ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທ່ອງທ່ຽວ ພາຍໃນ ແຂວງຫຼວງພະບາງ ໄດ້ຮັບຜົນກະທົບ ຈາກບັນຫາ ອາດຊະຍາກຳ


ພິທີທາງສາສໜາ ອັນເປັນຮິດຄອງໂບຮານ ຊາວນະຄອນ ຫຼວງພະບາງ.
ພິທີທາງສາສໜາ ອັນເປັນຮິດຄອງໂບຮານ ຊາວນະຄອນ ຫຼວງພະບາງ.

ການທ່ອງທ່ຽວພາຍໃນແຂວງຫຼວງພະບາງຖືກກະທົບຈາກບັນຫາອາດຊະຍາກຳທີກ່ຽວ
ຂ້ອງກັບກຸ່ມແກັ່ງຄ້າຢາເສບຕິດຫຼາຍຂຶ້ນເຮັດໃຫ້ທາງການລາວຕ້ອງດຳເນີນການປາບ
ປາມຢ່າງໜັກ ຊຶ່ງ​ຊົງ​ລິດ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ພັນໂທ ສົມບູນ ແກ້ວມະນີວົງ ຫົວໜ້າຕຳຫຼວດແຂວງຫຼວງພະບາງຢືນຢັນວ່າ ອາດຊະ
ຍາກຳກ່ຽວຂ້ອງກັບກຸ່ມແກັ່ງລັກລອບຄ້າຢາເສບຕິດ ໄດ້ສົ່ງຜົນກະທົບຕໍ່ ທຸລະກິດບໍລິ
ການ ແລະທ່ອງທ່ຽວໃນແຂວງຫຼວງພະບາງເພີ້ມຂຶ້ນນັບ​ມື້ ຈຶ່ງເຮັດໃຫ້ ກອງບັນຊາການ
ປ້ອງກັນຄວາມສະຫງົບແຂວງ ມີຄຳສັ່ງໃຫ້ເພີ້ມມາດຕະການ ເຂັ້ມງວດເຂົ້າໃນການ
ກວດກາ ແລະປາບປາມການຄ້າຢາເສບຕິດໃຫ້ຫຼາຍຂຶ້ນກວ່າເກົ່າ ດັ່ງທີ່ທ່ານພັນໂທ
ສົມບູນ ໄດ້ໃຫ້ການຢືນຢັນວ່າ

“ໃນປີຜ່ານມາພວກເຮົາກໍໄດ້ມີການປາບປາມຢາເສບຕິດ ໂດຍສະເພາະກໍແມ່ນ
ບັນຫາການປູກຝິ່ນ ບ່ອນ​ໃດມີ ພວກເຮົາກໍໄປກວດກາທຳລາຍຖິ້ມ ຈາກນັ້ນມາ
ພວກ
ເຮົາກໍໄດ້ມີການລົງເລິກທາງດ້ານວິຊາສະເພາະ ລົງກວດກາບ່ອນທີ່ມີການ
ແຜ່ລະ
ບາດຢາເສບຕິດ ແລະກະໃຊ້ມາດຕະການ ບັນຫາຕົ້ນຕໍແມ່ນບັນຫາການ
ສຶກສາອົບ​ຮົມ ໃນຜ່ານມານີ້ ພວກເຮົາກະສາມາດແກ້ໄຂກຸ່ມແກ້ງເຄື່ອນໄຫວ ແລະຄ້າຢາເສບຕິດລາຍຫຍ່ອຍ ແລະລາຍໃຫຍ່ຈຳນວນນຶ່ງ.”

ໂດຍໃນປີຜ່ານມາ ທາງການຕຳຫຼວດແຂວງຫຼວງພະບາງ ກໍສາມາດປາບປາມ ການ
ຄ້າຂາຍຢາເສບຕິດໄດ້ 106 ກໍລະນີ ຈັບກຸມຜູ້ຕ້ອງຫາໄດ້ 158 ຄົນ ຊາວຕ່າງຊາດ
1 ຄົນ ຍຶດຢາບ້າໄດ້ຫຼາຍກວ່າ 2 ລ້ານ​ແສນເມັດ ຝິ່ນເກີນກວ່າ 116 ກິໂລກຣາມ
ຢາໄອສ໌ ເຮໂຣອິນ ສານເຄມີ ແລະອຸບປະກອນສຳລັບການຜະລິດຢາເສບຕິດຈຳ
ນວນນຶ່ງ ພ້ອມດ້ວຍລົດຈັກ 56 ຄັນ ລົດຍົນ 34 ຄັນ ແລະອາວຸດສົງຄາມອີກຫຼາຍ
ຮ້ອຍລາຍການ.

ແຕ່ຢ່າງໃດກໍຕາມ ທາງການແຂວງຫຼວງພະບາງ ກໍຄາດໝາຍວ່າຈະມີນັກທ່ອງ ທ່ຽວ
785,000 ຄົນ ທີ່ຈະເດີນທາງມາທ່ອງທ່ຽວເມືອງມໍລະດົກໂລກໃນປີ 2018 ໃນນີ້ຈະ

ເປັນນັກທ່ອງທ່ຽວຕ່າງຊາດ 550,000 ກວ່າຄົນ ແລະນັກທ່ອງທ໋ຽວພາຍ​ໃນ​ຫຼາກ​ວ່າ
235,000 ຄົນ ຊຶ່ງ​ເພີ້​ມຂຶ້ນ​ໃນ​ອັດ​ຕາສະ​ເລ່ຍ​ເກີນ​ກວ່າ 20 ​ເປີ​ເຊັນ ທຽບ​ໃສ່​ປີ 2017
ອັນ​ຈະ​ເຮັດ​ໃຫ້ພາກ​ບໍລິການ ​ແລະ​ທ່ອງ​ທ່ຽວໃນແຂວງຫຼວງພະບາງ ມີລາຍຮັບຫຼາຍ
ກວ່າ 205 ລ້ານໂດ ຕະຫຼອດປີ 2018 ນີ້.

ໂດຍປັດ​ໄຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວ​ໃນເມືອງມໍລະດົກ ໂລກ
ຫຼວງ​ພະ​ບາງ​ເພີ້​ມຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າ ຊາວເມືອງຫຼວງພະບາງຍັງຮັກສາໄດ້ທັງ
ວັດທະນະທຳ ຮີດຄອງປະເພນີ ວິຖີຊີວິດດັ້ງເດີມ ປະຫວັດສາດ ແລະທຳມະຊາດອັນ
ສວຍງາມ ທັງຍັງສາມາດປະຕິບັດຕາມສົນທິສັນຍາ ທີ່ຕົກລົງໄວ້ກັບອົງການ
UNESCO ກ່ຽວກັບການປົກປັກຮັກສາມໍລະດົກໄດ້ຢ່າງເຄັ່ງຄັດ ເຊັ່ນການກໍ່ສ້າງ ແລະ
ບູລະນະສ້ອມແປງເຮືອນ ອາຄານ ວັດ ແລະສະຖານທີ່ຕ່າງໆພາຍໃນແຂວງທີ່ຈະຕ້ອງ
ໄດ້ຮັກສາຮີດຄອງອັນດີງາມ ແລະສິ່ງດັ່ງເດີມທີ່ ເປັນເອກກະລັກຂອງຊາວຫຼວງພະບາງ
ໄວ້ຢ່າງຄົບຖ້ວນ.

ສຳລັບ​ໃນປີ 2018 ອັນເປັນປີທ່ອງທ່ຽວລາວດ້ວຍນັ້ນ ທາງການແຂວງຫຼວງພະບາງໄດ້
ວາງແຜນສົ່ງເສີມການທ່ອງທ່ຽວດ້ວຍ 7 ກິດຈະກຳຫຼັກ ຄືງານປະກວດຂັບລຳພື້ນເມືອງ
ຫຼວງພະບາງ ງານສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ງານບຸນສົງການປີໃໝ່ລາວ ກິດຈະກໍາຂີ່ລົດຖີບ ງານມະໂຫລານຮູບເງົາງານແທ້ໂອທີ່ສະທ້ອນໃຫ້ເຫັນເຖິງຄວາມ
ເປັນຫຼວງພະບາງ ແລະງານສຳມະ ນາວ່າດ້ວຍການທ່ອງທ່ຽວແບບຍືນຍົງ ທັງຍັງຈະມີ
ບຸນປະເພນີຢູ່ເມືອງຕ່າງໆອີກເຖິງ 30 ກິດຈະກໍາອີກດ້ວຍ.

ສ່ວນທ່ານວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆຫຼວງພະບາງ ຖະແຫຼງວ່າປີ 2017
ທີ່ຜ່ານມາມີນັກທ່ອງທ່ຽວເດີນທາງມາໃນແຂວງຫຼວງພະບາງຫຼາຍ ກວ່າ 655,400 ຄົນ ໃນນີ້ເປັນຊາວຕ່າງຊາດ 472,942 ຄົນ ທີ່ເຮັດໃຫ້ພາກທຸ ລະກິດບໍລິການ ແລະທ່ອງ

ທ່ຽວໃນແຂວງຫຼວພະບາງ ມີລາຍຮັບລວມຫຼາຍກວ່າ 170 ລ້ານ​ໂດ​ລາ​ ໂດຍເພີ້ມຂຶ້ນ
ທັງໃນດ້ານລາຍຮັບ ແລະຈຳນວນນັກທ່ອງທ່ຽວທຽບໃສ່ປີ 2016 ທັງຍັງມີການຄາດ
ໝາຍວ່າຈະມີນັກທ່ອງທ່ຽວເຖິງ 1 ລ້ານຄົນທີ່ຈະເດີນທາງໄປຫຼວງພະບາງໃນປີ 2020.

ທັງນີ້ໂດຍແຂວງຫຼວງພະບາງມີອັດຕາການຂະຫຍາຍຕົວທາງເສດຖະກິດທີ່ລະດັບ 8.4
ເປີເຊັນ ໃນປີ 2017 ທີ່ຜ່ານມາ ແລະເມື່ອສົມທົບກັບການຂະຫຍາຍ ຕົວໃນດ້ານບໍລິ
ການ ແລະທ່ອງທ່ຽວ ທີ່ີມີຊາວຕ່າງຊາດຫຼາຍກວ່າ 472,000 ຄົນ ເດີນທາງມາທ່ອງ
ທ໋ຽວເມືອງມໍລະດົກໂລກຫຼວງພະບາງ ກໍໄດ້ເປັນຜົນເຮັດ ໃຫ້ລາຍໄດ້ສະເລ່ຍຂອງ
ປະຊາຊົນໃນແຂວງຫຼວງພະບາງ ເພີ້ມສູງຂຶ້ນເປັນຫຼາຍກວ່າ 1,740 ​ໂດ​ລາ​ສະຫະລັດ
ຕໍ່ຄົນໃນປີ 2017 ສ່ວນປະຊາຊົນທີ່ຢູ່ໃນເຂດບ້ານພັດທະນາ ຫຼືທີ່ມີການພັດທະນາລະ
ບົບພື້ນຖານໂຄງຮ່າງຢ່າງດີແລ້ວນັ້ນກໍມີ ລາຍໄດ້ສະເລ່ຍສູງເຖິງ 4,000 ​ໂດ​ລາຕໍ່ຄົນ
ໃນປີດຽວກັນ.

XS
SM
MD
LG