ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກການທ່ອງທ່ຽວ ແລະການບໍລິການ ໃນລາວ ຄາດກັນວ່າ ຈະເລີ້ມຄຶກຄັກຂຶ້ນ ໃນປີ 2023 ນີ້


ນ້ຳຊອງ ທີ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ
ນ້ຳຊອງ ທີ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ

ໃນຂະນະທີ່ລາວ ພວມປະສົບກັບພາວະເງິນເຟີ້ ທີ່ທາງການລາວຍັງບໍ່ສາມາດແກ້ໄຂບັນຫານີ້ໄດ້ຢ່າງແທ້ຈິງເທື່ອ ເຮັດໃຫ້ສະພາບທຸລະກິດຝືດເຄືອງ ບັນດາຮ້ານຄ້າ ແລະທຸລະກິດຫຼາຍແຫ່ງທົ່ວລາວ ໄດ້ປິດກິດຈະການ ດັ່ງທີ່ວີໂອເອລາວ ໄດ້ລາຍງານໄປເມື່ອບໍ່ດົນມານີ້ ຫາກແຕ່ພາກການທ່ອງທ່ຽວແລະບໍລິການຂອງລາວ ກໍປາກົດວ່າ ກຳລັງຄຶກຄັກຂຶ້ນມາແດ່ແລ້ວ ສາເຫດນຶ່ງກໍເນື່ອງຈາກລັດຖະບານລາວ ໄດ້ຍົກເລີກມາດຕະການສະກັດກັ້ນ ພະຍາດໂຄວິດ ແລະອີກປະການນຶ່ງ ເມື່ອມໍ່ໆມານີ້ ອົງການຂ່າວ CNN ໄດ້ລາຍງານ ກ່ຽວກັບການເດີນທາງ ໃນວັນທີ 2 ມັງກອນ 2023 ທີ່ໄດ້ກຳນົດໃຫ້ລາວເປັນຈຸດໝາຍປາຍທາງສຳລັບການໄປທ່ອງທ່ຽວທີ່ດີທີ່ສຸດ ສະນັ້ນ ຈຶ່ງອາດຈະເຮັດໃຫ້ພາກທຸລະກິດດ້ານການທ່ອງທ່ຽວຂອງລາວ ຈະສົດໃສຂຶ້ນໃນປີ 2023 ນີ້.ນັກທ່ອງທ່ຽວຊາວອາເມຣິກັນທ່ານນຶ່ງ ຊື່ວ່າ ທ່ານໂຈເຊັບ ​ຊຶ່ງ​ທ່ານໄດ້ກ່າວວ່າ

ທ່ານໂຈເສັບ ຟີສສາຣໍຕີ ຢ້ຽມຢາມຫຼວງພະບາງ ຢູ່ຈຸດຊົມວີວເທິງວັດພູສີ, ເມືອງມໍລະດົກໂລກຂອງລາວ
ທ່ານໂຈເສັບ ຟີສສາຣໍຕີ ຢ້ຽມຢາມຫຼວງພະບາງ ຢູ່ຈຸດຊົມວີວເທິງວັດພູສີ, ເມືອງມໍລະດົກໂລກຂອງລາວ

“ຂ້ອຍໄດ້ເດີນທາງມາຮອດສະໜາມບິນວຽງຈັນ ຜ່ານຂັ້ນຕອນການກວດໜັງສືເດີນທາງຢ່າງງ່າຍດາຍ ຂ້ອຍຂໍວິຊາເມື່ອເດີນທາງຮອດສະໜາມບິນ ແລ້ວກວດເອກະສານເພື່ອຮັບປະກັນວ່າ ຂ້ອຍໄດ້ຮັບການສັກຢາວັກຊີນກັນໂຄວິດທົ່ວໄປ ຫຼັງຈາກຜ່ານພາສີອາກອນແລ້ວ ຕໍ່ຈາກນັ້ນຂ້ອຍຮູ້ສຶກຕື່ນເຕັ້ນທີ່ຈະໄດ້ອອກເດີນທາງໄປເມືອງວັງວຽງ ທີ່ເປັນເມືອງນ້ອຍແຫ່ງນຶ່ງຂອງລາວ ທີ່ຮູ້ຈັກກັນດີສຳລັບທິວທັດຂອງພູຜາທີ່ສວຍສົດງົດງາມ ຕໍ່ຈາກນັ້ນຂ້ອຍຈະເດີນທາງຕໍ່ໄປເມືອງເຟືອງ ແລະຫຼວງພະບາງ ຂອບໃຈ.”

ທ່ານໂຈເ​ຊັບ ເປັນນຶ່ງໃນນັກທ່ອງທ່ຽວຈາກສະຫະລັດ ແລະຈາກປະເທດອື່ນໆ ຕະຫຼອດທັງປະເທດເພື່ອນບ້ານ ທີ່ໄດ້ເດີນທາງເຂົ້າມາທ່ອງທ່ຽວລາວ ແລ້ວໄດ້ສະແດງຄວາມຮູ້ສຶກປະທັບໃຈ ກັບສະຖານທີ່ທ່ອງທ່ຽວທຳມະຊາດຂອງລາວ.

XS
SM
MD
LG