ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງ ສຫລ ເດີນທາງໄປ Puerto Rico ຂະນະທີ່ ມີການຕ້ອງຕິ


ຜູ້ຊາຍຄົນນຶ່ງ ຢູ່ໃນຕະຫລາດຊູເປີ້ມາກເກັດ ທີ່ໄດ້ຮັບ ຄວາມເສຍຫາຍ ຍ້ອນເຮີຣິເຄນ ທີ່ Puerto Rico.
ຜູ້ຊາຍຄົນນຶ່ງ ຢູ່ໃນຕະຫລາດຊູເປີ້ມາກເກັດ ທີ່ໄດ້ຮັບ ຄວາມເສຍຫາຍ ຍ້ອນເຮີຣິເຄນ ທີ່ Puerto Rico.

ຮັກສາ​ການ ລັດຖະມົນຕີກະຊວງ ຮັກສາ​ຄວາມ​ປອດ​ໄພ​ ພາຍ​ໃນ ທ່ານ​ນາງ Elain
Duke ​ໄດ້​ຂີ່​ເຮືອບິນ​ສັງເກດເບິ່ງຄວາມ​ເສຍ​ຫາຍທີ່ Peurto Rico ​ໄດ້​ຮັບຈາກລົມ
​ເຮີ​ຮິ​ເຄນ ​ແລະ ​ໃຫ້ການ​ຄ້ຳປະກັນ ຕໍ່​ປະຊາຊົນ ​ຢູ່ໃນ​ເກາະ​ດັ່ງກ່າວ​ວ່າ ລັດຖະບານ
​ກາງສະຫະລັດ​ເຂົ້າ​ໃຈດີ​ເຖິງ​ຄວາມ​ຮ້າຍ​ແຮງຂອງ​ໄພພິບັດ​ທີ່ປະຊາຊົນ​ໃນ​ດິນ​ແດ​ນ
ຂອງສະຫະລັດ​ແຫ່ງ​ນີ້ກຳລັງ​ປະ​ເຊີນ​ໜ້າ​ຢູ່.

ທ່ານ​ນາງ Duke ກ່າວ​ຕໍ່ກອງ​ປະຊຸມ​ຖະ​ແຫຼງຂ່າວທີ່​ນະຄອນຫຼວງ San Juan ວ່າ
“ຂ້າພະ​ເຈົ້າຮູ້​ດີ​ວ່າ ປະຊາຊົນ​ໃນ Peurto Rico ​ແລະ​ໝູ່​ເກາະ Virgin ພວມໄດ້​ຮັບ​
ຄວາມທຸກ​ທໍລະມານ. ພວກ​ເຮົາ​ມາ​ທີ່​ນີ້ ​ແລະ ພວກ​ເຮົາ​ໄດ້​ມາ​ທີ່​ນີ້ ເພື່ອ​ຊ່ອຍເຫລືອ
​ພວກ​ທ່ານ. ພວກ​ເຮົາ​ຈະ​ສືບ​ຕໍ່​ ນຳ​ເອົາ​ເຄື່ອງ​ຂອງ ​ແລະ​ເຈົ້າໜ້າ​ທີ່ ​ມາ​ທີ່ນີ້ ​ເພື່ອ​ໃຫ້
ການ​ຊ່ອຍ​ເຫຼືອ​ເພີ້ມຕື່ມ​ໃນ​ການ​ແຈກ​ຢາຍ ​ໃນ​ຢູ່​ພາກພື້ນດິນ.”

ຮັກສາການ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ທ່ານນາງ Elaine Duke
ຮັກສາການ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ທ່ານນາງ Elaine Duke

ການ​ເດີນທາງແບບບໍ່ມີການປະກາດ ​ຂອງ​ທ່ານ​ນາງ Duke ​ໄປ​ຍັງ Peurto Rico ​ມີ
​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງຈາກເຈົ້າຄອງ​ນະຄອນຫຼວງ San Juan ຫົວ​ເຍາະ​ເຍີ້ຍກ່ຽວ​
ກັບ​ການ​ໃຫ້​ຄວາມ​ເຫັນ​ຂອງ​ຫົວໜ້າ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນທີ່​ໄດ້​ກ່າວ
​ໃນການ​ຖະ​ແຫຼງຂ່າວ​ ຢູ່​ທຳນຽບຂາວ ​ໃນ​ວັນ​ພະຫັດຜ່ານ​ມາ ​ໂດຍ​ເວົ້າເຖິງຄວາມ​ພະ
ຍາ​ຍາມ​ ໃນ​ການ​ປົກ​ປ້ອງ​ຊີວິດ ​ຂອງ​ພວກ​ເຈົ້າໜ້າ​ທີ່​ບັນ​ເທົາ​ທຸກ ນັ້ນວ່າ “​ເປັນ​ເລື່ອງ
ຂ່າວດີ.”

​ໃນ​ການ​ໃຫ້​ສຳພາດ​ຕໍ່​ໂທລະພາບ CNN ທີ່​ມີ​ການເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ນັ້ນ ​ເຈົ້າ
ຄອງ​ນະຄອນ Carmen Yulin Cruz ​ໄດ້​ກ່າວ​ຕອບ​ໂຕ້ ​ດ້ວຍຄວາມ​ໂກດ​ແຄ້ນ​ວ່າ
“ນີ້ບໍ່​ແມ່ນ​ເລື່ອງ​ຂ່າວ​ດີ​ເລີຍ. ນີ້​ເປັນ​ເລື່ອງ​ລາວ​ທີ່​ຜູ້​ຄົນ​ກຳລັງ​ເສຍ​ຊີວິດ. ນີ້​ເປັນ​ເລື່ອງ
​ລາວ​ຂອງ​ການ​ຢູ່​ລອດ​ຫຼືການ​ຕາຍ.”

ເບິ່ງ: ກອງທັບ ສຫລ ໃຫ້ການບັນເທົາທຸກ ຜູ້ປະສົບໄພ ເຮີຣິເຄນ Irma

US Military Aids in Hurricane Maria Rescue and Relief Efforts
please wait

No media source currently available

0:00 0:02:00 0:00

ເປັນ​ທີ່ເຫັນ​ໄດ້​ຢ່າງ​ຈະແຈ້ງ ​ໃນການຖືກ​ໂຈມ​ຕີໂດຍ​ທ່ານ​ນາງ Yulin Cruz ທ່ານ​ນາງ
Duke ຈຶ່ງ​ໄດ້​ກ່າວ ​ຢ່າງ​ຈະ​ແຈ້ງວ່າ ທ່ານ​ນາງ​ບໍ່​ໄດ້​ຖື​ວ່າ ສະພາບ​ການ ​ໃນ​ປັດຈຸບັນ ຢູ່
Peurto Rico ​ເປັນ​ທີ່​ເພິ​ງພໍ​ໃຈ ​ແຕ່​ຢ່າງ​ໃດ​ເລີຍ.

ທ່ານ​ນາງ​ກ່າວ​ວ່າ “ມື້ວານ​ນີ້ ຂ້າພະ​ເຈົ້າຖືກ​ຖາມ​ວ່າ ຂ້າພະ​ເຈົ້າດີ​ໃຈ ​ຫລື​ພໍ​ໃຈ​ຫຼືບໍ່​ກັບ
​ການ​ປະຕິບັດ​ງານ​ຟື້ນຟູ.” ຂ້າພະ​ເຈົ້າພູມ​ໃຈ​ກັບ​ວຽກ​ງານ​ທີ່​ໄດ້​ເຮັດ​ໄປ ຂ້າພະ​ເຈົ້າພູ​ມ​
ໃຈ​ທີ່​ເຫັນ​ຊາວ​ອາ​ເມຣິກັນ​ຊ່ອຍ​ເຫຼືອຊາວ​ອາ​ເມຣິກັນ ທັງ​ພວກ​ເພື່ອນຝູງ ແລະ​ພວກ​ທີ່
​ແປກ​ໜ້າ ​ກໍ​ເຊັ່ນ​ດຽວ​ກັນ. ຂ້າພະ​ເຈົ້າພູມ​ໃຈ​ກັບ​ວຽກ​ງານ ​ທີ່​ທາງ​ກະຊວງ​ປ້ອງ​ກັນ​ປະ
​ເທດ ທີ່​ອົງການ​ຄຸ້ມ​ຄອງ​ໄພພິບັດ ​ແລະ ​ເຈົ້າໜ້າ​ທີ່​ໃນ​ດິນ​ແດນ​ແຫ່ງ​ນີ້ ພ້ອມໆ​ກັບ​ເຈົ້າ
ໜ້າ​ທີ່​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ ​ໄດ້​ເຮັດ​ໄປນັ້ນ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ປະທານາທິບໍດີ​ແລະ​ຂ້າພະ​ເຈົ້າຈະ​ບໍ່​ເພິງພໍ​ໃຈ ​ແຕ່​ແນວ​ກໍ​ຕາມ
ຈົນ​ເທົ່າ​ຊາວ​ Peurto Rico ທຸກຄົນ​ໄດ້​ກັບ​ຄືນ​ບ້ານ ມີໄຟຟ້າ​ມີ​ໃຊ້​ຄືນ​ອີກ ນ້ຳ​ສະອາດ​
​ມີ​ໃຊ້​ສຳລັບ​ທຸກ​ຄົນ ​ໂຮງຮຽນ​ແລະ​ໂຮງໝໍ​ເປີດ​ໃຊ້​ຄືນ​ຢ່າງ​ເຕັມທີ່ແລະ​ເສດຖະກິດ​ຂອງ
Peurto Rico ຟື້ນຕົວ​ຄືນ​ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG