ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ຍີ່ປຸ່ນ ເຫັນດີວ່າ ຈຳເປັນຈະຕ້ອງໄດ້ເອົາ 'ເອົາມາດຕະການຕື່ມອີກ' ຕໍ່ເກົາຫຼີເໜືອ

ປະທານາທິບໍດີ ດໍໂນລ ທຣຳ, ຂວາ, ກ່າວໃນລະຫວ່າງ ການພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຢູ່ທີ່ກອງປະຊຸມສຸດຍອດ G20, ວັນທີ 8 ກໍລະກົດ 2017, ໃນນະຄອນ Hamburg ຂອງເຢຍຣະມັນ.
ປະທານາທິບໍດີ ດໍໂນລ ທຣຳ, ຂວາ, ກ່າວໃນລະຫວ່າງ ການພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຢູ່ທີ່ກອງປະຊຸມສຸດຍອດ G20, ວັນທີ 8 ກໍລະກົດ 2017, ໃນນະຄອນ Hamburg ຂອງເຢຍຣະມັນ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ເລີ່ມຕົ້ນປຶກສາຫາລືຢ່າງຮີບດ່ວນ
ໃນດ້ານການທູດ ກັບ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ກ່ຽວກັບ ການທົດລອງຍິງລູກສອນໄຟ
ຂີປະນາວຸດຂ້າມທະວີບ ຂອງເກົາຫຼີເໜືອ.

ທ່ານທຣຳ ໄດ້ໂອ້ລົມທາງໂທລະສັບ ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe
ເປັນເວລາເກືອບ 1 ຊົ່ວໂມງ ໃນຕອນເຊົ້າວັນຈັນມື້ນີ້ ຕາມເວລາໃນໂຕກຽວ.

ຖະແຫລງການຂອງທຳນຽບຂາວ ສະບັບນຶ່ງ ກ່າວວ່າ ທ່ານທຣຳ ແລະ ທ່ານອາເບະ
ໄດ້ເຫັນດີນຳກັນ ວ່າ ເກົາຫຼີເໜືອ “ເປັນໄພອັນຕະລາຍ ແລະ ເປັນໄພຂົ່ມຂູ່ໂດຍກົງ
ເພີ່ມຂຶ້ນ”
ຕໍ່ສະຫະລັດ ຍີ່ປຸ່ນ ເກົາຫຼີໃຕ້ ແລະ ບັນດາປະເທດອື່ນໆ ແລະ ວ່າ ທັງສອງ
ທ່ານຍັງໝາຍໝັ້ນ ທີ່ຈະເພີ່ມຄວາມກົດດັນດ້ານການທູດ ແລະ ເສດຖະກິດ ໃສ່
ເກົາຫຼີເໜືອ.

ໃນພາບນີ້ ສະໜອງໂດຍ ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້, ລະບົບລູກສອງໄຟ Hyunmoo II ຂອງເກົາຫຼີໃຕ້ ຍິງຂຶ້ນໃນລະຫວ່າງ ການຊ້ອມລົບຮ່ວມກັນ ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ຢູ່ທີ່ສະຖານທີ່ບໍ່ເປີດເຜີຍ ໃນເກົາຫຼີໃຕ້, ວັນທີ 29 ກໍລະກົດ 2017.

ທ່ານອາເບະ ໄດ້ບອກບັນດານັກຂ່າວ ວ່າ ທ່ານ ແລະ ປະທານາທິບໍດີ ສະຫະລັດ
ເຫັນດີເຫັນພ້ອມນຳກັນໂດຍລວມ “ວ່າ ພວກເຮົາຈະຕ້ອງເອົາມາດຕະການຕື່ມອີກ.”

ນອກນັ້ນ ປະທານາທິບໍດີ ທຣຳ ຍັງໄດ້ພະຍາຍາມ ຕິດຕໍ່ຫາປະທານາທິບໍດີ ຂອງ
ເກົາຫຼີໃຕ້ ທ່ານ Moon Jae-in ຜູ້ທີ່ໄດ້ຢຸດພັກງານ ອີງຕາມການກ່າວຂອງ ບັນດາ
ເຈົ້າໜ້າທີ່ສະຫະລັດ.

ທ່ານອາເບະ ກ່າວວ່າ ຍີ່ປຸ່ນ ແລະ ສະຫະລັດ ຈະສົ່ງເສີມມາດຕະການທີ່ເປັນຮູບ
ປະທຳ ເພື່ອເສີມຂະຫຍາຍລະບົບການປ້ອງກັນ ແລະ ຮັບປະກັນວ່າ ປະຊາຊົນຂອງ
ພວກເພິ່ນ ຈະປອດຈາກໄພຂົ່ມຂູ່ຂອງ ເກົາຫຼີເໜືອ.

ໃນພາບນີ້ ເປີດເຜີຍໂດຍ ກຳລັງປ້ອງກັນທາງອາກາດ ຂອງຍີ່ປຸ່ນ, ເຮືອບິນຖິ້ມລະເບີດ B-1B ຂອງສະຫະລັດ, ຢູ່ເທິງ, ບິນໄປກັບ ເຮືອບິນລົບອາຍພົ່ນ F-2 ຂອງຍີ່ປຸ່ນ ເທິງເກາະ Kyushu ທາງພາກໃຕ້ຂອງຍີ່ປຸ່ນ ບໍ່ໄກ ຈາກແຫຼມເກົາຫຼີ ທາງກ້ຳໃຕ້ ໃນລະຫວ່າງ ການຊ້ອມລົບຮ່ວມກັນ ຂອງຍີ່ປຸ່ນ ແລະ ສະຫະລັດ

ບັນດາເຈົ້າໜ້າທີ່ອາວຸໂສຂອງສະຫະລັດ ໄດ້ກ່າວໃນວັນອາທິດວານນີ້ວ່າ ເວລາ
ສຳລັບການເຈລະຈາ ກ່ຽວກັບຜົນສະທ້ອນທາງດ້ານການທູດ ຂອງການທົດລອງ
ລູກສອນໄຟຄັ້ງຫຼ້າສຸດຂອງ ເກົາຫຼີເໜືອນັ້ນ ແມ່ນໝົດລົງແລ້ວ ໃນເມື່ອບັດນີ້ ເປັນທີ່
ຈະແຈ້ງແລ້ວວ່າ ພຽງຢາງ ເປັນໄພອັນຕະລາຍຕໍ່ສັນຕິພາບ ຂອງນານາຊາດ ສຳລັບ
ປະເທດທັງຫຼາຍ.

North Korea US
please wait
Embed

No media source currently available

0:00 0:03:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG