ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງ ຂອງ ສຫລ ໄປຍັງເອເຊຍ ຢູ່ໃນການເດີນທາງ ໄປຕ່າງປະເທດຄັ້ງທໍາອິດ ຂອງພວກເພິ່ນ


ລັດຖະມົນຕີປ້ອງກັນປະເທດ ສຫລ , Lloyd Austin, ແລະ ລັດຖະມົນຕີການຕ່າງປະເທດ Antony Blinken (ທີ 2 ຈາກຊ້າຍ) ລົມກັບທ່ານ Toshimitsu Motegi (right) ແລະທ່ານ Nobuo Kishi (ທີ 2 ຈາກຂວາ) ໃນການພົບປະ “two plus two” (ພາບໂດຍ Kiyoshi Ota/Pool Photo via AP)
ລັດຖະມົນຕີປ້ອງກັນປະເທດ ສຫລ , Lloyd Austin, ແລະ ລັດຖະມົນຕີການຕ່າງປະເທດ Antony Blinken (ທີ 2 ຈາກຊ້າຍ) ລົມກັບທ່ານ Toshimitsu Motegi (right) ແລະທ່ານ Nobuo Kishi (ທີ 2 ຈາກຂວາ) ໃນການພົບປະ “two plus two” (ພາບໂດຍ Kiyoshi Ota/Pool Photo via AP)

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເຄັນ (Antony Blinken) ແລະຫົວໜ້າທໍານຽບຫ້າແຈ, ທ່ານ ລອຍດ໌ ອອສຕິນ (Lloyd Austin) ກຳລັງເຈລະຈາ ກັບຄູ່ຕຳແໜ່ງຝ່າຍຍີ່ປຸ່ນຂອງພວກເພິ່ນຢູ່ທີ່ນະຄອນໂຕກຽວໃນວັນອັງຄານມື້ນີ້ ເພື່ອຢັ້ງຢືນຄືນໃໝ່ການເປັນຄູ່ພາຄີຂ້າມມະຫາສະໝຸດປາຊີຟິກ ໃນການປະເຊີນໜ້າກັບຈີນທີ່ນັບມື້ນັບເພີ່ມທະວີຄວາມຮຸນແຮງ ແລະຄວາມເປັນປໍລະປັກຂອງເກົາຫຼີເໜືອ.

ກອງປະຊຸມທີ່ຮູ້ກັນໂດຍທົ່ວໄປວ່າ ເປັນການພົບປະ “ສອງ-ບວກ-ສອງ” ຫລື “two-plus-two” ຢູ່ນະຄອນຫລວງຂອງຍີ່ປຸ່ນກັບລັດຖະມົນຕີກະຊວງການຕ່າງປະເທດໂຕຊິມິດຊຸ ໂມເຕຈິ (Toshimitsu Motegi) ແລະລັດຖະມົນຕີກະຊວງປ້ອງກັນປະເທດ ໂນບູໂອະ ຄິສຊີ (Nobuo Kishi) ແມ່ນເປັນຂີດໝາຍຂອງການເດີນທາງໄປຕ່າງປະເທດຄັ້ງທຳອິດຂອງທ່ານບລິງເຄັນ ແລະທ່ານອອສຕິນ ໃນຖານະເປັນຜູ້ຕາງໜ້າ ຂອງລັດຖະບານໃໝ່ທ່ານໄບເດັນ. ຜູ້ຊາຍທັງ 4 ທ່ານນີ້ ຈະຈັດກອງປະຊຸມຖະແຫລງຂ່າວຮ່ວມກັນຂຶ້ນ ຫຼັງຈາກການປະຊຸມສິ້ນສຸດລົງ ແລະກ່ອນທີ່ທ່ານບລິງເຄັນ ແລະທ່ານອອສຕິນ ຈະເດີນທາງໄປຍັງນະຄອນ ຫລວງໂຊລໃນວັນພຸດມື້ອື່ນ.

ທ່ານບລິງເຄັນ ແລະທ່ານອອສຕິນ, ກ່າວຢູ່ໃນຄໍາຖະແຫລງຕອນນຶ່ງ ທີ່ຖືກນໍາອອກເຜີຍແຜ່ໃນວັນຈັນວານນີ້ ຢູ່ໃນໜັງສືພິມວໍຊິງຕັນໂພສ (Washington Post) ວ່າ "ປັດຈຸບັນສະຫະລັດກຳລັງຊຸກຍູ້ຢ່າງໃຫຍ່ເພື່ອຟື້ນຟູການພົວພັນກັບເພື່ອນມິດ ແລະຄູ່ຮ່ວມງານຄືນໃໝ່.”

ເຈົ້າໜ້າທີ່ທັງສອງທ່ານກ່າວວ່າ ພວກເພິ່ນເລືອກເອົາຂົງເຂດເອເຊຍເປັນການເດີນທາງໄປຕ່າງປະເທດຄັ້ງທຳອິດຂອງພວກເພິ່ນ ເພາະວ່າ "ເຂດອິນໂດ-ປາຊີຟິກ ແມ່ນສູນກາງດ້ານພູມສາດຂອງໂລກ" ແລະພວກເພິ່ນກໍໄດ້ຊີ້ໃຫ້ເຫັນວ່າຈີນເປັນປະເທດນຶ່ງທີ່ພະຍາຍາມຫາທາງ “ທ້າທາຍຄວາມເປັນລະບຽບຂອງສາ ກົນ” ຢູ່ໃນພາກພື້ນດັ່ງກ່າວ.

ພວກເພິ່ນກ່າວວ່າ ສະຫະລັດຈະເຮັດວຽກຮ່ວມມືກັບບັນດາພັນທະມິດຂອງຕົນຢູ່ໃນພາກພື້ນເພື່ອ “ເຮັດໃຫ້ຈີນມີຄວາມຮັບຜິດຊອບ ໃນເວລາທີ່ປະເທດດັ່ງກ່າວລະເມີດສິດທິມະນຸດໃນເຂດຊິນຈຽງ ແລະທິເບດ, ເຮັດໃຫ້ສິດປົກຄອງຕົນເອງໃນຮົງກົງເສື່ອມໂຊມລົງ, ລະເມີດປະຊາທິປະໄຕຢູ່ໃນໄຕ້ຫວັນ ຫລື ກ່າວອ້າງເອົາຊັບສິນຢູ່ໃນເຂດທະເລຈີນໃຕ້ ທີ່ລະເມີດກົດໝາຍສາກົນ.”

ນັກສັງເກດການບາງຄົນກ່າວວ່າ ການເລືອກເອົາຍີ່ປຸ່ນ ແລະເກົາຫຼີໃຕ້ສຳລັບການເດີນທາງໄປຕ່າງປະເທດຄັ້ງທຳອິດຂອງທັງສອງທ່ານນີ້ສະທ້ອນໃຫ້ເຫັນເຖິງຄວາມເປັນຫ່ວງດ້ານຄວາມໝັ້ນຄົງຢູ່ໃນຂົງເຂດເອເຊຍຂອງປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ.

ທ່ານນາງ ປາທຣີຊາ ຄີມ (Patricia Kim), ນັກວິເຄາະດ້ານນະໂຍບາຍຂັ້ນສູງຂອງສະຖາບັນສັນຕິພາບສະຫະລັດທີ່ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານນັ້ນຂຽນຢູ່ໃນຖະແຫຼງການສະບັບນຶ່ງ ທີ່ສົ່ງທາງອີເມລໃນວັນສຸກຜ່ານມາວ່າ “ຄວາມຈິງທີ່ວ່າ ລັດຖະມົນຕີບລິງເຄັນ ແລະອອສຕິນເດີນທາງໄປຕ່າງປະເທດຄັ້ງທຳອິດ ໄປຍັງຍີ່ປຸ່ນແລະເກົາຫຼີໃຕ້ນັ້ນສະແດງໃຫ້ເຫັນວ່າສະຫະລັດໃຫ້ຄວາມສໍາຄັນຢ່າງເລິກເຊິ່ງຕໍ່ສອງປະເທດນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG