ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດີນາລ ຂອງ ວາຕິກັນ ຖືກຂໍ້ຫາ ກ່ຽວກັບ ການລ່ວງລະເມີດ ທາງເພດ


ຄາດີນາລ George Pell ຈາກ ອອສເຕຣເລຍ ເດີນທາງອອກຈາກການພົບປະ ກັບຜູ້ເຄາະຮ້າຍ ຂອງການລ່ວງລະເມີດທາງເພດ ຢູ່ໂຮງແຮມ Quirinale, ນະຄອນຫຼວງ ໂຣມ, ປະເທດ ອິຕາລີ. 3 ມີນາ, 2016.
ຄາດີນາລ George Pell ຈາກ ອອສເຕຣເລຍ ເດີນທາງອອກຈາກການພົບປະ ກັບຜູ້ເຄາະຮ້າຍ ຂອງການລ່ວງລະເມີດທາງເພດ ຢູ່ໂຮງແຮມ Quirinale, ນະຄອນຫຼວງ ໂຣມ, ປະເທດ ອິຕາລີ. 3 ມີນາ, 2016.

ຕຳຫຼວດ ອອສເຕຣເລຍ ໄດ້ຕັ້ງຂໍ້ກ່າວຫາຕໍ່ເຈົ້າໜ້າທີ່ລະດັບສູງຂອງນະຄອນ ວາຕິກັນ
ກ່ຽວກັບ “ການລ່ວງລະເມີດທາງເພດທີ່ມີຊື່ສຽງໃນປະຫວັດສາດ.”

ບັນດາເຈົ້າໜ້າທີ່ບໍ່ໄດ້ໃຫ້ຂໍ້ມູນ ກ່ຽວກັບ ການກ່າວຫາ ຕໍ່ຄາດີນາລ George Pell ນອກ
ເໜືອຈາກກ່າວວ່າ ມີ “ຜູ້ຮ້ອງທຸກຫຼາຍຄົນ” ທີ່ເຊື່ອມໂຍງກັບການກ່າວຫານັ້ນ.

ຄາດີນາລ Pell ຜູ້ທີ່ໄດ້ປະຕິບັດໜ້າທີ່ເປັນຜູ້ຊີ້ນຳດ້ານການເງິນໃຫ້ພະສັນຕະປາປາ
Francis, ໄດ້ຖືກສັ່ງໃຫ້ໄປຂຶ້ນສານໃນນະຄອນ ແມລເບິນ ໃນການພິຈາລະນາຄະດີ
ໃນວັນທີ 18 ກໍລະກົດນີ້.

ເພິ່ນໄດ້ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວທີ່ນະຄອນ ວາຕິກັນ ວ່າ ເພິ່ນ​ເປັນ
ຜູ້ບໍລິສຸດຕໍ່ຂໍ້ກ່າວຫາດັ່ງກ່າວ ແລະໄດ້ຕົກເປັນເປົ້າໝາຍຂອງ “ການທຳລາຍຊື່ສຽງຢ່າງ
ບໍ່ຢຸດຢັ້ງ.”

ໂຄສົກຂອງ ວາຕິກັນ ທ່ານ Greg Burke ໄດ້ສະແດງຄວາມເຄົາລົບຕໍ່ລະບົບຕຸລາການ
ອອສເຕຣເລຍ ແລະ ໄດ້ກ່າວວ່າ ພະສັນຕະປາປາ Francis ໄດ້ອະນຸຍາດໃຫ້ຄາດີນາລ
Pell ລາຢຸດການປະຕິບັດໜ້າທີ່.

ຄາດີນາລ Pell ແມ່ນເຈົ້າໜ້າທີ່ສາສະໜາກາໂຕລິກ ທີ່ມີຕຳແໜ່ງສູງສຸດ ທີ່ໄດ້ປະເຊີນ
ໜ້າກັບຂໍ້ກ່າວຫາ ການລ່ວງລະເມີດທາງເພດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Australia Cardinal Cahrged
please wait

No media source currently available

0:00 0:01:39 0:00

XS
SM
MD
LG