ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພື່ອນບ້ານຂອງ ຊາຍທີ່ ຍິງໂຈມຕີໃນ​​ ໂຕຣອນ​ໂຕ ກ່າວວ່າ ຕົນບໍ່ຊາບເຖິງ ຄວາມເປັນ ໂຣກຈິດ ຂອງຜູ້ກ່ຽວເລີຍ


ຕຳຫຼວດ​ນະຄອນ​ໂຕຣອນ​ໂຕ ສືບສວນເກັບກຳຂໍ້ມູນ ໃນສະຖານທີ່
ເກີດເຫດ ຂອງການໂຈມຕີ ໃນຄືນກ່ອນ ທີ່​ນະຄອນ​ໂຕຣອນ​ໂຕ, ອອນເທຍຣີໂອ, ການາດາ, 23 ກໍລະກົດ 2018.
ຕຳຫຼວດ​ນະຄອນ​ໂຕຣອນ​ໂຕ ສືບສວນເກັບກຳຂໍ້ມູນ ໃນສະຖານທີ່ ເກີດເຫດ ຂອງການໂຈມຕີ ໃນຄືນກ່ອນ ທີ່​ນະຄອນ​ໂຕຣອນ​ໂຕ, ອອນເທຍຣີໂອ, ການາດາ, 23 ກໍລະກົດ 2018.

ຄອບຄົວ​ຂອງ​ຜູ້​ຊາຍຄົນນຶ່ງ​ທີ່​ຖືກ​ກ່າວ​ຫາ​ວ່າ ສັງຫານ 2 ຄົນ ​ແລະ​ເຮັດໃຫ້ບາດ​ເຈັບ ອີກ 13 ຄົນ ​ໃນ​ການລະດົມ​ຍິງໃສ່​ຖະຫນົນ​ຫົນທາງ​ໃນ​ນະຄອນ​ໂຕຣອນ​ໂຕ, ກາ​ນາ​ດາ ​ກ່າວວ່າ ລາວເປັນ​ໂຣ​ກຈິດ.

​ເຈົ້າ​ໜ້າ​ທີ່​ໄດ້​ລະບຸ ຜູ້​ຕ້ອງ​ສົງ​ໄສ​ວ່າ​ແມ່ນ ທ້າວ​ໄຟ​ຊານ ຮຸສ​ເຊນ ​ໄວ 29 ປີ ​ເປັນ​ ຊາວ​ໂຕຣອນໂຕ ຜູ້​ຊຶ່ງ​ໄດ້​ຕາຍໃນ​ການ​ໂຈມ​ຕີ. ມັນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ຜູ້​ຕ້ອງ​ສົງ​ໄສ​ນັ້ນ​ຂ້າ​ຕົວ​ເອງ​ຕາຍ ຫຼື​ວ່າ ຖືກ​ຕຳຫຼວດ​ຍິງ​ຕາຍ.

ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ລາວ ​ໄດ້ສັງ​ຫານ ​ເດັກນ້ອຍ​ແມ່ຍິງ​ໄວ 10 ຂວບ ​ແລະ ຍິງ​ສາວ ​ໄວ 18 ປີ ​ໃນແລງວັນ​ອາທິດ ທີ່ຄຸ້ມ​ບ້ານ​ຂອງຊາວກຣິສ.

ຄອບຄົວ​ຂອງທ້າວຮຸສ​ເຊນ ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ
“ສະ​ຫຼົດ​ໃຈ ຈາກ​ຂ່າວ​ທີ່ຮັບ​ເອົາ​ບໍ່​ໄດ້​ນີ້​” ທີ່​ວ່າ ລາວ​ແມ່ນ​ຮັບຜິດຊອບ​ໃນ​ການ​ຍິງ​ສັງ
ຫານນີ້ ​ແລະລາວ​ໄດ້​ເປັນ​ໂຣກປະສາດ ​ແລະໂຣກຊຶມ​ເສົ້າ.

“​ໃນ​ຂະນະ​ທີ່​ພວກ​ເຮົາ​ເຮັດ​ດີ​ທີ່​ສຸດ​ທີ່​ຈະ​ຊອກ​ຫາ​ທາງ​ຊ່ອຍ​ລາວ ​ໃນ​ຊົ່ວ​ຊີວິດ​ຂອງ​
ລາວ ທີ່​ທົນ​ທຸກທໍລະມານແລະ​ເຈັບ​ປວດ, ພວກ​ເຮົາ​ບໍ່​ສາມາດ​ທີ່​ຈະຈິນຕະນາ​ການ​
ໄດ້​ວ່ານີ້​ຈະ​ແມ່ນ​ການ​ທົນ​ທຸກ​ແລະ​ການ​ສິ້ນ​ສຸດ​ລົງ​ທີ່​ໂຫດຮ້າຍ,”
ນັ້ນຄືຄຳເວົ້າຂອງ​
ຄອບຄົວ​ ​ລາວ ​ໄດ້​ກ່າວ​ໄວ້.

ຕຳ​ຫຼວດ​ແມ່ນ​ຍັງ​ດຳ​ເນີນ​ງານ ​ເພື່ອ​ຕັດສິນ​ເຖິງ​ຄວາມ​ອາດເປັນ​ໄປ​ໄດ້ຂອງ​ການ​ມີ​ສາ​ເຫດ​ຂອງ​ການ​ໂຈມຕີ​ນີ້ ​ແລະ​ກ່າວ​ວ່າ ພວກ​ທ່ານ​ບໍ່​ໄດ້​ກີດ​ກັນ​ເຖິງ​ຄວາມ​ອາດ​ເປັນ​ໄດ້​ໃນ​ທຸ​ກໆ ສະຖານະ​ການ.

ພາບ​ວີ​ດີ​ໂ​ອທີ່​ຖ່າຍ​ຈາກ​ໂທລະສັບ​ມື​ຖືຂອງ​ການ​ໂຈມຕີ ສະ​ແດງ​ໃຫ້​ເຫັນ​ວ່າ ຊາຍ​ຜູ້​ສວມ​ໃສ່​ເສື້ອ​ສີດຳ​ທັງ​ໝົດ ​ໄດ້​ຍິງ​ຈາກ​ທາງ​ຍ່າງ ​ເຂົ້າ​ໃສ່​ຮ້ານ​ອາຫານ ​ແລະ​ຮ້ານ​ກາ​ເຟ ຂອງ​ຊາວ​ກຣິສ ​ໃນ​ຄຸ້ມ​ບ້ານ​ທີ່​ມີ​ຊີວິດ​ຊີວາ. ພວກ​ທີ່​ເຫັນ​ເຫດການ​ກ່າວ​ວວ່າ ພວກ​ເຂົາ​ເຈົ້າ​ໄດ້​ຍິນສຽງປືນ ຢ່າງ​ນ້ອຍ 20 ນັດ.

​ເຈົ້າ​ຄອງ​ກຳ​ແພງ​ນະຄອນ​ໂຕຣອນ​ໂຕ ທ່ານ​ຈອນ ທໍຣີ ​ໄດ້​ກ່າວ​ວ່າ ການ​ຍິງ​ກັນ ​ແມ່ນ “ນີ້​ແມ່ນ​ຫຼັກ​ຖານ​ຂອງ​ບັນຫາ​ປືນ​” ​ໃນນະຄອນ​ໂຕຣອນ​ໂຕ.

​ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG