ມີປະຊາຊົນຢ່າງໜ້ອຍ 6 ຄົນໄດ້ເສຍຊີວິດ ໃນສະພາບອາກາດປັ່ນປ່ວນ ຢູ່ໃນຂົງເຂດສ່ວນໃຫຍ່ຂອງ ສະຫະລັດ ໃນວັນພຸດວານນີ້.
ອົງການພະຍາກອນອາກາດແຫ່ງຊາດຂອງສະຫະລັດ ໄດ້ອະທິ ບາຍກ່ຽວກັບ ສະພາບດິນຟ້າອາກາດ ຢູ່ໃນບາງເຂດຂອງລັດ Arkansas, Mississippi, Louisiana ແລະ Tennessee ວ່າ
“ເປັນອັນຕະລາຍຮ້າຍແຮງພິເສດ” ໃນຂະນະທີ່ພາຍຸ ທໍເນໂດ ຫຼາຍກວ່າ 10 ຫົວ ແລະ ພາຍຸຟ້າຮ້ອງເປັນສາເຫດຂອງການເສຍ ຊີວິດຫຼາຍທີ່ສຸດ.
ສ່ວນຢູ່ໃນເຂດອື່ນໆຂອງປະເທດນັ້ນ ແມ່ນມີອາກາດອຸ່ນຜິດປົກ ກະຕິ, ໂດຍມີອຸນຫະພູມສູງເປັນປະຫວັດການສຳລັບປະດາທຳອິດຂອງລະດູໜາວເຊິ່ງມີ ຄວາມຮູ້ສຶກຄືກັບລະດູໃບໄມ້ປົ່ງໃນພາກຕາເວັນຕົກຕອນກາງ ແລະ ພາກຕາ ເວັນອອກຂອງ ປະເທດ.
ສາຍຝົນທີ່ປຽກຊຸ່ມໄດ້ເຮັດໃຫ້ການຂັບຂີ່ຍານພາຫະນະຕົກຢູ່ໃນອັນຕະ ລາຍ ແລະ ເປັນສາ ເຫດ ເຮັດໃຫ້ຫຼາຍສາຍການບິນ ຕ້ອງໄດ້ຍົກເລີກຖ້ຽວບິນຂອງ ຕົນໃນຫຼາຍພາກສ່ວນທາງເຂດແຄມຝັ່ງພາກຕາເວັນອອກຂອງປະເທດໃນວັນ ຂອງການເດີນທາງທີ່ຫຍຸ້ງຍາກທີ່ສຸດຂອງ ປີ.
ເມື່ອພາຍຸເຄື່ອນຍ້າຍອອກໄປແລ້ວ, ອຸນຫະພູມທີ່ສູງເປັນປະຫວັດການກໍຈະ ເຄື່ອນຍ້າຍເຂົ້າ ມາແທນ. ຄ່ຳຄືນກ່ອນວັນ Christmas ເຊິ່ງຈະມີອຸນຫະພູມສູງ ເຖິງ 22 ອົງສາແຊວຊຽສ ໄດ້ມີການພະຍາກອນໄວ້ສຳລັບຕົວເມືອງຕ່າງໆເຊັ່ນ, ນະຄອນນິວຢອກ, ຟິລາແດລເຟຍ ແລະ ນະ ຄອນຫຼວງ ວໍຊິງຕັນ ເຮັດໃຫ້ຄວາມ ຝັນຂອງການມີວັນ Christmas ທີ່ເຕັມໄປດ້ວຍຫິມະສີ ຂາວ ຍັງຢູ່ຫ່າງອອກໄກ ເທົ່າກັບຫ້ອງການຂອງ Santa Claus ຢູ່ທີ່ຂົ້ວໂລກເໜືອ.
ຜູ້ຊ່ຽວຊານດ້ານດິນຟ້າອາກາດຂອງລັດຖະບານກ່າວວ່າ ຮູບແບບຂອງ ດິນຟ້າ ອາກາດ ທີ່ຮູ້ກັນວ່າ El Nino ນັ້ນ ແມ່ນມີສ່ວນຮັບຜິດຊອບສຳ ລັບອຸນສະພູມ ທີ່ອຸ່ນຜິດປົກກະຕິນີ້.