ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດທ່ອງທ່ຽວ ທໍ​ມັ​ສ ຄຸກ ລົ້ມລະລາຍ ສົ່ງຜົນໃຫ້ ຍົກເລີກ ການຈັບຈອງ ​ການທ່ອງທ່ຽວ ແບບຄົບຊຸດ


ໃນພາບນີ້ ຖ່າຍເມື່ອວັນອັງຄານ, ທີ 22 ພະຈິກ 2011 ເປັນສັນຍາລັກ ຂອງບໍລິສັດ ທ່ອງທ່ຽວ Thomas Cook ເຫັນໄດ້ຢູ່ທີ່ສາຂາ ໃນຕອນເໜືອຂອງນະຄອນຫຼວງລອນດອນ.
ໃນພາບນີ້ ຖ່າຍເມື່ອວັນອັງຄານ, ທີ 22 ພະຈິກ 2011 ເປັນສັນຍາລັກ ຂອງບໍລິສັດ ທ່ອງທ່ຽວ Thomas Cook ເຫັນໄດ້ຢູ່ທີ່ສາຂາ ໃນຕອນເໜືອຂອງນະຄອນຫຼວງລອນດອນ.

ບໍລິສັດທ່ອງທ່ຽວຂອງອັງກິດ ຊື່ວ່າ ທອມມັສ ຄຸກ (Thomas Cook) ໄດ້ປິດກິດຈະການ
ໂດຍປາດສະຈາກ ການເຕືອນໃດໆ ໃນວັນຈັນວານນີ້ ໂດຍປ່ອຍໃຫ້ພວກທີ່ໄດ້ເດີນທາງ
ໄປພັກຜ່ອນປະມານ 600,000 ຄົນ ຕິດຄ້າງຢູ່ສະຖານ ທີ່ຕ່າງໆ ແລະໄດ້ມ້າງເພວັນພັກ
ແລະການສະເຫຼີມສະຫຼອງຂອງຄູ່ສົມລົດໃໝ່ ທັງຫຼາຍ.

ບໍລິສັດດັ່ງກ່າວ ກໍ່ຕັ້ງຂຶ້ນມາໄດ້ 178 ປີ ແລະໄດ້ຍຸຕິການດຳເນີນທຸລະກິດຫຼັງ ຈາກທີ່ລັດ
ຖະບານອັງກິດ ບໍ່ສາມາດຮັບຮອງເອົາ ການຊ່ອຍເຫຼືອດ້ານການເງິນ ແລະບັນດາຜູ້ໃຫ້
ເງິນກູ້ ແລະບັນດານັກລົງທຶນຂອງຕົນ ກໍໄດ້ປະຕິເສດທີ່ຈະໃຫ້ ເງິນຊ່ອຍເຫຼືອສຸກເສີນ
ມູນຄ່າ 250 ລ້ານໂດລາສະຫະລັດ.

ພ້ອມກັນກັບການປ່ອຍປະໃຫ້ພວກນັກທ່ອງທ່ຽວດັ່ງກ່າວຕິດຄ້າງຢູ່​ຕາມສະໜາມບິນ
ແລະໂຮງແຮມ ແຫ່ງຕ່າງໆ ແລະພະນັກງານຂອງບໍລິສັດ ທອມມັສ ຄຸກ ຈຳນວນ
21,000 ຄົນ ໃນທັນທີທັນໃດນັ້ນ ກໍໄດ້ພົບວ່າ ພວກເຂົາເຈົ້າ ແມ່ນບໍ່ ມີວຽກເຮັດແລ້ວ.
ເຮືອບິນສີ່ລຳທີ່ເປັນສາຍການບິນ ຂອງບໍລິສັດກໍຍັງໄດ້ຖືກຈອດຖິ້ມໄວ້.

ບໍລິສັດ ທອມມັສ ຄຸກ ໄດ້ມີໜີ້ສິນຈຳນວນ 2 ຕື້ໂດລາ. ມັນຍັງໄດ້ຖິ້ມໂທດໃສ່ ບັນຫາ
ຕ່າງໆ ຂອງຕົນ ຍ້ອນຄວາມບໍ່ແນ່ນອນຂອງການແຍກໂຕ ອອກຈາກສະຫະພາບ
ຢູໂຣບ ຫຼື ແບຣກຊິດ (Brexit) ແລະການເກີດຂຶ້ນຂອງການທ່ອງທ່ຽວ ແບບຄົບຊຸດ
ສາຍການບິນລາຄາຖືກແລະການຈັບຈອງສະຖານທີ່ພັກຜ່ອນທາງ ອິນເຕີເນັດ ທີ່
ເຮັດດ້ວຍຕົນເອງ ນັ້ນ ຈຶ່ງເຮັດໃຫ້ຕັດຄວາມຕ້ອງການ ຂອງບໍລິ ສັດທ່ອງທ່ຽວທັງ
ຫຼາຍອອກໄປ.

ພວກລູກຄ້າຂອງບໍລິສັດ ທອມມັສ ຄຸກ ໄດ້ຮັບການຄ້ຳປະກັນວ່າ ຈະມີຖ້ຽວບິນ ກັບ
ຄືນບ້ານ ກໍເພາະວ່າ ບໍລິສັດທ່ອງທ່ຽວ ມີປະກັນໄພທີ່ດຳເນີນການໂດຍ ລັດຖະບານ
ຂອງອັງກິດ.

ແຕ່ຫຼາຍຮ້ອຍພັນຄົນອື່ນໆອີກ ຜູ້ທີ່ຍັງຕິດຄ້າງຢູ່ນັ້ນກຳລັງຫາທາງອື່ນໆ ເພື່ອທີ່ ຈະ
ກັບຄືນບ້ານ. ພວກເຂົາເຈົ້າຍັງບໍ່ແນ່ໃຈວ່າ ຖ້າພວກເຂົາ ຈະໄດ້ຮັບເງິນຄືນ ຫຼືບໍ່ ແລະ
ໃນເວລາໃດ ຈາກການຊື້ການທ່ອງທ່ຽວແບບຄົບຊຸດຂອງບໍລິສັດທອມມັສ ຄຸກ.

ສ່ວນບໍລິສັດຜະລິດເຄື່ອງເຮືອນຂອງທອມມັສ ຄຸກ ກໍໄດ້ເລີ້ມກິດຈະການທ່ອງທ່ຽວ
ຂອງຕົນ ໃນປີ 1841 ດ້ວຍການຈັດແຈງການເດີນທາງດ້ວຍລົດໄຟ ໄປ ຍັງຫົວເມືອງ
ຕ່າງໆ ຂອງອັງກິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG