ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກາດີນາລ ຂອງ ອອສເຕຣເລຍ ຖືກກ່າວຫາວ່າ ລ່ວງລະເມີດ ທາງເພດ

ພະ Cardinal George Pell, ກາງຈາກຂວາ, ຖືກອ້ອມລ້ອມ ໂດຍຕຳຫຼວດ ໃນຂະນະທີ່ເພີ່ນໄປຮອດ ສານຊັ້ນຕົ້ນ ໃນນະຄອນ Melbourne, ອອສເຕຣເລຍ, ວັນທີ 26 ກໍລະກົດ 2017.
ພະ Cardinal George Pell, ກາງຈາກຂວາ, ຖືກອ້ອມລ້ອມ ໂດຍຕຳຫຼວດ ໃນຂະນະທີ່ເພີ່ນໄປຮອດ ສານຊັ້ນຕົ້ນ ໃນນະຄອນ Melbourne, ອອສເຕຣເລຍ, ວັນທີ 26 ກໍລະກົດ 2017.

ພະ Cardinal George Pell ຂອງອອສເຕຣເລຍ ນຶ່ງ​ໃນບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງສຸດ
ຂອງວັງ Vatican ແລະ ເປັນທີ່ປຶກສາທີ່ໃກ້ຊິດ ​ໃຫ້ແກ່ພະສັນຕະປາປາ Francis
ໄດ້ໄປປາກົດໂຕ ​ເປັນເທື່ອທຳອິດ ຢູ່ທີ່ສານ​ແຫ່ງ​ນຶ່ງ ຂອງອອສເຕຣເລຍ ໃນຂໍ້ກ່າວຫາ
ກ່ຽວກັບ ການລ່ວງລະເມີດທາງເພດ.

ນັກບວດ ອາຍຸ 76 ປີອົງ​ນີ້ ບໍ່ໄດ້ກ່າວຫຍັງເລີຍ ໃນລະຫວ່າງ ການພິຈາລະ ນາຄະດີ
ໄລຍະສັ້ນໆ ຢູ່ທີ່ສານ ນະຄອນ Melbourne ໃນວັນພຸດມື້ນີ້ ທີ່ເພັ່ງເລັງໃສ່ການ​ດຳ
​ເນີນ​ການ​ທາງກົດໝາຍ ຕາມປົກກະຕິ. ​ເພິ່ນໄດ້ຖືກກ່າວຫາວ່າ “ລວນ​ລາມທາງເພດ ທີ່ເປັນປະຫວັດການ” ຊຶ່ງກ່ຽວພັນກັບຫຼາຍໆຄົນ ຢ້ອນຄືນຫຼັງໄປ ຫລາຍປີ.

ເຫັນໄດ້ວ່າ ມີຜ້າຣີບິນ ຫຼາກຫຼາຍສີ ຖືກມັດໃສ່ຮົ້ວ ຢູ່ດ້ານນອກຂອງມະຫາວິຫານໂບດ ຂອງ St. Patrick, ຊຶ່ງເປັນການສະແດງອອກ ເຖິງກາດຈື່ຈຳພວກຜູ້ເຄາະຮ້າຍ ຈາກການລ່ວງລະເມີດ ຂອງໂບດ ໂຣມັນ ຄາໂທລິກ, ໃນເມືອງ Ballarat, ຕັ້ງຢູ່ກ້ຳຕາເວັນຕົກ ສຽງໃຕ້ຂອງນະຄອນ Melbourne ໃນປະເທດອອສເຕຣເລຍ, ວັນທີ 23 ກໍລະກົດ 2017.

ທະນາຄວາມຂອງພະ Cardinal Pell, ທ່ານ Robert Richter ໄດ້ບອກສານວ່າ
ລູກຄວາມຂອງທ່ານ ຈະໃຫ້ການປະຕິເສດ ຕໍ່ຂໍ້ກ່າວຫາຕ່າງໆ ເຖິງແມ່ນວ່າ ​ເພິ່ນ
ບໍ່ຈຳເປັນຕ້ອງເຮັດເຊັ່ນນັ້ນ ໃນລະຫວ່າງການດຳເນີນຄະດີ ໃນວັນພຸດມື້ນີ້.

ພະ Cardinal Pell ໄດ້ເປັນຫົວໜ້າດ້ານການເງິນ ຂອງວັງວາຕິກັນ ນັບຕັ້ງ ແຕ່ປີ
2014 ເປັນຕົ້ນມາ ແລະ ເປັນເຈົ້າໜ້າທີ່ອະວຸໂສສຸດ ຂອງສາສະໜາ ໂຣມັນ ຄາໂທລິກ
ທີ່ປະເຊີນກັບຂໍ້ກ່າວຫາ ການລ່ວງລະເມີດທາງເພດ ທີ່ຍາວນານ ຫຼາຍທົດສະຫວັດ
ຊຶ່ງກາຍເປັນຂ່າວນອງນັນ ທີ່ກ່ຽວພັນກັບພວກນັກບວດ. ພະສັນຕະປາປາ Francis
ໄດ້ອະນຸຍາດໃຫ້ ພະ Cardinal Pell ພັກການ ເພື່ອທີ່ຈະສາມາດ ກັບຄືນໄປ
ອອສເຕຣເລຍ ຕໍ່ສູ້ກັບຂໍ້ກ່າວຫາຕ່າງໆນັ້ນ ແຕ່ບໍ່ໄດ້ປົດພະ Cardinal Pell ອອກ
ຈາກຕຳແໜ່ງ.

ພະ Cardinal Pell ໄດ້ຖືກໂຈມຕີມາໄດ້ດົນນານແລ້ວ ​ໃນ​ການ​ຈັດການ ກັບ ພວກ
ຄຸນພໍ່ ທີ່ຖືກກ່າວຫາວ່າ ລ່ວງລະເມີດທາງເພດ ຕໍ່ພວກເດັກນ້ອຍ ຊຶ່ງໄດ້ເກີດຂຶ້ນ
ໃນລະຫວ່າງການເປັນພະ​ສັງຄະ​ລາດ ສາສະໜາ ຄາໂທລິກ ຢູ່ທີ່ນະ ຄອນ
Melboune ແລະ Sydney ​ເມື່ອຫຼາຍປີຜ່ານມາ​ແລ້ວນັ້ນ. ​ເພິ່ນໄດ້ຖືກສຳພາດ
ມາແລ້ວສອງຄັ້ງ ໂດຍຄະນະກຳມາທິການພິເສດ ທີ່ຖືກຈັດຕັ້ງຂຶ້ນມາ ເພື່ອສືບສວນ
ຂໍ້ກ່າວຫາຕ່າງໆ ກ່ຽວ​ກັບ​ການລ່ວງລະເມີດທາງເພດ ໂດຍນັກບວດ ຊຶ່ງການກະທຳ
ຜິດ​ສ່ວນ​ນຶ່ງ ແມ່ນຢ້ອນຄືນຫລັງໄປ ຫຼາຍທົດສະວັດ.

ກຳນົດວັນຂຶ້ນສານ ຕໍ່ໄປຂອງ​ເພິ່ນ ແມ່ນວັນທີ 6 ຕຸລາ ຈະມານີ້.

Australia Cardinal Pell
please wait

No media source currently available

0:00 0:00:21 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG