ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸ​ທໍ​ເນ​ໂດ ປະທະຫຼາຍໆລັດ ໃນເຂດ Midwest ຂອງສະຫະລັດ


US Severe Weather
please wait
Embed

No media source currently available

0:00 0:00:58 0:00

US Severe Weather

ມີ​ບ້ານ​ເຮືອນ 30 ກ່ວາຫຼັງ ຖືກ​ທຳລາຍ​ໃນ​ວັນ​ພຸດ​ວານ​ນີ້ ຫຼັງ​ຈາກ
​ທີ່ລົມ​ພາຍຸຫົວກຸດ ຫລື ທໍ​ເນ​ໂດ ​ໄດ້​ປະ​ທະ​ລັດ Oklahoma,
Kansas ​ແລະ Nebraska ໃນເຂດ Midwest ຂອງສະຫະລັດ.

ຄວາມ​ເສຍ​ຫາຍ​ສ່ວນ​ໃຫຍ່​ ນັ້ນ​ແມ່ນເກີດ​ຂຶ້ນ​ໃນ​ລັດ Oklahoma
​ໂດຍ​ສະ​ເພາະ​ເຂດ​ຊານ​ ​ເມືອງຫຼວງ Oklahoma City. ​ເຈົ້າ​ໜ້າ​ທີ່
ກ່າວ​ວ່າ ມີ​ບ້ານ​ເຮືອນ​ຢ່າງ​ນ້ອຍ 35 ຫຼັງ ຖືກ​ທຳລາຍ ຍ້ອນ​ພາຍຸ
ທໍ​ເນ​ໂດຄັ້ງ​ນີ້ ທີ່​ໄດ້​ປະ​ທະ​ເຂດ​ຊານ​ເມືອງ​ທາງ​ກ້ຳຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ Oklahoma City ​ໃນ​ຕອນ​ບ່າຍ​ຂອງ​ວັນ​ພຸດ​ວານ​ນີ້ ​ແລະ​ໄດ້​ມີ​ລາຍ​ງານ​ເພີ່ມ​ຕື່ມ​ວ່າ ສວນສັດເສືອ​ແຫ່ງ​ໜຶ່ງ
ຖືກ​ເພພັງ​ເສຍ​ຫາຍ.

ພາຍຸ​ທໍ​ເນ​ໂດ ລູກ​ທີ​ສອງ ທີ່​ໄດ້​ປະ​ທະ​ໃນ​ຕອນ​ແລງ​ຂອງ​ວັນ​ພຸດ​ວານ​ນີ້ ​ໄດ້​ເຮັດ​ໃຫ້​ລົດ​ຫຼາຍ​ຄັນ ຢູ່​ໃນ​ຖະໜົນ​ສຳຄັນ​ເສ້ນ​ໜຶ່ງ ປິ້ນຂວ້ຳ ​ແລະ​ເຮັດ​ໃຫ້​ໄຟຟ້າ​ມອດ​ນຳ.

ມາ​ຮອດ​ປະຈຸ​ບັນ​ນີ້ ຍັງ​ບໍ່​ທັນ​ມີ​ລາຍ​ງານ​ເຖິງ​ການ​ບາດ​ເຈັບ​ລົ້ມ​ຕາຍ​ໃດໆ​ເທື່ອ.

ພາຍຸທີ່​ວ່າ​ນີ້ ​ໄດ້​ເຮັດ​ໃຫ້​ມີ​ຝົນຕົກ​ໜັກ ຫຼາຍ​ຊັງ​ຕີ​ແມັດ ​ໃນ​ເມືອງ Oklahoma City ຊຶ່ງ​ຍັງ​ຜົນ​ໃຫ້​ກົມ​ອຸຕຸນິຍົມ​ແຫ່ງ​ຊາດ ອອກ​ຄຳ​ເຕືອນສະພາວະສຸກ​ເສີນ ໃຫ້​ລະວັງ​ໄພ​ນ້ຳ​ຖ້ວມ​ຢ່າງ​ໄວນັ້ນ.

XS
SM
MD
LG