ລັດຖະບານທ່ານ ໄບເດັນ ໃນປັດຈຸບັນນີ້ ແມ່ນກຳລັງເພັ່ງເລັງໃສ່ການປະຕິບັດເປົ້າໝາຍຂອງເຂົາເຈົ້າສຳລັບພາກພື້ນອິນໂດ-ປາຊີຟິກ, ອີງຕາມການກ່າວຂອງບັນດານັກວິເຄາະ, ໃນຂະນະທີ່ນັກແຜນຍຸດທະສາດຂອງທຳນຽບຂາວຜູ້ທີ່ໄດ້ລິເລີ່ມນະໂຍບາຍຕ່າງໆສຳລັບພາກພື້ນນັ້ນໄດ້ຍ້າຍໄປກະຊວງການຕ່າງປະເທດ.
ທ່ານ ເຄີດ ແຄມແບລ, ຜູ້ທີ່ໄດ້ເຮັດໜ້າທີ່ເປັນຜູ້ປະສານງານເຂດອິນໂດ-ປາຊີຟິກ ສຳລັບສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ, ໄດ້ລິເລີ່ມແຜນຍຸດທະສາດຕ່າງໆທີ່ໄດ້ເຄື່ອນໄຫວບັນດາພັນທະມິດ ແລະ ຄູ່ຮ່ວມທັງຫຼາຍເພື່ອຮ່ວມມືກັນ ກ່ຽວກັບ ສິ່ງທ້າທາຍໃນທົ່ວພາກພື້ນ, ນັບຈາກການຕອບໂຕຄວາມດຸ່ນດ່ຽງໃນການເຕີບໂຕຂອງຈີນ ເຖິງການຫຼຸດໄພຂົ່ມຂູ່ຂອງ ເກົາຫຼີເໜືອ. ທ່ານຈະໄປຮັບຕຳແໜ່ງໃໝ່ຢູ່ກະຊວງການຕ່າງປະເທດ.
ທ່ານຈະໄດ້ຮັບບົດບາດຂອງຮອງລັດຖະມົນຕີການຕ່າງປະເທດ, ເຊິ່ງແມ່ນຕຳແໜ່ງຫວ່າງນັບຕັ້ງແຕ່ເດືອນກໍລະກົດເປັນຕົ້ນມາ ເວລາທີ່ທ່ານນາງ ເວັນດີ ເຊີແມນ ໄດ້ອອກບຳນານ. ສະພາສູງໄດ້ຢືນຢັນທ່ານ ແຄມແບລ ໃນວັນທີ 6 ກຸມພາທີ່ຜ່ານມາ ຫຼັງຈາກປະທານາທິບໍດີ ໂຈ ໄບເດັນ ໄດ້ສະເໜີຊື່ທ່ານສຳລັບຕຳແໜ່ງດັ່ງກ່າວໃນເດືອນພະຈິກແລ້ວນີ້.
ຕຳແໜ່ງຂອງທ່ານ ແຄມແບລ ເປັນຜູ້ປະສານງານເຂດອິນໂດ-ປາຊີຟິກ ນັ້ນຈະຖືກປ່ອຍໃຫ້ຫວ່າງ, ໜັງສືພິມ Financial Times ໄດ້ລາຍງານໃນວັນທີ 6 ກຸມພາທີ່ຜ່ານມາ.
ບັນດານັກຊ່ຽວຊານໄດ້ກ່າວວ່າ ຖ້າລັດຖະບານທ່ານ ໄບເດັນ ບໍ່ເອົາຄົນມາຕື່ມຕຳແໜ່ງ ອິນໂດ-ປາຊີຟິກ, ມັນຈະເປັນສັນຍານວ່າ ວໍຊິງຕັນ ຕອນນີ້ແມ່ນກຳລັງເພັ່ງເລັງໃສ່ ການປະຕິບັດແຜນຍຸດທະສາດ ທີ່ທ່ານໄດ້ຕັ້ງໄວ້ແລ້ວນັ້ນ.
ຟໍຣັມສະແດງຄວາມຄິດເຫັນ