ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ຮັກສາ ຄວາມປອດໄພ ລະດັບສູງ ຂອງ ສະຫະລັດ ເດີນທາງໄປ ອັຟການິສຖານ


ຜູ້ທີ່ຫາກໍຖືກແຕ່ງຕັ້ງເປັນຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດ ນາຍພົນໂທ H.R. McMasterນັ່ງຟັງໃນຂະນະທີ່ປະທານາ
ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປະກາດຢູ່ສະ
ໂມສອນ Mar-a-Lago ໃນເມືອງ Palm Beach, ຟລໍຣິດາ. 20 ກຸມພາ, 2017.
ຜູ້ທີ່ຫາກໍຖືກແຕ່ງຕັ້ງເປັນຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດ ນາຍພົນໂທ H.R. McMasterນັ່ງຟັງໃນຂະນະທີ່ປະທານາ ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປະກາດຢູ່ສະ ໂມສອນ Mar-a-Lago ໃນເມືອງ Palm Beach, ຟລໍຣິດາ. 20 ກຸມພາ, 2017.

ທ່ານH.R. McMaster ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ໄດ້ເດີນທາງໄປເຖິງນະ
ຄອນຫຼວງ ກາບູລ ໃນວັນອາທິດມື້ນີ້ ເພື່ອຫາລືກັນກັບພວກຜູ້ນຳ ອັຟການິສຖານ ເລື່ອງ
ຄວາມປອດໄພ ແລະ ຊັ່ງຊາຕີລາຄາເບິ່ງສະພາບການຂອງທະຫານ ສະຫະລັດ ໃນພາກ
ພື້ນດິນ.

ການຢ້ຽມຢາມຂອງທ່ານ McMaster ມີຂຶ້ນລຸນຫຼັງຄຳຮຽກຮ້ອງຂອງພວກບັນຊາການ
ທະຫານ ໃຫ້ເສີມກຳລັງຕື່ມອີກ “ສອງສາມພັນຄົນ” ໃສ່ກຳລັງທະຫານ ອາເມຣິກັນ ໃນ
ປັດຈຸບັນ ຊຶ່ງມີຢູ່ປະມານ 8,400 ຄົນເພື່ອທັບມ້າງ “ສະພາບບໍ່ໄປບໍ່ມາ” ໃນການຕໍ່ສູ້ກັບ ພວກກໍ່ການຮ້າຍ ຕາລິບານ ນັ້ນ.

ສຳນັກງານຂອງປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ໄດ້ຕ້ອນຮັບ
ການຢ້ຽມຢາມ ກາບູລ ຂອງທ່ານ McMaster ເປັນຢ່າງດີທັງໄດ້ຂອບໃຈທ່ານ ທີ່ ສະ
ຫະລັດ ສືບຕໍ່ສະໜັບສະໜູນອັຟການິສຖານ.

ທ່ານ Daud Khan Menapal ໂຄສົກຂອງປະທານາທິບໍດີກ່າວຕໍ່ ວີໂອເອ ວ່າ “ນີ້ ເປັນສາກໃໝ່ແຫ່ງສາຍພົວພັນລະຫວ່າງ ສະຫະລັດ ກັບ ອັຟການິສຖານ. ຈຸດເພັ່ງ
ເລັງຂອງການໂອ້ລົມກັນ ແມ່ນເລື່ອງການຕໍ່ສູ້ກັບລັດທິກໍ່ການຮ້າຍ ການປະກອບ
ອາວຸດ ແລະ ການຝຶກອົບຮົມ ກຳລັງຂອງອັຟການິສຖານ ແລະ ການຊ່ອຍເຫຼືອຂອງ
ສະຫະລັດ ແກ່ ອັຟການິສຖານ."

ນາຍພົນ ມູຣາດ ອາລີ ມູຣາດ ຮອງເສນາທິການກອງທັບ ອັຟການິສຖານ ໄດ້ເນັ້ນໜັກ
ກັບ ພວກນັກຂ່າວວ່າ ທ່ານ McMaster ໄດ້ພົບປະກັບທ່ານ Hafneef Atmar ຄູ່ຕຳ
ແໜ່ງຂອງທ່ານ ທັນທີ ຫຼັງຈາກລົງເຮືອບິນ ຢູ່ນະຄອນຫຼວງກາບູລ. ທ່ານ ມູຮາດກ່າວ
ວ່າ ການຢ້ຽມຢາມຂອງທີ່ປຶກສາດ້ານຄວາມປອດໄພຂັ້ນສູງຂອງອາເມຣິກັນ ສະແດງໃຫ້
ເຫັນເຖິງການສະໜັບສະໜູນອັນເຂັ້ມແຂງຕໍ່ພັນທະມິດຂອງ ອັຟການິສຖານ ໃນການ
ພາບແພ້ລັດທິກໍ່ການຮ້າຍທີ່ເປັນ “ສັດຕູໂຕດຽວກັນ.”

XS
SM
MD
LG