ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທໍເນໂດ ເອົາຊີວິດ 14 ຄົນ ຢູ່ພາກໃຕ້ ສຫລ ໃນຂະນະທີ່ ພາກຕາເວັນອອກ ອຸ່ນຜິດປົກກະຕິ


ລົດຄັນນຶ່ງ ກອງຢູ່ກັບຂີ້ເຫຍື້ອ​ ໃກ້ໆເມືອງລິນເດັນ ໃນລັດເທັນເນັສຊີ. (24 ທັນວາ 2015)
ລົດຄັນນຶ່ງ ກອງຢູ່ກັບຂີ້ເຫຍື້ອ​ ໃກ້ໆເມືອງລິນເດັນ ໃນລັດເທັນເນັສຊີ. (24 ທັນວາ 2015)

ຫລາຍ​ຮ້ອຍ​ຄອບຄົວ​ໃນ​ເຂດ​ພາກ​ໃຕ້ ​ແລະ​ພາກ​ກາງ​ຂ້ອນ​ໄປ​
ທາງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດຈະ​ພາກັນ​ສະ​ເຫລີ​ມສະຫລອງ
​ວັນ​ຄຣິສມັສ ຢູ່​ບ່ອນ​ພັກ​ອາ​ໄສ​ຊົ່ວຄາວ ຫລັງ​ຈາກ ​ໄດ້​ສູນ​ເສຍ
​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ​ຍ້ອນ​ລົມພາຍຸ​ທໍ​ເນ​ໂດ
ທີ່​ເກີດ​ໃນ​ເດືອນ​ທັນວາ​ ຊຶ່ງ​ບໍ່​ຄ່ອຍໄດ້​ເຫັນ​ກັນນັ້ນ.

ລົມພາຍຸ​ຮ້າຍ​ແຮງ​ດັ່ງກ່າວ​ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 14 ຄົນເລີ້ມ​
ແຕ່​ມື້ວັນ​ພຸດ ​ເປັນຕົ້ນມາ​ຊຶ່ງຜູ້​ປົກຄອງ​ລັດ Mississippi ທ່ານ
Phil Bryant ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ຢູ່​ໃນ​ຫລາຍໆ​ເຂດ.

ລົມພາຍຸ​ທໍ​ເນ​ໂດ​ສິບ​ກວ່າ​ຫົວໄດ້​ພັດ​ຖະຫຼົ່ມ​ເໜືອຂຶ້ນ​ໄປ​ຈົນ​ເຖິງ
ລັດ Michigan ​ໂດຍ​ໄດ້​ທຳລາຍ​ຫຼື​ບໍ່​ກໍ​ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່​ເຮືອນ​ຊານ​ແລະ​ທຸລະ​
ກິດ​ຈຳນວນ​ນຶ່ງ.

ມີລາຍງານວ່າ ຜູ້​ເສຍ​ຊີວິດ 7 ຄົນ ​ຢູ່​ທີ່​ລັດ Mississippi 6 ຄົນ​ທີ່​ລັດ Tennessee ​ແລະ​
ຜູ້​ນຶ່ງ​ທີ່​ລັດ Arkansas.

ສ່ວນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ ກໍ​ໄດ້​ເກີດຝົນຕົກແລະ​ອຸນຫະພູມ​ທີ່​ສູງ​ເປັນ​ປະ
ຫວັດ​ການ​ ເຖິງ 22 ອົງສາ​ແຊ​ລ​ເຊີ​ສ ​ຢູ່​ຕາມ​ຫົວ​ເມືອງ​ໃຫຍ່ໆ ​ເຊັ່ນນະຄອນນິວຢອກ ວໍ​ຊິງ​
ຕັນ ຟີ​ລາແດ​ລ​ເຟຍ​ ​ເຮັດ​ໃຫ້​ວັນ​ກ່ອນມື້​ບຸນຄຣິສມັສ ມີ​ຄວາ​ມຮູ້ສຶກ ປານກັນ​ກັບ​ກາງ​ລະດູ​
ໃບ​ໄມ້​ປົ່ງ.

ຜູ້​ໃດ​ກໍ​ຕາມ​ທີ່​ຕ້ອງການ​ຢາກ​ເຫັນ​ວັນ​ຄຣິສມັສສີຂາວ​ໃນ​ປີນີ້ຕ້ອງ​ໄດ້​ເດີນທາງໄປຍັງພາກ
​ຕາ​ເວັນຕົກ​ສຽງ​ເໜືອ​ຂອງ​ສະຫະລັດບ່ອນ​ທີ່​ມີການພະຍາກອນໄວ້ວ່າ ຈະມີອາກາດ​ໜາວ
​ແລະ​ຫິມະ​ຕົກ​ໜັກ ​ທີ່​ລັດ​ວໍ​ຊິງ​ຕັນ ອໍ​ເຣກັນ ​ເນ​ວາດາແລະ​ພາກ​ເໜືອຂອງ​ລັດ​ຄາ​ລີ​ຟໍ​ເນຍ.

ພວກ​ນັກ​ຊ່ຽວຊານ​ຂອງ​ລັດຖະບານກ່າວ​ວ່າ​ ປາກົດການ​ອາກາດ​ ທີ່​ຮູ້​ກັນ​ໃນຊື່ El Nino
ນັ້ນ​ ​ແມ່ນ​ມີ​ສ່ວນ​ຮັບຜິດຊອບ​ ກ່ຽວ​ກັບ​ສະພາບ​ອາກາດ ທີ່​ອົບ​ອຸ່ນ​ຜິດ​ປົກກະຕິ​ ​ແລະ ​ສະ​
ພາບ​ດິນ​ຟ້າ​ອາກາດ​ປັ່ນ​ປ່ວນ​ຢູ່​ໃນ​ບໍລິ​ເວນ​ສ່ວນ​ໃຫຍ່​ຂອງສະຫະລັດ.

US Weather
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG