ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ຕຳຫຼວດ ຍອມ​ຮັບ​ວ່າ ມີ​ການ​ຮຽກ​​ເອົາ​ເງິນ​ຈາກ ບໍ​ລິ​ສັດ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ ຢູ່​ໃນ​ລາວ


ຕຳຫຼວດ​ລາວ ກວດ​ກາ​ໃບ​ຂັບ​ຂີ່​ຂອງ​ນັກ​ທ່ອ​ງ​ທ່ຽວ​ຊາວ​ຕ່າງ​ຊາດ ໃນ​ລາວ
ຕຳຫຼວດ​ລາວ ກວດ​ກາ​ໃບ​ຂັບ​ຂີ່​ຂອງ​ນັກ​ທ່ອ​ງ​ທ່ຽວ​ຊາວ​ຕ່າງ​ຊາດ ໃນ​ລາວ

ຫົວ​ໜ້າ​ຕຳຫຼວດ​ທ່ອງ​ທ່ຽວຍອມ​ຮັບ​ວ່າ ມີ​ການ​ປັບ​ໄໝ ແລະຮຽກ​ຮັບ​ເອົາ​ເງິນ​ຈາກ​ບັນ
ດາບໍລິສັດ ແລະ ນັກທ່ອງທ່ຽວຕ່າງຊາດທີ່ດຳເນີນທຸລະກິດ ຫຼື ຈັດຕັ້ງປະຕິບັດຜິດລະ
ບຽບກົດໝາຍທ່ອງທ່ຽວໃນ ລາວ.

ພັນ​ເອກ ກິ​ດ​ຕະ​ວົງ ສຸ​ຣິ​ຍາ ຫົວ​ໜ້າ​ກົມ​ຕຳ​ຫຼວດ​ທ່ອງ​ທ່ຽວ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ
ຫງົບພາຍໃນໃຫ້ການຍອມຮັບວ່າມີເຈົ້າໜ້າທີ່ຕຳຫຼວດທ່ອງທ່ຽວຈຳນວນນຶ່ງທີ່ປະຕິ
ບັດໜ້າທີ່ບໍ່ເປັນໄປຕາມລະບຽບກົດໝາຍ ດ້ວຍການສວຍໃຊ້ໂອກາດປັບໄໝ ແລະ
ຮຽກຮັບເອົາເງິນຈາກບັນດາບໍລິສັດ ແລະ ນັກທ່ອງທ່ຽວຊາວຕ່າງຊາດທີ່ດຳເນີນທຸລະ
ກິດ ຫຼື ຈັດຕັ້ງປະຕິບັດຜິດລະບຽບກົດໝາຍການທ່ອງທ່ຽວໃນ ລາວ ແລະ ເອົາເງິນທີ່
ໄດ້ຈາກການປັບໄໝນັ້ນໄປເປັນຜົນປະໂຫຍດສ່ວນຕົວ.

ສະ​ພາບ​ການ​ດັ່ງ​ກ່າວນີ້ ໄດ້​ຖືກ​ກະ​ແສ​ສັງ​ຄົມ​ວິ​ພາກວິ​ຈານ​ຢ່າງກວ້າງ​ຂວາງ​ເຖິງ​ຂະ​
ໜາດທີ່ມີການຖ່າຍທຳເປັນຄລິບ ວິດີໂອ ແລະ ນຳເຜີຍແຜ່ອອກສູ່ການຮັບຮູ້ໃນສັງຄົມ
ລາວໃນປັດຈຸບັນ ຊຶ່ງທາງການຕຳຫຼວດທ່ອງທ່ຽວຂອງລາວ ກໍໄດ້ໃຫ້ການອະທິບາຍວ່າ
ສາເຫດທີ່ເຮັດໃຫ້ເກີດບັນຫາແນວນີ້ໄດ້ນັ້ນ ກໍເພາະວ່າໃນພາກເອກະຊົນທີ່ດຳເນີນທຸ
ລະກິດການທ່ອງທ່ຽວ ກໍບໍ່ໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມລະບຽບກົດໝາຍເຊັ່ນ
ດຽວກັນ ໂດຍສະເພາະແມ່ນນັບຕັ້ງແຕ່ລັດຖະບານລາວໄດ້ປະກາດຍົກເລີການສົ່ງກຳ
ນົດການທ່ອງທ່ຽວ ກໍຄືບັນດາບໍລິສັດທ່ອງທ່ຽວບໍ່ຕ້ອງຈັດສົ່ງກຳນົດການທ່ອງທ່ຽວໃຫ້
ກັບໜ່ວຍງານລັດທີ່ກ່ຽວຂ້ອງແຕ່ຢ່າງໃດນັ້ນ ກໍປາກົດວ່າມີບໍລິສັດ ແລະ ໄກ້ນຳທ່ຽວຈຳ
ນວນບໍ່ໜ້ອຍທີ່ບໍ່ຕໍ່ທະບຽນໃນການດຳເນີນກິດຈະການຢ່າງຖືກຕ້ອງ ຈຶ່ງເຮັດໃຫ້ເກີດ
ເປັນຊ່ອງຫວ່າງໃຫ້ເຈົ້າໜ້າທີ່ຕຳຫຼວດທ່ອງທ່ຽວ ສວຍໃຊ້ເປັນຊ່ອງທາງໃນການສະ
ແຫວງຫາຜົນປະໂຫຍດໃຫ້ກັບຕົວເອງ ແລະ ບໍ່ໄດ້ເປັນການປັບໄໝທີ່ນຳເອົາລາຍໄດ້
ເຂົ້າລັດແຕ່ຢ່າງໃດ ດັ່ງທີ່ພັນເອກ ກິດຕະວົງ ໄດ້ໃຫ້ການຢືນຢັນວ່າ

"ສະ​ພາບ​ທີ່​ເກີດ​ຂຶ້ນ​ໃນ​ປັດ​ຈຸ​ບັນ​ນີ້​ຄື ບັນ​ຫາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປະ​ຈຳ​ຢູ່​ແຫຼ່ງນີ້ ເອົາ​ເງິນ
ນຳນັກທ່ອງທ່ຽວ ອັນນີ້ພວກຂ້າພະເຈົ້າກະບໍ່ປະຕິເສດ ແຕ່ວ່າຢາກສະເໜີວ່າ ຮັບແຕ່
ລັດຖະບານເພິ່ນມີຄຳສັ່ງແຈ້ງການຍົກເລີກ Telex ແລະ ຜູ້ປະກອບການຫຼະແມ່ນຍຸຕິ
ການປະຕິບັດລະບຽບກົດໝາຍ ເປັນຕົ້ນແມ່ນ ບໍ່ຕໍ່ໃບອະນຸຍາດດຳເນີນທຸລະກິດ ບໍລິ
ສັດທ່ອງທ່ຽວນີ້ຢູ່ໃນໄລຍະນັ້ນທີ່ໄດ້ຮັບອະນຸຍາດມີ 200 ກວ່າບໍລິສັດບໍ່ຕໍ່ໃບອະນຸຍາດ
ມາຮອດປີ 2017 ຫຼະມີຢູ່ 140 ກວ່າບໍລິສັດ ແລະ ພະນັກງານນຳທ່ຽວກໍບໍ່ຕໍ່ບັດພາ
ແຂກໄປທ່ອງທ່ຽວດ້ວຍຕົນເອງ."

ສ່ວນ​ທ່ານ ບໍ່​ແສງ​ຄຳ ວົງ​ດາ​ຣາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ-ວັດ​ທະ​ນະ
ທຳ ແລະ ທ່ອງທ່ຽວ ຍອມຮັບວ່າສາເຫດສຳຄັນທີ່ເຮັດໃຫ້ຊາວຕ່າງຊາດເດີນທາງເຂົ້າ
ມາທ່ຽວໃນລາວ ຫຼຸດລົງໃນໄລຍະຜ່ານມາມີ 2 ສາເຫດດ້ວຍກັນຄື ການບໍລິຫານວຽກ
ງານດ້ານການທ່ອງທ່ຽວໃນພາກລັດມີລັກສະນະຊ້ຳຊ້ອນກັນ ແລະ ການທ່ອງທ່ຽວໃນ
ລາວ ມີຄ່າໃຊ້ຈ່າຍຕ່າງໆສູງກວ່າປະເທດເພື່ອນບ້ານ ຈຶ່ງເຮັດໃຫ້ນັກທ່ອງທ່ຽວຊາວ
ຕ່າງຊາດບໍ່ຢາກເດີນທາງເຂົ້າມາໃນ ລາວ ອີກເທື່ອໃໝ່ ດັ່ງທີ່ທ່ານ ບໍແສງຄຳ ໄດ້ໃຫ້
ການຢືນຢັນວ່າ

"ການ​ບໍ​ລິ​ການ ການ​ເຂົ້າ-ອອກ​ຢູ່​ດ່ານ​ຕ່າງໆ​ຍັງ​ມີ​ຄວາມ​ຫຍຸ້ງ​ເຫຍີນ ຍັງ​ຊັກ​ຊ້າ ການ
ກວດກາຢູ່ຈຸດກວດກາ ແລະ ຢູ່ແຫຼ່ງທ່ອງທ່ຽວຕ່າງໆ ຫຼືວ່າຢູ່ຕາມຖະໜົນທີ່ຕິດພັນກັບ
ການປັບໄໝທີ່ບໍ່ສົມເຫດສົມຜົນເຮັດໃຫ້ນັກທ່ອງທ່ຽວ ບໍລິສັດທ່ອງທ່ຽວມີຄວາມບໍ່ສະ
ດວກສະບາຍໃນການມາທ່ອງທ່ຽວຢູ່ໃນປະເທດເຮົາ ການເກັບຄ່າການຂົນສົ່ງໂດຍ
ສານທີ່ຍັງສູງ ການເກັບຄ່າຜ່ານປະຕູເຂົ້າຊົມແຫຼ່ງທ່ອງທ່ຽວຕ່າງໆ ກະຍັງບໍ່ທັນສົມເຫດ
ສົມຜົນ ແລະ ນອກຈາກນັ້ນ ຄ່າຄອງຊີບຢູ່ປະເທດພວກເຮົານີ້ຍັງສູງ ຖ້າທຽບໃສ່ບັນດາ
ປະເທດໃກ້ຄຽງທີ່ນັກທ່ອງທ່ຽວເຂົາເຈົ້າຜ່ານມານັ້ນ ອັນນີ້ກະແມ່ນຄວາມເປັນຈິງອັນນຶ່ງ
ທີ່ພວກເຮົາຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ."

ໃນ​ປີ 2018 ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ລາວ ຈຳ​ນວນ 4,180,000
ກວ່າຄົນ ຊຶ່ງເພີ່ມຂຶ້ນ 8.2 ເປີເຊັນ ທຽບໃສ່ປີ 2017 ທີ່ມີນັກທ່ອງທ່ຽວຕ່າງຊາດເດີນ
ທາງເຂົ້າມາລາວ 3,868,000 ກວ່າຄົນໂດຍນັກທ່ອງທ່ຽວຈາກປະເທດໃນ ອາຊຽນ
ດ້ວຍກັນກໍຄືກຸ່ມທີ່ເດີນທາງເຂົ້າມາໃນ ລາວ ຫຼາຍທີ່ສຸດ ຕາມດ້ວຍນັກທ່ອງທ່ຽວຈາກ
ຈີນ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ຕາມລຳດັບ.

ທາງ​ດ້າ​ນ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ​ອາ​ຊຽນ ລະ​ບຸ​ວ່າ​ລັດ​ຖະ​ບານ ລາວ ຈະ​ຕ້ອງ​ດຳ​ເນີນ
ມາດຕະການຢ່າງຮອບດ້ານເຂົ້າໃນການພັດທະນາປັບປຸງເພື່ອຍົກລະດັບຄຸນນະພາບ
ການທ່ອງທ່ຽວໃນ ລາວ ໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງ ທັງນີ້ດ້ວຍການເພັ່ງເລັງ
ໃສ່ການຄຸ້ມຄອງສະຖານບັນເທີງ ແລະ ບໍລິການຕ່າງໆ ເພື່ອໃຫ້ດຳເນີນທຸລະກິດຕາມ
ລະບຽບກົດໝາຍຢ່າງເຂັ້ມງວດ ທັງຈະຕ້ອງສ້າງນິຕິກຳໃໝ່ໃນການຄຸ້ມຄອງທຸລະກິດບໍ
ລິການ ແລະ ທ່ອງທ່ຽວໃຫ້ສາມາດແຂ່ງຂັນກັບເພື່ອນບ້ານໄດ້ຢ່າງແທ້ຈິງອີກດ້ວຍ
ເພາະພາກການທ່ອງທ່ຽວໃນ ລາວ ໃນລາຍຮັບຕ່ຳສຸດໃນ ອາຊຽນ ໂດຍ ໄທ ມີລາຍຮັບ
ຈາກການທ່ອງທ່ຽວສູງສຸດ ກໍຄືຫຼາຍກວ່າ 62,870 ລ້ານໂດລາ ສ່ວນລາຍມີລາຍຮັບ
ພຽງແຕ່ 755 ລ້ານໂດລາເທົ່ານັ້ນໃນປີ 2018 ທີ່ຜ່ານມາ.

XS
SM
MD
LG