ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫວຽດນາມລົງທຶນໃນລາວ ຫຼາຍກວ່າ 5,100 ລ້ານໂດລາ ນັບແຕ່ປີ 1993 ມາ


ປະທານປະເທດຫວຽດນາມ ເດີນທາງມາຢ້ຽມຢາມລາວ ຢ່າງເປັນທາງການ ໃນຕົ້ນເດືອນ ກຸມພາ ປີ 2012
ປະທານປະເທດຫວຽດນາມ ເດີນທາງມາຢ້ຽມຢາມລາວ ຢ່າງເປັນທາງການ ໃນຕົ້ນເດືອນ ກຸມພາ ປີ 2012

ການລົງທຶນຂອງບັນດາບໍລິສັດຈາກ​ຫວຽດນາມໃນລາວນັບຈາກປີ 1993 ເປັນຕົ້ນມາ ເຖິງທຸກມື້ນີ້ ມີມູນຄ່າລວ​ມຫຼາຍກວ່າ 5,100 ລ້ານໂດລາ ​ໂດຍ​ເປັນ​ການລົງທຶນ​ໃນ 432 ໂຄງການ.

ຄະນະກະຊວງ​ແຜນການ ​ແລະການລົງທຶນ​ຂອງ​ລາວ​ລາຍງານ​ ໃນໂອກາດການເດີນ
ທາງຢ້ຽມຢາມປະເທດລາວ ຢ່າງເປັນທາງການຂອງທ່ານ ເຈື່ອງເຕິ້ນຊາງ ປະທານປະ
ເທດຫວຽດນາມ ໃນລະຫວ່າງວັນທີ 9-11 ກຸມພາທີ່ຜ່ານມານີ້ວ່າ ນັບແຕ່ປີ 1993
ເປັນຕົ້ນມາ ເຖິງປັດຈຸບັນນີ້ ມີບັນດາບໍລິສັດຈາກ​ຫວຽດນາມ​ໄດ້​ພາກັນ​ເຂົ້າມາ​ລົງທຶນ
​ຢູ່​ໃນ​ລາວ​ແລ້ວຈໍານວນທັງໝົດ 432 ໂຄງການ ຊຶ່ງ​ຄິດ​ເປັນມູນຄ່າການລົງທຶນສະສົມ
ລວມກັນຫຼາຍກວ່າ 5,100 ລ້ານໂດລາ.

ການລົງທຶນຂອງບັນດາບໍລິສັດຈາກ​ຫວຽດນາມ ໃນລາວດັ່ງກ່າວນີ້ ໄດ້ເນັ້ນໜັກທັງ
ໃນດ້ານຂຸດຄົ້ນ​ບໍ່ແຮ່ ພະລັງງານໄຟຟ້າ ດ້ານການບໍລິການ ແລະດ້ານກະສິກໍາ-ປ່າໄມ້.
ໂດຍສະເພາະໃນດ້ານພະລັງງານໄຟຟ້າ ກໍປາກົດວ່າມີບໍລິສັດຈາກຫວຽດນາມ 7 ບໍລິ
ສັດ ທີ່ໄດ້ລົງທຶນກໍ່ສ້າງເຂື່ອນຜະລິດກະແສໄຟຟ້າຈໍານວນ 15 ໂຄງການຢູ່ໃນລາວ
ໂດຍມີເປົ້າໝາຍທີ່ຈະສົ່ງກະແສໄຟຟ້າ ທີ່ຜະລິດໄດ້ສ່ວນໃຫຍ່ໄປປະເທດຫວຽດນາມ
ບໍ່ໜ້ອຍກວ່າ 3,357 MW ນັບຈາກທ້າຍປີ 2015 ເປັນຕົ້ນໄປ.

ພິທີເລີ້ມຕົ້ນກໍ່ສ້າງເດີ່ນບິນອັດຕະປີ ທີ່ໄດ້ຈັດຂຶ້ນໃນທ້າຍປີ 2011 ທີ່ຜ່ານມານີ້
ພິທີເລີ້ມຕົ້ນກໍ່ສ້າງເດີ່ນບິນອັດຕະປີ ທີ່ໄດ້ຈັດຂຶ້ນໃນທ້າຍປີ 2011 ທີ່ຜ່ານມານີ້

ການລົງທຶນຂອງຫວຽດນາມ
ໃນໂຄງການກໍ່ສ້າງເຂື່ອນຜະ
ລິດກະແສໄຟຟ້າໃນລາວດັ່ງ
ກ່າວນີ້ ຖືເປັນສ່ວນນຶ່ງຂອງ
ການລົງທຶນຂອງຫວຽດນາມ
ທີ່ເພີ້ມຂຶ້ນນັບມື້ ຊຶ່ງກໍປາກົດວ່າ
ຫວຽດນາມ​ມີ​ມູນ​ຄ່າລົງທຶນ
ສະສົມໃນລາວແຊງໜ້າປະເທດ
ໄທຂຶ້ນມາເປັນອັນດັບ 2 ຫຼື​ເປັນ
​ຮອງພຽງແຕ່​ຈີນ​ເທົ່າ​ນັ້ນ ໃນປັດ
ຈຸບັນນີ້.

ສໍາລັບເຂດທີ່ພາກທຸລະກິດຂອງຫວຽດນາມໄດ້ລົງທຶນຫຼາຍທີ່ສຸດໃນລາວນັ້ນ ກໍຄືເຂດ
ນະຄອນຫຼວງວຽງຈັນ ທີ່ມີມູນຄ່າການລົງທຶນເຖິງ 1,888 ລ້ານໂດລາ ຫຼືຄິດເປັນ 52%
ຂອງມູນຄ່າການລົງທຶນທັງໝົດຂອງຫວຽດນາມໃນລາວ. ສ່ວນເຂດແຂວງຊາຍແດນ ທີ່ພາກທຸລະກິດຂອງຫວຽດນາມ ໄດ້ເຂົ້າມາລົງທຶນຫຼາຍທີ່ສຸດກໍຄືແຂວງເຊກອງ, ຕິດ
ຕາມດ້ວຍແຂວງຈໍາປາສັກ ແລະ ອັດຕະປືຕາມລໍາດັບ. ແຕ່ເຂດທີ່ບໍ່ມີການລົງທຶນຂອງ
ຫວຽດນາມເລີຍນັ້ນກໍມີພຽງແຕ່ແຂວງບໍ່ແກ້ວເທົ່ານັ້ນ. ແຕ່ກໍ່ເຊື່ອໝັ້ນວ່າ ພາກທຸລະກິດ
ຂອງຫວຽດນາມຈະພາກັນຂະຫຍາຍການລົງທຶນໄປໃນທຸກໆເຂດແຂວງທົ່ວປະເທດລາວ
ໃນໄລຍະໝໍ່ໆນີ້.

ທັງນີ້ກໍ່ເນື່ອງຈາກວ່າ ທັງສອງປະເທດໄດ້ເປີດກວ້າງການຮ່ວມມືທາງເສດຖະກິດລະຫວ່າງ
ກັນ ນັບຈາກປີ 1993 ແລະໄດ້ມີການຕົກລົງໃນສັນຍາວ່າດ້ວຍການສົ່ງເສີມແລະປົກປ້ອງ
ການລົງທຶນລະຫວ່າງກັນ ນັບຕັ້ງແຕ່ປີ 1996 ເປັນຕົ້ນມາແລ້ວ. ໃນປະຈຸບັນທາງການທັງ
ສອງຝ່າຍກໍກໍາລັງຮ່ວມກັນ ພິຈາລະນາປັບປຸງສັນຍາວ່າ ດ້ວຍການສົ່ງເສີມ ແລະປົກປ້ອງ
ການລົງທຶນດັ່ງກ່າວ ໃຫ້ມີຄວາມທັນສະໄໝອີກດ້ວຍ ດັ່ງທີ່ທ່ານ ສົມດີ ໄດ້ຖະແຫຼງຊີ້ແຈງ
ໃນຕອນນຶ່ງວ່າ:

ພິທີເຊັນອະນຸສັນຍາລະຫວ່າງ ຫວຽດນາມແລະລາວໃນ​ແຜນການ​ ຮ່ວມ​ມື​ປະ​ຈໍາປີ 2012 ໃນ​ໂອກາດ ການເດີນທາງຢ້ຽມຢາມລາວຢ່າງ ເປັນທາງການຂອງປະທານປະ ເທດຫວຽດນາມ.
ພິທີເຊັນອະນຸສັນຍາລະຫວ່າງ ຫວຽດນາມແລະລາວໃນ​ແຜນການ​ ຮ່ວມ​ມື​ປະ​ຈໍາປີ 2012 ໃນ​ໂອກາດ ການເດີນທາງຢ້ຽມຢາມລາວຢ່າງ ເປັນທາງການຂອງປະທານປະ ເທດຫວຽດນາມ.

ເພື່ອຕອບສະໜອງການສົ່ງເສີມການລົງທຶນໃນ
ສະ
ພາບແວດລ້ອມເສດຖະກິດ-ສັງຄົມອັນໃໝ່ນີ້
ສອງປະ
ເທດພວກເຮົາກໍາລັງດໍາເນີນການທົບທວນ
ສັນຍາສະບັບ
ດັ່ງກ່າວຮ່ວມກັນ ແລະຄາດວ່າຈະໃຫ້
ສໍາເລັດໃນທ້າຍປີ
ນີ້ ພ້ອມດຽວກັນນັ້ນສອງຝ່າຍ
ໄດ້ເອົາໃຈໃສ່ກໍາ
ນົດທິດລະອຽດ ແລະສ້າງເງື່ອນໄຂ
ອໍານວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍ

ທຸລະກິດຂອງທຸກພາກສ່ວນເສດຖະກິດຂອງແຕ່
ລະຝ່າຍ ໃຫ້ເຂົ້າໄປລົງທຶນຂອງ
ກັນ ແລະກັນ.

ພາຍໃຕ້ສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການລົງທຶນດັ່ງກ່າວນີ້ ທັງ​ສອງ​ຝ່າຍກໍ​ຈະ
​ສົ່ງ​ເສີມ​ໃຫ້​ມີ​ການພົວພັນທາງ​ເສດຖະກິດ​ຫຼາຍຮູບ​ແບບ ​ແລະມີ​ການອໍານວຍ​ຄວາມ​ສະດວກ​
ໃຫ້​ກັບ​ພາກ​ທຸລະ​ກິດ​ກາ​ນຄ້າ, ກາ​ນລົງທຶນ ​ແລະພັດທະນາ​ການ​ເຊື່ອມ​ຕໍ່ທາງ​ດ້ານການ​ຄົມ
ມະນາຄົມ-​ຂົນສົ່ງ​ລະຫວ່າງກັນ​ຢ່າງ​ຄົບ​ຊຸດ ​ແລະຢ່າງທົ່ວ​ເຖິ​ງຕະຫຼອດ​ພາກ​ເໜືອຮອດພາກ
​ໃຕ້ໃຫ້ໄດ້ ຢ່າງເປັນຮູບປະທໍາ.

ສໍາລັບ​ໃນ​ໂອກາດການເດີນທາງຢ້ຽມຢາມປະເທດລາວ ຢ່າງເປັນທາງການຂອງປະທານປະ
ເທດຫວຽດນາມ ​ໃນ​ຄັ້ງ່າຫລ້າ​ສຸດນີ້ ທາງ​ການ​ຂອງ​ສອງ​ຝ່າຍ​ກໍ​ໄດ້​ລົງ​ນາມ​ໃນ​ອານຸສັນຍາ
ວ່າດ້ວຍ​ການ​ສ້າງ​ບຸກຄະລາ​ກອນ​ລາວ ຢູ່​ຫວຽດນາມ ​ແຜນການ​ຮ່ວມ​ມື​ປະ​ຈໍາປີ 2012 ສັນ
ຍາ​ກູ້​ຢືມ​ເງິນ​ຈາກ​ທະນາຄານ​ຮຸ້ນ​ສ່ວນ ອຸດສາຫະກໍາ ​ແລະ​ການ​ຄ້າຂອງຫວຽດນາມ ສັນຍາ
​ຂຸດ​ຄົ້ນ​ແລະ​ປຸງ​ແຕ່ງ ​ເກືອ​ກາລີ ຢູ່​ທີ່​ແຂວງ​ຄໍາ​ມ່ວນ ​ແລະ​ການກໍ່ສ້າງ​ສະໜາມບິນ ຢູ່​ແຂວງ
​ອັດ​ຕະປີ.

XS
SM
MD
LG