ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດບາດຂອງ ສະຕີລາວ-ອາເມຣິກັນ ໃນເກົາຫລີໃຕ້


ນາງຕຸລາພອນທີ່ເມືອງ Incheonປະເທດເກົາຫລີໃຕ້
ນາງຕຸລາພອນທີ່ເມືອງ Incheonປະເທດເກົາຫລີໃຕ້
ເປັນ​ເວລາ​ກວ່າ​ສາ​ມທົດ​ສະ​ວັດ​ຜ່ານ​ມາ ທີ່ບັນດາປະຊາກອນ​ລາວ ​ໄດ້​ຍົກຍ້າຍ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ ຢູ່ເກືອ​ບທຸກ​ມູມ​ໂລກ ​ຊຶ່ງ​ສ່ວນ​ໃຫຍ່​ໄດ້ມາ​ຕົກ​ຢູ່​ໃນ ສະຫະລັດ ອາ​ເມຣິກາ. ຄວາມ​ເປັນອິດສະ​ຣະພາບ ເສ​ຣີພາບ ​ແລະ​ສະ​ເມີ​ພາບ​ນັ້ນ ໄດ້​ສະ​ແດງ​ອອກ​ມາໃຫ້​ເຫັນຜົນງານຂອງຄວາມກ້າວໜ້າ ​ແລະຄວາມ​ອົງ​ອາດ​ກ້າຫານຫລາຍ​ໆຢ່າງ ​ຂອງ​ເຍົາວະ​ຊົນລາວ-ອາ​ເມຣິກັນ ທັງ​ຍິງ ແລະ​ຊາຍ ​ການ​ເປັນ​ເອກ​ກະລາດ​ຂອງ​ຕົນ​ເອງ ​ໂດຍ​ສະ​ເພາະ​ຢ່າງ​ຍິງ ​ໄດ້​ຮັບ​ການ​ສຶກສາສູງ.

ນາງ​ຕຸລາພ​ອນ ຈິດ​ຕະວໍລ​ະວົງ ອາ​ຍຸ 23 ປີ ​ເກີດ​ຢູ່ທີ່​ລັດ ​ເວີ​ຈີ​ເນຍ ສະຫະລັດ ອາ​ເມ​ຣິກາ. ນາງ ​ເປັນ​ລູກ​ສາວ​ຂອງ ທ່ານ​ສາລີ ​ແລະ​ທ່ານ​ນາງ ຈັນ​ສະຫວ່າງ ຈິດ​ຈະ​ວໍລະ​ວົງ. ທ່ານ​ສາລີ ແມ່ນ​ນັກ​ຂ່າວ ຜູ້​ນຶ່ງ​ປະ​ຈໍາພະ​ແນ​ກພາສາ​ລາວ ທີ່ ວີ​ໂອ​ເອ ນີ້​ເອງ.
ນາງຕຸລາ​ພອນ ຮຽນຈົບ​ປຣິນ​ຍາ​ຕີ ຈາກ​ມະຫາ​ວິທະຍາ​ໄລ Virginia Common Wealth University ​ໃນ​ປີ 2011 ຝ່າ​ຍສື່​ມວນ​ຊົນ​ທົ່ວ​ໄປແຕ່​ວິຊາ​ສະ​ເພາະ​ທີ່ເນັ້ນ​ໜັກ​ໃສ່​ແມ່ນ Public Relations ຫລື ວິຊາປະຊາສຳພັນ. ພາຍ​ໃຕ້​ການ​ປົກຄອງ​ອັນ​ຖະນຸຖະໜອມ ຂອງ​ພໍ່​ແມ່ ​ແລະຢູ່​ໃນບັນຍາກາດຄອບ​ຄົວ ທີ່ອົບ​ອຸ່ນ​ໄປ​ດ້ວຍ​ການ​ສຶກສາ ​ແລະ​ວັດທະນະ​ທໍາ​ ຕຸລາ​ພອນໄດ້​ຖືກ​ສິດສອນ​ໃຫ້​ຮູ້​ເວົ້າ​ພາສາ​ລາວ ​ສາມາດ​ປາກ​ພາສາ​ລາວ​ ດ້ວຍ​ສໍາ​ນ່ຽງ ວຽງ​ຈັນ ໄດ້​ຢ່າງ​ຄ່ອງ​ແຄ້ວ ​ພ້ອ​ມທັງ​ຮູ້ຈັກ​ຮິດຄອງ ປະ​ເພນີ​ອັນ​ຈົບ​ງາມ​ຂອງ​ລາວນຳ ໂດຍ​ທີ່​ ນາງ ​ບໍ່ທັນເຄີຍ​ໄດ້​ເດີນທາງມາ​ຢ້ຽ​ມຢາມ ​ເມືອງລາວ​ຈັກ​ເທື່ອ. ​
ໃນ​ຕົ້ນ​ປີ 2012 ຕຸລາ​ພອນ ​ໄດ້ອອກ​ເດີນທາງ​ໄປ​ເປັນ ຄູ​ສອນພາສາ​ອັງກິດ ທີ່ ​ເມືອງ Incheon ປະ​ເທດ ​ເກົາຫລີ​ໃຕ້ ຢູ່​ໃນ​ໂຄງການ​ສຶກສາ EPIC (English Program in Korea) ​ເປັນ​ເວລາ​ນຶ່ງ​ປີ. ການ​ເດີນທາງ​ອອກ​ນອກ​ປະ​ເທດຄັ້ງ​ນີ້​ເປັນ​ການ​ໄປ​ຢູ່​ຫ່າງຈາກ​ຄອບຄົວໂດຍຕົນ​ເອງຢ່າງ​ເປັນ​ເອກ​ກະລາດ​ຊ່ຶງ​ເປັນ​ຄັ້ງ​ທໍາ​ອິດ​ໃນ​ຊີວິດຂອງຕຸ​ລາພ​ອນ. ນາງ ໄດ້​ໃຫ້ສໍາພາດ​ກັບ ວີ​ໂອ​ເອ ກ່ຽວກັບ​ຊີວິດ​ການ​ເປັນ​ຢູ່ ​ແລະ​ຄວາມ​ຮູ້ສຶກຂອງ​ນາງວ່າ:
ທ່ານ​ນາງ ຈັນສະຫວ່າງ ຈິດຕະວໍ​ລະ​ວົງ ​ແມ່​ຂອງ ຕຸລາ​ພ​ອນ ​ໄດ້ໃຫ້ການ​ສໍາພາດ​ແກ່ ວີ​ໂອ​ເອ ກ່ຽວ​ກັບຄວາມ​ຮູ້ສຶກຂອງ​ທ່ານ​ວ່າ:
ນາງ ຕຸລາ​ພອນ ຈິດ​ຕະວໍລະ​ວົງ ​ຈະ​ຂົບ​ກໍາໜົດ​ກັບຄືນ​ມາ ສະຫະລັດ-ອາ​ເມ ຣິກາ ​ໃນ​ເດືອນ​ມີນາ ປີ 2013 ນີ້ ເພື່ອສື​ບຕໍ່​ການ​ສື​ກສາ​ຂັ້ນ ປຣີຍາ​ໂທ ​ແລະ​ຊອກເຮັດ​ວຽກການ​ໄປ​ນໍາ. ຕຸລາ​ພອນ ແມ່ນສະ​ຕີ​ລາວ ອາ​ເມຣິກັນ ໜຸ່​ມນ້ອຍເປັນແບບ ຢ່າງ​ທີ່​ດີ ເກີດຢູ່​ໃນ ສະຫະລັດ ອາ​ເມຣິກາ ພາຍ​ໃຕ້​ການ ປົກ​ຄອງທີ່​ເອົາ​ໃຈ​ໃສ່ ຂອງ​ພໍ່ແມ່ ສິດສອນ​ໃຫ້​ຮູ້ຈັກ​ຂະ​ນົບທໍານຽມ​ລາວ ​ອ່ານອອກ​ຂຽນ​ໄດ້ ​ທັງ​ເວົ້າ​ພາສາ​ລາວ​ໄດ້​ດີ​ນຳ ​ແລະຮູ້ຈັກ​ຊ່ອຍຕົນ​ເອງ(ອັນເປັນ​ຜະລິດຜົນ​ຂອງ ສັງ​ຄົມ​ຊີວິດ ຢູ່​ໃນ​ສະຫະລັດ ອາ​ເມຣິກາ ທີ່​ນໍາ​ໄປ​ສູ່​ຄວາມເປັນເອກ​ກະລາດ ແລະ​ເປັນຜູ້​ນຶ່ງ​ທີ່ ຊ່ວຍສ້າງສາປະ​ເທດ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງນຳ).
XS
SM
MD
LG