ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະ​ຈັດ ຂະບວນລົດ ​ແລະ ງານໃຫຍ່ ອີກ 2 ​ຄັ້ງ ​ເພື່ອ​ສະຫລອງ ປີ​ການທ່ອງທ່ຽວ ລາວ 2018


ລົດຈໍານວນນຶ່ງ ທີ່ຈະເຂົ້າຮ່ວມ ແລະນໍາພາຂະບວນຄາຣາວານ ລົດ ເພື່ອ​ທ່ອງ​ທ່ຽວຈາກ​ເໜືອລົງ​ໃຕ້ ໃນການສະຫລອງປີການ
ທ່ອງທ່ຽວລາວ 2018
ລົດຈໍານວນນຶ່ງ ທີ່ຈະເຂົ້າຮ່ວມ ແລະນໍາພາຂະບວນຄາຣາວານ ລົດ ເພື່ອ​ທ່ອງ​ທ່ຽວຈາກ​ເໜືອລົງ​ໃຕ້ ໃນການສະຫລອງປີການ ທ່ອງທ່ຽວລາວ 2018

ສະມາຄົມ​ທຸລະ​ກິດ​ທ່ອງ​ທ່ຽວລາວ ຈະ​ຈັດ​ງານ​ໃຫຍ່ 3 ລາຍການ ​ເພື່ອ​ສົ່ງ​ເສີມ​ປີ​ການ
ທ່ອງທ່ຽວລາວ 2018 ​ເລີ້ມຕົ້ນດ້ວຍ​ຄາຣາວານ​ທ່ອງ​ທ່ຽວຈາກ​ເໜືອລົງ​ໃຕ້-ການ​ແຂ່ງ
ຂັນ​ລົດ​ວິບາກ Off Road ປິດ​ທ້າຍ​ດ້ວຍ Camping.

ພິທີເປີດງານຄາຣາວານທ່ອງທ່ຽວໃນລາວຢ່າງເປັນທາງການ
ພິທີເປີດງານຄາຣາວານທ່ອງທ່ຽວໃນລາວຢ່າງເປັນທາງການ

ທ່ານສົມພົງ ​ເດ​ດວຽງ​ໄຊ ປະທານ​ສະມາຄົມ​ທ່ອງ​ທ່ຽວລາວ ​ໃຫ້ການ​ຢືນຢັນ​ວ່າ ຄະນະ​ກໍາມະການ​ບໍລິຫານ​ງານ​ຂອງ​ສະມາຄົມ​ທຸລະ​ກິດ​ທ່ອງ​ທ່ຽວລາວ ​ໄດ້​ມີ​ມະຕິ​ຢ່າງ​ເປັນ
​ເອກະ​ພາບ​ແລ້ວ​ວ່າ ຈະ​ຈັດ​ກິດຈະ​ກໍາ​ລະດັບ​ຊາດ 3 ລາຍການ ​ເພື່ອ​ເປັນ​ການ​ສົ່ງ​ເສີມ​
ປີ​ການທ່ອງທ່ຽວຈາກ​ພາກ​ເໜືອ ລົງ​ໄປ​ຍັງ​ພາກ​ໃຕ້ ​ໃນ​ຊ່ວງ​ເດືອນ​ກຸມພາ ຕໍ່ດ້ວຍ​ການ​
ຈັດການ​ແຂ່ງຂັນ​ລົດ​ວິບາກ Off Road ​ໃນ​ຊ່ວງ​ເດືອນ​ມິຖຸນາ ​ໂດຍ​ຈະ​ເຊີນ​ເອົາ​ນັກ​ທ່ອງ​ທ່ຽວຈາກ​ປະ​ເທດ​ເພື່ອນ​ບ້ານ​ເຂົ້າຮ່ວມ​ອີກ​ດ້ວຍ. ສ່ວນ​ກິດຈະ​ກໍາ​ປິດ​ທ້າຍ ກໍ​ຄື​ການທ່ອງ
ທ່ຽວທໍາ​ມະ​ຊາດ ​ແບບ​ພັກ​ຄ້າງ​ຄືນ Camping ຢູ່​ຕາມ​ອຸ​ທະຍານ​ແຫ່ງ​ຊາດ​ຕ່າງໆ ​ໃນ​ທົ່ວ​
ປະ​ເທດ​ລາວ ດັ່ງ​ທີ່​ທ່ານ​ສົມພົງ​ໄດ້ ຢືນຢັນ​ວ່າ:
“ພວກ​ເຮົາຈະ​ຮ່ວມ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ເພື່ອຈັດ​ຂະ​ບວນການ​ຄາ​ຣາ​ວານ​ລາວ
ທີ່​ລາວ​ນີ້ ​ໂດຍ​ຈະ​ເຊື່ອມ​ເຂົ້າ​ໄປ​ທາງ​ເໜືອ ລົງ​ທາງ​ໃຕ້ ​ແລະ​ການຈັດການ​ແຂ່ງຂັນ
ປະ​ເພດ
Off Road ສັງຄົມ​ກະສິ​ໄດ້​ຮັບ​ຮູ້​ຜ່ານ​ມານີ້ຈໍານວນ​ນຶ່ງ ​ເພາະວ່າ​ການ​ແຂ່ງຂັນ​
ອັນ​ນີ້ ມັນ​ກະ​ມີ​ສອດ​ແຊກ​ເລື່ອງ​ການທ່ອງທ່ຽວ​ໄປ​ນໍາ. ອັນ​ນີ້ພວກ​ເຮາ​ກາ​ຊິ​ຈັດ​ຮ່ວມ​
ກັບປະ​ເທດ​ອ້ອມ​ຂ້າງ ​ເຊັ່ນ​ຕົວຢ່າງ​ຫວຽດນາມ, ​ໄທ, ກໍາປູ​ເຈຍ, ຫລື​ວ່າ​ບາ​ວ​ເທື່ອ​ອາດ​
ຈະ​ໄປ​ຮອດ​ມາ​ເລ​ເຊຍ. ກ່ຽວກັບ​ຕົວ​ທີ 3 ນີ້ ພວກ​ເຮົາ​ກໍ​ຍັງ​ຄົ້ນຄວ້າ​ເຖິງ​ລາຍ​ລະອຽດ
ວ່າ ມັນ​ສິ​ເໝາະສົມ​ບ່ອນ​ໃດ. ອັນ​ນີ້ ກະ​ແມ່ນ​ການທ່ອງທ່ຽວ​ໃນ​ລັກສະນະ
Camping.”

ການຂີ່ຊ້າງຂ້າມນໍ້າ ແລະເລາະໄປໝູ່ບ້ານຕ່າງໆ ໃນຊົນນະບົດລາວ ເປັນການທ່ອງທ່ຽວ ແບບອະນຸລັກທໍາມະຊາດແບບນຶ່ງໃນລາວ
ການຂີ່ຊ້າງຂ້າມນໍ້າ ແລະເລາະໄປໝູ່ບ້ານຕ່າງໆ ໃນຊົນນະບົດລາວ ເປັນການທ່ອງທ່ຽວ ແບບອະນຸລັກທໍາມະຊາດແບບນຶ່ງໃນລາວ

ທັງ​ນີ້ ເປົ້າໝາຍສຳຄັນຂອງການຈັດຕັ້ງປະຕິບັດແຜນການ​ໃນປີທ່ອງທ່ຽວລາວ 2018
ກໍ​ຄືດຳເນີນມາດຕະການຢ່າງຮອບດ້ານເຂົ້າໃນການພັດທະນາປັບປຸງ ເພື່ອຍົກລະດັບ
ຄຸນນະພາບທາງດ້ານການທ່ອງທ່ຽວຂອງລາວ ໃຫ້ໄດ້ມາດຕະຖານສາກົນດ້ວຍການ
ເພັ່ງເລັງໃສ່ການຄຸ້ມຄອງສະຖານບັນເທີງ ແລະບໍລິການຕ່າງໆ ເພື່ອໃຫ້ດຳເນີນທຸລະ
ກິດຕາມລະບຽບກົດໝາຍຢ່າງເຂັ້ມງວດ ທັງຍັງຈະສ້າງນິຕິກຳໃໝ່ໆ ສຳລັບຄຸ້ມຄອງທຸ
ລະກິດການທ່ອງທ່ຽວໃນທົ່ວປະເທດດ້ວຍ

ທາງການລາວ ໄດ້ຈັດພິທີເປີດປີການທ່ອງທ່ຽວລາວ 2018 ຢ່າງເປັນທາງການໃນ
ແລງວັນທີ 28 ຕຸລາທີ່ຜ່ານມາ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີເປັນ
ປະທານໃນພິທີ ແລະ ໄດ້ຈັດຂຶ້ນໃນໂອກາດດຽວກັນກັບງານບຸນນະມັດສະການພະ
ທາດຫຼວງປະຈຳປີ 2017 ແລະ ໃນພິທີການຄັ້ງນີ້ກໍໄດ້ມີການເຊີນສື່ມວນຊົນ ແລະ
ແຂກຈາກປະເທດສະມາຊິກອາຊຽນ ແລະ ພູມີພາກອື່ນໆຈາກທົ່ວໂລກເຂົ້າຮ່ວມດ້ວຍ.

ໂດຍລັດຖະບານ ລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົາຊາວຕ່າງຊາດໃຫ້ເຂົ້າມາ
ທ່ອງທ່ຽວໃນ ລາວ ໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ ແລະ ເຮັດໃຫ້ພາກບໍລິການໃນ ລາວ
ມີລາຍຮັບເກີນກວ່າ 900 ລ້ານໂດລາໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳ
ແລະ ງານບຸນປະເພນີຕ່າງໆໃນ 18 ແຂວງທົ່ວປະເທດເຊັ່ນ ການຈັດຄາຣາວານລົດ
ທ່ອງທ່ຽວແຕ່ເໜືອຮອດໃຕ້, ບຸນມະໂຫລານການສະແດງສິລະປະ ວັດທະນະທຳພື້ນ
ເມືອງບັນດາເຜົ່າ, ການແຂ່ງລົດວິບາກ, ກິດຈະກຳປີນໜ້າຜາ, ການຈັດງານວັນ ລາວ
ໃນຕ່າງປະເທດເຊັ່ນ ໄທ, ຫວຽດນາມ, ຍີ່ປຸ່ນ, ເຢຍຣະມັນ, ຝຣັ່ງ, ອັງກິດ ທີ່ທາງການ
ລາວ ເຊື່ອວ່າຈະດຶງດູດນັກທ່ອງທ່ຽວຕ່າງຊາດໄດ້ເປັນຢ່າງດີ.

ຍິ່ງໄປກວ່ານັ້ນ ທາງການ ລາວ ກໍໄດ້ຮັບການຢືນຢັນຈາກປະເທດສະມາຊິກໃນອາ
ຊຽນດ້ວຍກັນວ່າ ຈະໃຫ້ການຊ່ວຍເຫຼືອໃນການໂຄສະນາປະຊາສຳພັນປີການທ່ອງ
ທ່ຽວລາວ 2018 ຢ່າງກວ້າງຂວາງ ທັງຍັງຈະສົ່ງເສີມໃຫ້ພົນລະເມືອງຂອງຕົນເດີນ
ທາງມາທ່ອງທ່ຽວໃນ ລາວ ຫຼາຍຂຶ້ນອີກດ້ວຍ.

ແຕ່ຢ່າງໃດກໍຕາມ ໃນຕະຫຼອດປີ 2017 ນີ້ກໍຄາດວ່ານັກທ່ອງທ່ຽວຕ່າງຊາດຈະເດີນ
ທາງເຂົ້າມາໃນ ລາວ ຫຼຸດລົງເຖິງ 12 ເປີເຊັນທຽບໃສ່ປີ 2016 ໂດຍສະເພາະນັກທ່ອງ
ທ່ຽວຈາກປະເທດສະມາຊິກໃນ ອາຊຽນດ້ວຍກັນນັ້ນ ຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນ
ທາງເຂົ້າມາໃນ ລາວ ຫຼຸດລົງຫຼາຍທີ່ສຸດ ແລະ ເພື່ອຫຼຸດຜ່ອນບັນຫາດັ່ງກ່າວ ທາງການ
ລາວ ຈຶ່ງໄດ້ຮຽກຮ້ອງຕໍ່ລັດຖະບານຂອງປະເທດໃນອາຊຽນດ້ວຍກັນ ເພື່ອຂໍໃຫ້ມີການ
ສົ່ງເສີມພົນລະເມືອງໃນປະເທດຂອງຕົນໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ເພີ່ມ
ຂຶ້ນໃນປີ 2018.

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນ
ພາກການທ່ອງທ່ຽວຂອງ ລາວ ໃນປັດຈຸບັນມີລາຍຮັບຕໍ່າກວ່າອັດຕາສະເລ່ຍໃນກຸ່ມ
ອາຊຽນ ດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວຂອງອາຊຽນຢູ່ທີ່ອັດຕາສະ
ເລ່ຍ 12 ເປີເຊັນຂອງຍອດຜະລິດຕະພັນພາຍໃນ (GDP) ຫາກແຕ່ວ່າ ລາຍຮັບໃນ
ພາກການທ່ອງທ່ຽວຂອງ ລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນຂອງ GDP
ເທົ່ານັ້ນ ແລະ ການທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 5 ລ້ານກວ່າ
ຄົນໃນປີ 2018 ຈຶ່ງບໍ່ແມ່ນເລື່ອງ່າຍ.

XS
SM
MD
LG