ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທາງ​ການ​ລາວ ຈັດ​ໃຫ້​ປີ 2019 ເປັນ​ປີ​ການ​ທ່ອງ​ທ່ຽວ ລາວ - ຈີນ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ


ປີ​ການ​ທ່ອງ​ທ່ຽວ ລາວ - ຈີນ
ປີ​ການ​ທ່ອງ​ທ່ຽວ ລາວ - ຈີນ

ທາງການລາວ​ວາງ​ເປົ້າ​ໝາຍ​ຈະ​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ
ຫຼາຍກວ່າ 1 ລ້ານ​ຄົນ ທີ່​ຈະ​ເດີນ​ທາງ​ເຂົ້າ​ມາ​ລາວ ໃນ​ປີ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ
​ລະ​ຫວ່າງ​ລາວ​ກັບ​ຈີນ ໃນ​ຕະ​ຫຼອດ​ປີ 2019 ນີ້ ​ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​
ບາງກອກ.

ທ່ານ​ບໍ່​ແສງ​ຄຳ ວົງ​ດ​າຣາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ
​ແລະ​ທ່ອງ​ທ່ຽວ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ​ເປົ້າ​ໝາຍ​ໃນ​ດ້ານ​ການ​ທ່ອງ​ທ່ຽວ​ໃນ​ປີ 2019
ຊຶ່ງ​ເປັນ​ປີ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ລາວ​ກັບ​ຈີນ​ນັ້ນ ກໍ​ຄື​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​
ຊາວ​ຈີນ​ໃຫ້​ເຂົ້າ​ມາ​ລາວ​ໃຫ້​ໄດ້​ຫຼາຍກວ່າ 1 ລ້ານ​ຄົນ ດ້ວຍ​ການ​ນຳ​ໃຊ້​ຈຸດ​ພິ​ເສດຂອງ​
ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ທີ່​ເປັນຮຸ້ນ​ສ່ວນ​ຍຸດ​ທະ​ສາດ​ໃນ​ການ​ພັດ​ທະ​ນາ
ຢ່າງ​ຮອບ​ດ້ານ ພາຍ​ໃຕ້​ຂໍ້​ລິ​ເລີ້ມ​ນຶ່ງ​ແລວ​ທາງ ນຶ່ງ​ເສັ້ນ​ທາງ ຂອງ​ລັດ​ຖະ​ບານ​ຈີນ
ແລະ​ຫຼັກ​ການ​ພົວ​ພັນ 4 ດີ​ ລະ​ຫວ່າງ​ລາວ-ຈີນ ກໍ​ຄື ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ-
ມິດ​ທີ່​ດີ-ສະ​ຫາຍ​ທີ່​ດີ-ຄູ່​ຮ່ວມ​ມື​ທີ່​ດີ​ນັ້ນ ດັ່ງ​ທີ່ ທ່ານ​ບໍ່​ແສງ​ຄຳ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ
“ຕະ​ຫຼອດ​ເວ​ລາ​ຜ່ານ​ມາ​ນີ້ ພວກ​ເຮົາ​ໄດ້​ມີ​ການ​ໄປ​ມາ​ຫາ​ສູ່​ແລກ​ປ່ຽນ​ຜູ້​ແທນ​ຂັ້ນ​ສູງ
ໂດຍ​ສະ​ເພາະ​ໃນ​ຂະ​ແໜງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ ພວກ​ເຮົາ​ກະ​ໄດ້ມີ​ການ​ຮ່ວມ​
ມື​ແລກ​ປ່ຽນ​ກັນ​ຢ່າງ​ເປັນ​ປະ​ຈຳ ພັກ-ລັດ ແລະ​ປະ​ຊາ​ຊົນ 2 ຊາດ ພ​ວກ​ເຮົາ​ນີ້​ໄດ້​ມີ
​ການ​ຮ່ວມ​ມື​ກັນ​ຢ່າງ​ດີ ຕາມ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ 4 ດີ ລະ​ຫວ່າງ​ລາວ​ແລະ​ຈີນ
ໂດຍ​ສະ​ເພາະ​ແມ່ນ​ໃນ​ຍຸກ​ໃໝ່​ນີ້ ຊຶ່ງ​ແມ່ນ​ຍຸກ​ແຫ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂໍ້​ລິ​ເລີ້ມ
​ນຶ່ງ​ແລວ​ທາງ-ນຶ່ງ​ເສັ້ນ​ທາງ.”

ທັງ​ນີ້ ໂດຍ​ລັດ​ຖະ​ບານ​ລາວ-ຈີນ ໄດ້​ຕົກ​ລົງ​ກຳ​ນົດ​ໃຫ້​ປີ 2019 ເປັນ​ປີ​ສົ່ງ​ເສີມ​ການ
​ທ່ອງ​ທ່ຽວ​ລາວ-ຈີນ ໃນ​ໂອ​ກາດ​ທີ່​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ລາວ​
ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຈີນ ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພຶດ​ສະ​ພາ 2018 ໂດຍກະ​ຊວງ
​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວລາວ-ຈີນ ກໍໄດ້ປະ​ຊຸມ​ຮ່ວມ​ກັນ ​ເພື່ອ​ກຳ​ນົດ
​ລາຍ​ລະ​ອຽດ​ຕ່າງໆ​ແລະ​ໄດ້​ຮ່ວມ​ກັນ ຈັດ​ພິ​ທີ​ເປີດ​ປີ​ທ່ອງ​ທ່ຽວລາວ-ຈີນ 2019
ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 25 ມັງ​ກອນ 2019ຢູ່​ນະ​ຄອນ​ວຽງ​ຈັນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ບໍ່​ແສງ​ຄຳ ຍອມ​ຮັບ​ວ່າ ພາກ​ສ່ວນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ
ຈາກ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ ທີ່​ເດີນ​ທາງ​ເຂົ້າ​ມາ​ໃນ​ລາວ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ກໍ​ຄື​ບັນ​ດາ​
ນັກ​ທຸ​ລະ​ກິດ​ຈີນ ທີ່​ລົງ​ທຶນໃນ​ພາກ​ທຸ​ລະ​ກິດ​ບໍ​ລິ​ການ​ແລະ​ທ່ອ​ງ​ທ່ຽວຢ່າງ​ຄົບ​ວົງ​ຈອນ​
ໃນ​ລາວ ຊຶ່ງ​ກໍ​ເຮັດ​ໃຫ້​ນັກ​ທຸ​ກິດ​ຈີນ​ເຫຼົ່າ​ນີ້ ໄດ້​ຮັບ​ຜົນ​ປະ​ໂຫຍດ ໃນ​ຖາ​ນະ​ທີ່​ເປັນ​ເຈົ້າ
​ຂອງ​ກິດ​ຈະ​ການ​ໂຮງ​ແຮມ ຮ້ານ​ອາ​ຫານ​ແລະ​ສະ​ຖານ​ບັນ​ເທີງ​ຕ່າງໆອີກ ​ທັງ​ຍັງ​ເປັນ​
ເຈົ້າຂອງ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ທີ່​ນຳ​ພາ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ​ເຂົ້າ​ມາ​ໃນ​ລາວ​ອີກ​ດ້​ວຍ
ໂດຍໃນ​ປີ 2016-2017 ຜ່ານ​ມາ ກໍ​ປາ​ກົດ​ວ່າ ​ມີ​ນັກທ່ອງ​ທ່ຽວ​ຊາວ​ຈີນເດີນ​ທາງມາ​ລາວ
ຈຳ​ນວນ​ຫຼາຍກວ່າ 1 ລ້ານ 2 ແສນ ຄົນ ຊຶ່ງ​ດ້ວຍ​ສະ​ພາບ​ການ​ດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​
ທຸ​ລະ​ກິດ​ບໍ​ລິ​ການ​ແລະ​ທ່ອງ​ທ່ຽວ​ຂອງ​ລາວ​ຕ້ອງ​ປັບ​ປຸງ​ຕົວ​ເອງ ເພື່ອ​ໃຫ້​ສາ​ມາດ​ແຂ່ງ​ຂັນ
​ກັບ​ບັນ​ດາ​ນັກ​ທຸ​ລະ​ກິດ​ຈີນ​ໃຫ້​ໄດ້ ທັງ​ໃນ​ດ້​ານ​ບຸກ​ຄະ​ລາ​ກອນ​ແລະ​ຄຸນ​ນະ​ພາບ​ການ​ໃຫ້​
ບໍ​ລິ​ການ​ທີ່​ຮວມ​ເຖິງ ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກສະ​ບາຍ​ຕ່າງ​ໆ ຢ່າງ​ຄົບ​ຖ້ວນ​ອີກ​ດ້ວຍ.

ສ່ວນ​ທ່ານ​ກົງ​ທອງ ພົງ​ພິ​ຈິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ​ພາຍ​ໃນ
​ໃຫ້​ການ​ຢືນ​ຢັນ​ວ່າ ການ​ດຳ​ເນີນ​ທຸ​ລະ​ກິດ​ບໍ​ລິ​ການແລະ​ທ່ອງ​ທ່ຽວ​ທີ່​ຜິດ​ລະ​ບຽບ​ກົດ​ໝາຍ​
ໃນ​ລາວ ຍັງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ຊຶ່ງ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ຫຍໍ້​ທໍ້​ທາງ​
ສັງ​ຄົມ​ໃນ​ລາວ ເພີ່ມ​ຂຶ້ນ​ເທົ່າ​ນັ້ນ ຫາກ​ແຕ່ ຍັງ​ໄດ້​ກະ​ທົບຕໍ່​ຜົນ​ປະ​ໂຫຍດ​ໂດຍ​ຮວມ​
ໃນ​ພາກ​ທຸ​ລະ​ກິດ​ບໍ​ລິ​ການແລະ​ທ່ອງ​ທ່ຽວໃນ​ລາວ​ດ້ວຍ.

ທາງ​ດ້ານ​ສະ​ມາ​ຄົ​ມ​ວິ​ໄຈ​ການ​ທ່ອງ​ທ່ຽວ​ອາ​ຊຽນ (ATRA) ລະ​ບຸ​ວ່າ ​ລາຍ​ຮັບຈາກ​ການ
​ທ່ອງ​ທ່ຽວ​ໃນ​ລາວ ມີ​ອັດ​ຕາສະ​ເລ່ຍ​ຕ່ຳ​ທີ່​ສຸດ​ໃນ​ກຸ່ມ​ອາ​ຊຽນ ກໍ​ຄື​ໃນ​ຂະ​ນະ​ທີ່​ປະ​ເທດ​
ອື່ນໆ ມີ​ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ ໃນ​ອັດ​ຕາສະ​ເລ່ຍ 12 ເປີ​ເຊັນ ຂອງຍອດ​ຜ​ະ​ລິດ​
ຕະ​ພັນ​ຮວມພາຍ​ໃນ (GDP) ຫາກ​ແຕ່​ລາວ​ກັບ​ມີ​ລາຍ​ຮັບ​ພຽງ 7 ເປີ​ເຊັນ ຂອງ GDP
ເທົ່າ​ນັ້ນ ນອກ​ຈາກ​ນີ້ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດ-ກັນ​ຍາ 2018 ຍັງ​ເປັນ​
ສາ​ເຫດ​ທີ່​ເຮັດ​ໃຫ້​ການຈັດ​ຕັ້ງປະ​ຕິ​ບັດປີ​ທ່ອງ​ທ່ຽວ​ລາວ 2018 ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ
​ທີ່​ວາງ​ໄວ້​ໃນ​ທຸກ​ດ້ານ.

ໃນ​ປີ 2018 ມີ​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ໃນ​ລາວ 3,868,831 ຄົນ
ຫາກ​ແຕ່​ວ່າ ລັດ​ຖະ​ບານ​ລາວ​ໄດ້​ວາງ​ແຜນ​ຄາດ​ໝາຍທີ່​ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຕ່າງ​
ຊາດ​ໃຫ້​ໄດ້ 5 ລ້ານ​ຄົນ ໃນ​ປີ 2018 ທີ່​ເປັນ​ປີ​ທ່ອງ​ທ່ຽວ​ລາວ​ເພື່ອ​ເຮັດ​ໃຫ້​ພາກ​ບໍ​ລິ​ການ
ໃນ​ລາວ ມີ​ລາຍ​ຮັບ​ເກີນກວ່າ 900 ລ້ານ ໂດ​ລາ ໃນ​ຕະ​ຫຼອດ​ປີ 2018 ດັ່ງ​ກ່າວ ຊຶ່ງ​ກໍ​
ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ບໍ່​ສາ​ມາດ ບັນ​ລຸ​ເປົ້າ​ໝາຍໄດ້ ​ໃນ​ຄວາມ​ເປັນ​ຈິງ ນັ້ນ​ເອງ
ສ່ວນ​ນັກ​ທ່ອງ​ທ່ຽວ​ຈີນ​ນັ້ນ ເດີນ​ທາງ​ເຂົ້າ​ມາ​ລາວ​ ຈຳ​ນວນ 799,929 ຄົນ ໃນ​ປີ 2018
ສະ​ນັ້ນ ການ​ບັນ​ລຸ​ເປົ້າ​ໝາຍ ດຶງ​ດູດ​ນັກ​ທ່ອງ​ທ່ຽວຈີນ​ໃຫ້​ໄດ້ 1 ລ້ານ ກວ່າ​ຄົນ ກໍ​ຄື​ການ
​ເພີ້ມ​ຈຳ​ນວນ​ນັກ​ທ່ອງ​ທ່ຽວຈີນ ໃຫ້​ໄດ້ ເກີນ​ກວ່າ 25 ເປີ​ເຊັນ ນັ້ນ​ເອງ.

XS
SM
MD
LG