ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດໃນພາກບໍລິການແລະທ່ອງທ່ຽວ ໃນລາວ ກຳລັງປະເຊີນກັບການຂາດແຄນແຮງງານ ຢ່າງຮຸນແຮງ


ພວກຜູ້ຄົນທັງຂັບລົດຈັກ ແລະຍານພາຫະນະພາກັນຂຶ້ນແລະລົງຈາກເຮືອຂ້າມຟາກໃນແມ່ນ້ຳຂອງ ທີ່ແຂວງຫຼວງພະບາງ ເມື່ອວັນທີ 30 ມັງກອນ 2024. (Photo:TANG CHHIN)
ພວກຜູ້ຄົນທັງຂັບລົດຈັກ ແລະຍານພາຫະນະພາກັນຂຶ້ນແລະລົງຈາກເຮືອຂ້າມຟາກໃນແມ່ນ້ຳຂອງ ທີ່ແຂວງຫຼວງພະບາງ ເມື່ອວັນທີ 30 ມັງກອນ 2024. (Photo:TANG CHHIN)

ທຸລະກິດໃນພາກບໍລິການແລະທ່ອງທ່ຽວໃນລາວ ກຳລັງປະເຊີນກັບການຂາດແຄນແຮງງານຢ່າງຮຸນແຮງຍ້ອນແຮງງານລາວ ສ່ວນໃຫຍ່ພາກັນເດີນທາງໄປເຮັດວຽກຢູ່ໄທ ທີ່ໄດ້ຮັບຄ່າຈ້າງສູງກວ່າ.

ນັກທຸລະກິດລາວ ໃນພາກບໍລິການແລະທ່ອງທ່ຽວ ເປີດເຜີຍວ່າ ທຸລະກິດໃນພາກບໍລິການ ແລະທ່ອງທ່ຽວຂອງລາວ ກຳລັງປະເຊີນກັບບັນຫາຂາດແຄນແຮງງານຢ່າງຮຸນແຮງໃນປັດຈຸບັນ ໂດຍເປັນຍ້ອນວິກິດການທາງເສດຖະກິດທີ່ເຮັດໃຫ້ເກີດບັນຫາອັດຕາເງິນເຟີ້ສູງ ສິນຄ້າລາຄາແພງ ແລະຄ່າເງິນກີບຕົກຕ່ຳລົງຢ່າງຕໍ່ເນື່ອງ ໃນຂະນະທີ່ອັດຕາຄ່າຈ້າງຂັນຕ່ຳຂອງແຮງງານໃນລາວ ຢູ່ທີ່ລະດັບ 1 ລ້ານ 6 ແສນກີບຕໍ່ເດືອນ ແຕ່ວ່າ ການທີ່ຄົນຄົນນຶ່ງຈະສາມາດດຳລົງຊີວິດຕໍ່ໄປໄດ້ນັ້ນ ກໍຈະຕ້ອງມີລາຍໄດ້ບໍ່ຕ່ຳກວ່າ 3 ລ້ານກີບຕໍ່ເດືອນ ດັ່ງນັ້ນ ຈຶ່ງເຮັດໃຫ້ແຮງງານລາວ ສ່ວນໃຫຍ່ໄດ້ພາກັນເດີນທາງໄປເຮັດວຽກຢູ່ປະເທດໄທ ຊຶ່ງໄດ້ຮັບຄ່າຈ້າງຂັ້ນຕ່ຳທີ່ສູງກວ່າໃນລາວ ເຖິງ 5 ເທົ່າຕົວ ຈຶ່ງເຮັດໃຫ້ທຸລະກິດພາກບໍລິການ ແລະທ່ອງທ່ຽວຂອງລາວ ຕ້ອງປະເຊີນກັບການຂາດແຄນແຮງງານຢ່າງຫລີກລ່ຽງບໍ່ໄດ້ນັ້ນເອງ.

ດັ່ງທີ່ນັກທຸລະກິດລາວ ກ່າວວ່າ: “ການກະກຽມທາງດ້ານບຸຄະລາກອນເປັນບັນຫາທີ່ຮີບດ່ວນຂອງ ສປປ ລາວ ເນື່ອງຈາກວ່າ ປັດຈຸບັນນີ້ ພວກເຮົາກຳລັງປະເຊີນກັບບັນຫາຂາດແຄນແຮງງານ ມັນກໍບໍ່ແມ່ນແຕ່ວ່າ ພະນັກງານນຳທ່ຽວທີ່ເຮົາຂາດ ພະນັກງານບໍລິການຢູ່ຕາມສະຖານທີ່ພັກແຮມ ຮ້ານອາຫານ ສະຖານທີ່ທ່ອງທ່ຽວ ຮ້ານຂາເຄື່ອງ-ທີ່ລະນຶກ ແລະອື່ນໆ ກະຂາດພະນັກງານຄືກັນ ມີຄວາມທ້າທາຍຫຼາຍເນາະ ສຳລັບພວກເຮົາ ສະນັ້ນ ພວກເຮົາມີຄວາມຈຳເປັນຈະຕ້ອງໄດ້ສ້າງບຸຄະລາກອນ ບໍ່ວ່າທາງດ້ານຈຳນວນ ກະຄືທາງດ້ານຄຸນນະພາບ ເພື່ອຮອງຮັບໃຫ້ແກ່ການບໍລິການ ແລະທ່ອງທ່ຽວ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG