ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສາທາລະນະສຸກ ລະດັບສູງ ກ່າວເຖິງຈຳນວນຕົວເລກ ທີ່ບໍ່ໜ້າເຊື່ອ ຂອງການເສຍຊີວິດ ໃນບໍ່ເທົ່າໃດວັນຂ້າງໜ້າ


ທ່ານເຈີໂຣມ ອາດຳສ໌ ຫົວໜ້າຮັບຜິດຊອບດ້ານສາທາລະນະສຸກຂອງສະຫະລັດ ກ່າວໃນລະຫວ່າງ ກອງປະຊຸມແຈ້ງສະພາບການກ່ຽວກັບໄວຣັສໂຄໂຣນາ ໃນຫ້ອງ Brady ຂອງທຳນຽບຂາວ ໃນວັນເສົາ ທີ 14, 2020, ທີ່ນະຄອນວໍຊິງຕັນ ພ້ອມກັບ ລັດຖະມົນຕີ ກະຊວງການເງິນ. (AP Photo/Alex Brandon)
ທ່ານເຈີໂຣມ ອາດຳສ໌ ຫົວໜ້າຮັບຜິດຊອບດ້ານສາທາລະນະສຸກຂອງສະຫະລັດ ກ່າວໃນລະຫວ່າງ ກອງປະຊຸມແຈ້ງສະພາບການກ່ຽວກັບໄວຣັສໂຄໂຣນາ ໃນຫ້ອງ Brady ຂອງທຳນຽບຂາວ ໃນວັນເສົາ ທີ 14, 2020, ທີ່ນະຄອນວໍຊິງຕັນ ພ້ອມກັບ ລັດຖະມົນຕີ ກະຊວງການເງິນ. (AP Photo/Alex Brandon)

ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ເຕືອນໃນວັນອາທິດວານນີ້ ເຖິງຄວາມຍາກລຳ ບາກໃນອາທິດຂ້າງໜ້ານີ້ ຂະນະທີ່ປະເທດຊາດພວມຮັບມືກັບການລະບາດຈາກໄວຣັສໂຄໂຣນາ.

ທ່ານເຈີໂຣມ ອາດຳສ໌ ຫົວໜ້າຮັບຜິດຊອບດ້ານສາທາລະນະສຸກຂອງສະຫະລັດ ກ່າວຕໍ່ລາຍ ການ “Fox News Sunday” ວ່າ “ອັນນີ້ ຈະເປັນອາທິດທີ່ໜັກໜ່ວງທີ່ສຸດ ແລະໂສກເສົ້າທີ່ສຸດ ສຳລັບຊີວິດຂອງຊາວອາເມຣິກັນ ໂດຍສ່ວນໃຫຍ່.” ທ່ານກ່າວຕໍ່ໄປອີກວ່າ “ອັນນີ້ ຈະເປັນຊ່ວງເວລາ ຄືກັນກັບການໂຈມຕີຢູ່ ເພີລ ຮາເບີ ຊ່ວງເວລາໃນການໂຈມຕີ 9/11 ຂອງພວກເຮົາ ພຽງແຕ່ວ່າ ມັນຈະບໍ່ເປັນໃນແຫ່ງໃດແຫ່ງນຶ່ງ. ມັນຈະເກີດຂຶ້ນໃນທຸກໆແຫ່ງຂອງປະເທດ.”

ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ກອງປະຊຸມ ແຈ້ງສະພາບການ ເມື່ອແລງວານນີ້ ຊຶ່ງສະແດງອອກເຖິງຄວາມມອງໂລກໃນແງ່ດີ ໂດຍກ່າວວ່າ ໄກ້ຈະເຫັນ “ແສງໄຟຢູ່ສົ້ນອຸໂມງ” ໃນຂະນະດຽວກັນ ໃຫ້ຂໍ້ສັງ ເກດເຖິງສະພາບຄວາມຍາກລຳບາກທີ່ຢູ່ຂ້າງໜ້ານັ້ນ.

ທ່ານທຣຳ ໄດ້ກ່າວວ່າ “ໃນອີກອາທິດເຄິ່ງ ສອງອາທິດສະ ຈະເປັນ ຕາມທີ່ຂ້າພະເຈົ້າຄຶດ ຊ່ວງເວລາທີ່ຍາກລຳບາກແທ້ໆເລີຍ.” ທ່ານກ່າວອີກວ່າ “ໃນເວລາດຽວກັນ ພວກເຮົາເຂົ້າໃຈ ມັນໝາຍເຖິງແມ່ນຫຍັງ ແລະຊ່ວງເວລານັ້ນ ມັນໝາຍເຖິງຫຍັງ. ແລະຫວັງວ່າ ພວກເຮົາຈະສາມາດຜ່ານຜ່າໄປໄດ້ ເພາະວ່າ ອັນນີ້ ເປັນສິ່ງທີ່ໂຫດຮ້າຍສຳລັບໂລກ.”

ທ່ານໝໍ ແອນໂຕນີ ຟາວຈີ ຜູ້ທີ່ເປັນຫົວໜ້າສະຖາບັນຂອງໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ ໄດ້ເນັ້ນໜັກເຖິງຄຳສັ່ງໃຫ້ຢູ່ໃນເຮືອນ ແລະໃຫ້ຢູ່ຫ່າງກັນໃນສັງຄົມ ທີ່ເປັນຂໍ້ແນະນຳໃຫ້ປະຕິບັດ ທີ່ຕ້ອງໃຊ້ເວລາກ່ອນຈະເຫັນຜົນຂອງມັນ.

ທ່ານ ຟາວຈີ ເວົ້າວ່າ “ສິ່ງທີ່ທ່ານໄດ້ຍິນກ່ຽວກັບແສງໄຟທີ່ອາເປັນໄປໄດ້ຢູ່ສົ້ນຂອງອຸໂມງນັ້ນ ກໍບໍ່ໝາຍຄວາມວ່າ ຄວາມເປັນຈິງຂອງມື້ອື່ນ ມື້ວັນຂ້າງໜ້ານີ້ ແມ່ນຈະເຫັນໄດ້ວ່າ ບໍ່ດີແທ້ໆເລີຍ.”

ສະຫະລັດ ໄດ້ກາຍເປັນຜູ້ນຳໜ້າໂລກ ໃນຈຳນວນກໍລະນີຜູ້ຕິດເຊື້ອໄວຣັສໂຄໂຣນາທີ່ໄດ້ຮັບການຢືນຢັນ ເຖິງ 337,000 ຄົນ ແລ້ວ ອີງຕາມຕົວເລກຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ທີ່ແຈ້ງອອກມາໃນຕອນເຊົ້າວັນຈັນມື້ນີ້. ນອກນັ້ນ ສະຫະລັດ ຍັງມີຈຳນວນຜູ້ເສຍຊີວິດຫຼາຍກວ່າ 9,600 ຄົນແລ້ວ ໂດຍມີປະມານນຶ່ງສ່ວນສາມຂອງພວກທີ່ເສຍຊີວິດແມ່ນຢູ່ໃນນະຄອນນິວຢອກ ບ່ອນທີ່ໂຮງໝໍທັງຫຼາຍ ຫາວິທີທາງຮັບມືກັບຈຳນວນຄົນປ່ວຍທີ່ເຂົ້າມາຢ່າງຫຼວງຫຼາຍ.

ທ່ານທຣຳ ໄດ້ອອກຄຳສັ່ງໃຫ້ປິດປະເທດ ຄືກັນກັບທີ່ເຫັນຢູ່ໃນອີຕາລີ ແລະສະເປນ ໂດຍມອບໝາຍໃຫ້ຜູ້ປົກຄອງລັດແຕ່ລະຄົນໃນ 50 ລັດນັ້ນ ເປັນຜູ້ຕັດສິນໃຈເອົາເອງ. ໂດຍສ່ວນໃຫຍ່ແລ້ວ ບັນດາຜູ້ປົກຄອງລັດ ກໍໄດ້ອອກຄຳສັ່ງຂອງພວກເພິ່ນເອງໄປແລ້ວ ແຕ່ເກົ້າລັດຍັງບໍ່ທັນໄດ້ອອກຄຳສັ່ງເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG