ ທັງ​ຍັງ​ມີ​ການ​ດຳ​ເນີນ​ທຸ​ລະ​ກິດ ທີ່​ຂັດ​ຕໍ່​ລະ​ບຽບ-ກົດ​ໝາຍ​ດ້ານ​ການ​ທ່ອງ​ທ່ຽວ ແລະ​ການ​ກໍ່​ອາ​ຊະ​ຍາ​ກຳ​ໃນ​ຮູບ​ແບບ​ຕ່າງໆ ໃນ​ນີ້ ຮວມ​ເຖິງ​ການ​ລັກ​ເອົາ​ພະ​ພຸດ​ທະ​ຮູບ​ເກົ່າ​ແກ່​ໄປ​ເຖິງ 34 ອົງ ແລະ​ການ​ນຳ​ໃຊ້​ສັນ​ຍາ​ລັກ​ປູ່​ເຍີ້-​ຍ່າ​ເຍີ້ ຢ່າງບໍ່​ເໝາະ​ສົມ ດ້ວຍ​ການ​ນຳ​ເອົາ​ຫົວ​ຂອງ​ປູ່​ເຍີ້-​ຍ່າ​ເຍີ້ ມາ​ເປັນ​ແບບ​ການ​ປະ​ດັບ​ຢູ່​ໜ້າ​ເອີກ​ຂອງ​ຜູ້​ຍິງ​ໃນ​ວົງ​ການ​ແຟ​ຊັ້ນ ຈຶ່ງ​ກໍ​ເປັນ​ການບໍ່​ເຄົາ​ລົບ​ຕໍ່​ສິ່ງ​ສັກ​ສິດ​ທີ່​ຊາວ​ຫລວງ​ພະ​ບາງ ກາບ​ໄຫວ້-ບູ​ຊານັ້ນ​ເອງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ຊາວ​ເມືອງ​ຫລວງ​ພະ​ບາງ​ທີ່​ຍັງ​ຮັກ​ສາ​ໄດ້​ທັງ​ວັດ​ທະ​ນະ​ທຳ ຮີດ​ຄອງ​ປ​ະ​ເພ​ນີ ວິ​ຖີ​ຊີ​ວິດ​ດັ່ງ​ເດີມ ປະ​ຫວັດ​ສາດ ແລະ​ທຳ​ມະ​ຊາດ​ອັນ​ສວຍ​ງານ ທັງ​ຍັງ​ສາ​ມາດ​ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ ທີ່​ຕົກ​ລົງ​ໄວ້ ໄດ້​ຢ່າງ​ເຄັ່ງ​ຄັດ ເຊັ່ນ​ການກໍ່​ສ້າງ ແລະ​ບູ​ລະ​ນະ​ຊ້ອມ​ແປງ​ເຮືອນ ອາ​ຄານ ວັດ ແລະ​ສະ​ຖານ​ທີ່​ຕ່າງໆ ທີ່​ຈະ​ຕ້ອງ​ໄດ້​ຮັກ​ສາ​ຮີດ​ຄອງ​ອັນ​ດີ​ງາມ ແລະ​ສິ່ງ​ດັ່ງ​ເດີມ​ທີ່​ເປັນ​ເອກ​ກະ​ລັກ​ຂອງ​ຫລວງ​ພະ​ບາງ​ໄວ້​ຢ່າງ​ຄົບ​ຖ້ວ​ນ ການ​ພັດ​ທະ​ນາ ແລະ​ອະ​ນຸ​ລັກ​ມໍ​ລະ​ດົກ​ໂລກ ໄດ້​ຕາມ​ຂໍ້​ກຳ​ນົດ​ຂອງ UNESCO ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ ກໍ​ເຮັດ​ໃຫ້​ທາງ​ການ​ແຂວງ​ຫລວງ​ພະ​ບາງ ເຊື່ອ​ໝັ້ນ​ວ່າ ນັກ​ທ່ອງ​ທ່ຽວ​ຈະ​ເດີນ​ທາງ​ມາ​ຫລວງ​ພະ​ບາງ ເພີ້ມ​ຂຶ້ນ ໃນ​ປີ 2020.

XS
SM
MD
LG