ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ເຈົ້າ​ໜ້າ​ທີ່ ​ຂັ້ນ​ສູງ​ ສ​ຫລ ກັບຣັດ​ເຊຍ ພົບ​ປະ​ກັນ​ ທ່າມ​ກາງ ​ວິ​ກິດ​ການ ​ທີ່​ເຄັ່ງ​ຕຶງ ໃນ​ເວ​ເນ​ຊູ​ເອ​ລາ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽ​ວ ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ Lavrov ​ທີ່ກອງ​ປະ​ຊຸມ​ຂົ້ວ​ໂລກ​ເໜືອ​ທີ່ຟິນ​ແລນ​, 6 ພຶດ​ສະ​ພາ 2019.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽ​ວ ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ Lavrov ​ທີ່ກອງ​ປະ​ຊຸມ​ຂົ້ວ​ໂລກ​ເໜືອ​ທີ່ຟິນ​ແລນ​, 6 ພຶດ​ສະ​ພາ 2019.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽ​ວ ໄດ້​ພົບປະ​
ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຣັດ​ເຊຍ ທ່ານ Sergey Lavrov ໃນ​ວັນຈັນ​ນີ້ ທ່າມ​ກາງ​ຄວາມ
​ເຄັ່ງ​ຕຶງ​ລະ​ຫວ່າງສອງ​ປະ​ເທດ ກ່ຽວ​ກັບ​ວິ​ກິດ​ການ​ໃນ​ເວ​ເນ​ຊູ​ເອ​ລາ ໂດຍ​ທີ່ລັດ​ຖະ​ມົນ
ທັງ​ສອງ ໄດ້​ກ່າວ​ຢ້ຳວ່າ ພວກ​ທ່ານ​ບໍ່​ຢາກ ໃຫ້​ມີ​ການ​ແຊກ​ແຊງ​ທາງ​ທະ​ຫານ​ຂອງ​
ຕ່າງ​ປະ​ເທດ​ເຂົ້າ​ໄປ​ຮຸກ​ຮານ​ປະ​ເທດ​ດັ່ງ​ກ່າວ.

ຫຼັງ​ຈາກ​ພວກ​ເພິ່ນ​ໄດ້​ໂອ້​ລົມ​ສົນ​ທະ​ນາ ຂ້າງນອກກອງ​ປະ​ຊຸມ ຂອງ​ສະ​ພາ
​ຂົ້ວ​ໂລກ​ເໜືອ​ທີ່ຟິນ​ແລນ​ນັ້ນ ຊຶ່ງ​ສະ​ຫະ​ລັດ ກັບ​ຣັດ​ເຊຍ​ຕ່າງ​ກໍ​ເປັນ​ສະ​ມາ​ຊິກ​ນັ້ນ,
ທ່ານ​ພອມ​ພຽ​ວ ໄດ້​ຖືກ​ຖາມ​ວ່າ ​ມີໄລະ​ຍ​ະໄກກັນ​ປານ​ໃດ ລະ​ຫວ່າງ​ທັງ​ສອງ
​ປະ​ເທດ​ນີ້ ​ກ່ຽວ​ກັບ​ບັນ​ຫາເວ​ເນ​ຊູ​ເອ​ລາ.

​ທ່ານ​ກ່າວ​ຕອບ​ວ່າ “ຂ້າ​ພະ​ເຈົ້​ສ​ບໍ່​ຢາກ​ທີ່​ຈະ​ເວົ້າ​ຫຍັງ​ຫຼາຍ, ນອກ​ຈາກ​ທີ່​ວ່າ
ຂ້າ​ພະ​ເຈົ້າໄດ້​ເຮັດ​ໃຫ້​ເຫັນຢ່າງ​ແຈ້ງ​ຂາວ​ແລ້ວ ກ່ຽວ​ກັບ​ມູມມອງ​ຂອງ​ພວກ​ເຮົາ ທີ່​ວ່າ
​ເວ​ເນ​ຊູ​ເອ​ລາ ສົມ​ຄວນ​ແລ້ວ​ທີ່​ຈະ​ໄດ້​ຮັບ​ປະ​ຊາ​ທິ​ປະ​ໄຕ, ບໍ່​ມີ​ຕ່າງ​ປະ​ເທດ​ເຂົ້າ​ໄປ
​ບໍ​ລິ​ຫານ​ຈັດ​ການ​ປະ​ເທດ, ຫຼື​ບໍ່ ກໍ​ພົວ​ພັນ​ເຂົ້າ​ໃນ​ປະ​ເທດເຂົາ​ເຈົ້າ ທາງ​ດ້ານ​ທະ​ຫານ​,"

ຊຶ່ງ​ທ່ານ​ໄດ້​ກ່າວ​ຕອບຕື່ມວ່າ “ສະ​ນັ້ນ​ ພວກ​ເຮົາ​ຕ້ອງ​ການ​ທີ່​ຈະ​ໃຫ້​ກຸຍ​ບາ​ອອກ​ໜີ,
ພວກ​ເຮົາ​ຕ້ອງ​ການ​ອີ​ຣ່ານ​ອອກ​ໄປ ​ພວກ​ເຮົາ ກໍ​ຕ້ອງການ​ກອງ​ກຳ​ລັງ​ຂອງ ​ຣັດ​ເຊຍ
ອອກ​ເຊັ່ນ​ກັນ,”

ທ່ານ​ໄດ້​ກ່າວ​ວ່າ ທ່ານ​ແລະ​ທ່ານ Lavrov ຈະ​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກັນ​ຕື່ມ
ທີ່​ພະ​ຍາ​ຍາມຫາ​ຂ່ອງ​ທາງ​ອອກ ໃນ​ອາ​ນາ​ຄົດ.

ໃນ​ສ່ວນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ Lavrov ໄດ້​ກ່າວ​ກັບ​ພວກ​ນັກ
​ຂ່າວ ຫຼັງ​ຈາກກອງ​ປະ​ຊຸມວ່າ ທ່ານ​ໄດ້​ເຕືອນ​ທ່ານ​ພອມ​ພຽວ ວ່າ ການ​ເຂົ້າ​ແຊກ​ແຊງ​
ທາງ​ທະ​ຫານ​ຂອງ​ສະ​ຫະ​ລັດ ໃນ​ເວ​ເນ​ຊູ​ເອ​ລາ ແມ່ນ​ການ​ຈະ​ມີ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ
ແລະ​ບໍ່​ຍຸ​ຕິ​ທຳເລີຍ.

​ທ່ານ Vladimir ​ຍັງ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວາ​ສ ການ​ພົບ​ປະ​ກັນ​ນັ້ນ ແມ່ນ​ມີ​ໝາກ
​ຜົນ​ດີ​ຫຼາຍ ເປັນ​ໄປໃນ​ທາງ​ສ້າງ​ສັນແລະ​ທ່ານ​ແນ່​ໃຈ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ
Vladimir Putin ແລະ​ທ່ານປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ ຈະ​ທີ​ໂອ​ກາດ​ອີກ​ຄັ້ງ​ນຶ່ງ​ທີ່​ຈະ
​ພົບ​ປະ​ກັນ​ກັບ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ທີ່ Helsinki ​ໃ​ນ​ປີ​ກາຍ​ນີ້.

ກ່ອນ​ໜ້າ​ກອງ​ປະ​ຊຸມ​ຂອງວັນ​ຈັນ​ວານ​ນີ້​ໃນ​ຟິນ​ແລນ ທ່ານ​ພອມ​ພຽວ ໄດ້​ກ່າວ​ວ່າ
ທ່ານ​ຕ້ອງ​ການໃຫ້​ຣັດ​ເຊຍ ​ຍຸ​ຕິ “ການ​ແຊກ​ແຊງ” ໃນ​ເວ​ເນ​ຊູ​ເອ​ລາ.

“ຂ້າ​ພະ​ເຈົ້າ​ຈະ​ບອກ​ເພິ່ນ ແບບ​ດຽວ​ກັນ​ກັບ​ປະ​ທາ​ນາ​ທິບໍ​ດີ ໄດ້​ບອກ​ທັງ​ໂລກວ່າ:
ທຸກໆ​ປະ​ເທດໃດໆ​ກໍຕາມ ຕ້ອງ​ໃຫ້​ອອກ​ໝົດ ຊຶ່ງ​ຮວມ​ທັງ ຣັດ​ເຊຍ,
ຊຶ່ງ​ທ່ານ ທ່ານ​ພອມ​
ພຽ​ວ ໄດ້​ບອກ​ກັບ​ຕາ​ໜ່າງ Fox News Sunday. “ນັ້ນ​ແມ່ນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ບອກ​ເພິ່ນ. ພວກ​ເຮົາ​ບໍ​ຊ່​ຕ້ອງ​ການ​ຜູ້​ໃດ​ເຮັດ​ໂລ​ເລ ກັບ​ເອ​ເນ​ຊູ​ເອ​ລາ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG