ປັກກິ່ງ ໄດ້ເລີ້ມຕົ້ນໜ້າທີ່ການເປັນເຈົ້າພາບກິລາໂອລິມປິກລະດູໜາວປະຈໍາປີ 2022 ດ້ວຍການເລີ້ມຕົ້ນແລ່ນຍື່ນທວນໄຟກິລາໂອລິມປິກຕໍ່ກັນແບບດັ້ງເດີມໃນວັນພຸດມື້ນີ້.
ຮອງນາຍົກລັດຖະມົນຕີ ທ່ານຫານ ເຈີງ (Han Zheng), ເລີ້ມຕົ້ນພິທີດັ່ງກ່າວ ດ້ວຍການສົ່ງທວນໄຟ ອັນເປັນສັນຍາລັກຂອງງານກິລາໃຫ້ແກ່ ທ່ານລົວ ຈີຮວານ (Luo Zhihuan) ອາຍຸ 80 ປີ, ນັກກິລາຄວາມໄວສະເກັດລະດັບໂລກຄົນທໍາອິດຂອງຈີນ ແລະແຊັມໂລກກິລາລະດູໜາວຄົນທໍາອິດຂອງປະເທດ ຢູ່ທີ່ສວນກິລາໂອລິມປິກຕ່າງປະເທດ.
ມີຜູ້ຖືທວນໄຟຫຼາຍກວ່າ 1,000 ຄົນທີ່ຈະຖືທວນໄຟກິລາໂອລິມປິກແລ່ນຜ່ານສາມບໍລິເວນຂອງການແຂ່ງຂັນ, ລວມເຖິງຕົວເມືອງຂອງນະຄອນຫຼວງປັກກິ່ງ ແລະເມືອງຈາງເຈຍກູ (Zhangjiakou) ທີ່ຢູ່ໃກ້ຄຽງໃນແຂວງເຫີເປີຍ ກ່ອນທີ່ຈະກັບຄຶນໄປນະຄອນຫຼວງປັກກິ່ງສໍາລັບພິທີເປີດງານກິລາໃນມື້ວັນສຸກທີ່ຈະມາເຖິງນີ້.
ການແລ່ນທວນໄຟຕໍ່ກັນສາມມື້ ແມ່ນມີຂໍ້ຈໍາກັດຫຼາຍກວ່າການແລ່ນກັນໃນງານກິລາອື່ນໆທີ່ຜ່ານມາ ເນື່ອງຈາກສະຖານະການຂອງພະຍາດໂຄວິດ-19, ມີພຽງແຕ່ສະມາຊິກຜູ້ທີ່ໄດ້ຮັບຄັດເລືອກທົ່ວໄປເທົ່ານັ້ນ ໄດ້ຮັບອະນຸຍາດ ໃຫ້ເຂົ້າເປັນສັກຂີພະຍານໃນການແລ່ນດັ່ງກ່າວ. ໂດຍການປຽບທຽບແລ້ວ, ປັກກິ່ງໄດ້ສົ່ງທວນໄຟໄປທົ່ວໂລກ ກ່ອນເປີດການເປັນເຈົ້າພາບກິລາໂອລິມປິກລະດູຮ້ອນໃນປີ 2008 ເຊິ່ງໄດ້ດຶງດູດໃຫ້ພວກປະທ້ວງຢູ່ຫຼາຍບ່ອນທີ່ຢຸດແວ່ນັ້ນ ປະທ້ວງການລະເມີດສິດທິມະນຸດຂອງຈີນ.
ໃນປີນີ້, ມີຫຼາຍໆປະເທດໄດ້ປະຕິເສດທີ່ຈະສົ່ງຄະນະຜູ້ແທນເຈົ້າໜ້າທີ່ ເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ ລວມມີສະຫະລັດ, ອອສເຕຣເລຍ, ອັງກິດ ແລະການາດາ.
ການແຂ່ງຂັນກິລາໂອລິມປິກດັ່ງກ່າວ ຈະຈັດຂຶ້ນພາຍໃຕ້ອັນທີ່ຮ້ອງວ່າ “ຟອງສະບູ” ທີ່ກໍານົດໃຫ້ນັກກິລາ, ເຈົ້າໜ້າທີ່ ແລະນັກຂ່າວຂອງງານກິລາໂອລິມປິກທັງໝົດຕ້ອງແຍກໂຕຢູ່ໂດດດ່ຽວ ເພື່ອບໍ່ໃຫ້ໄວຣັສແຜ່ກະຈາຍສູ່ສາທາລະນະທົ່ວໄປ.