ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພາຍຸທໍນາໂດທີ່ແຮງສຸດ ໃນຮອບ 26 ປີ ເຮັດໃຫ້ຫລາຍຄົນ ໄດ້ຮັບບາດເຈັບ ບ້ານເຮືອນເພພັງ ໃນເມືອງ ເດມອຍ, ລັດໄອໂອວາ


ພາບບ້ານເຮືອນຫັກພັງ ແລະຊັບສິນເສຍໃນຄຸ້ມທີ່ຄົນລາວອາໄສຢູ່ໃນເມືອງ ເດມອຍ, ລັດໄອໂອວາ ຍ້ອນພາຍຸທໍນາໂດ
ພາບບ້ານເຮືອນຫັກພັງ ແລະຊັບສິນເສຍໃນຄຸ້ມທີ່ຄົນລາວອາໄສຢູ່ໃນເມືອງ ເດມອຍ, ລັດໄອໂອວາ ຍ້ອນພາຍຸທໍນາໂດ

ພາຍຸທໍເນໂດທີ່ເລີ້ມຕົ້ນຂຶ້ນໃນເວລາປະມານ 11:00 ໂມງເຊົ້າ ຂອງວັນຈັນວານ ນີ້ ຕາມເວລາ ໃນລັດໄອໂອວາ ຊຶ່ງແກ່ຍາວໄປເປັນເວລາ 30 ນາທີກວ່າໆ ໄດ້ເຮັດໃຫ້ຕົ້ນໄມ້ຫັກ ແລະເຮືອນເພພັງໄປຕັ້ງຫລວງຫຼາຍແລ້ວ ອີງຕາມການບອກເລົ່າ ຂອງທ່ານນາງທອງຫລໍ່ໄຊສີນວນ, ຜູ້ອາໄສຢູ່ໃນນະຄອນເດມອຍ, ເມືອງ ຫລວງຂອງລັດໄອໂອວາຕໍ່ວີໂອເອໃນຕອນຄໍ່າຂອງວັນດັ່ງກ່າວ ຂະນະທີ່ໄຟຍັງ ດັບ ຍ້ອນເສົາໄຟຟ້າຫັກ ຊຶ່ງທ່ານນາງເລົ່າດັ່ງນີ້:


ທ່ານນາງເລົ່າສູ່ຟັງອີກວ່າຫລາຍກວ່າ 130 ພັນຫລັງຄາເຮືອນ ແມ່ນຂາດໄຟຟ້າໃຊ້ ແລະຫລັງຄາຂອງເຮືອນຢູ່ຂ້າງບ້ານຂອງທ່ານນາງ ຖືກລົມພັດເລີກຫລັງຄາ ອອກໄປ ແລະເຂົາເຈົ້າກໍາລັງສ້ອມແປງມັນຄືນຢູ່ ໃນຕອນຄໍ່າຂອງມື້ນັ້ນ.ທ່ານນາງບອກວ່ານີ້ເປັນລົມພາຍຸທີ່ແຮງທີ່ສຸດເທົ່າທີ່ທ່ານນາງເຄີຍເຫັນມາໃນຮອບ 26 ປີ.

ອີງຕາມໜັງສືພິມທ້ອງຖິ່ນສະບັບນຶ່ງທີ່ພິມອອກໃນຕອນຄໍ່າວານນີ້ ມີຫລາຍກວ່າ 4 ແສນຄົນໃນລັດໄອໂອວາບໍ່ມີໄຟຟ້າໃຊ້, ຫລາຍຄົນໄດ້ຮັບບາດເຈັບ ເມື່ອລົມ ໄດ້ພັດຫລັງຄາເຮືອນອອກ ຫລືນັ່ງຢູ່ລົດຖືກແລ້ວຖືກກົກໄມ້ຫັກທັບ ຂະນະທີ່ລົມ ພາຍຸທີ່ມີຄວາມແຮງໃນລະດັບສູງກວ່າ 100 ໄມຕໍ່ຊົ່ວໂມງ ພັດຜ່ານເຂດພາກ ກາງຂອງລັດໄອໂອວາ ທີ່ ຢູ່ທາງຕາເວັນຕົກຕອນກາງຂອງ ປະເທດນັ້ນ.

ເບິ່ງວີດິໂອພາຍຸພັດຖະຫລົ່ມເຂດຄຸ້ມປະຊາຄົມລາວອາໄສຢູ່ໃນເມືອງເດມອຍ, ລັດໄອໂອວາ

XS
SM
MD
LG