ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ລະດັບສູງ ສຫລ ກ່າວປະນາມ ກ່ຽວກັບ ການບໍ່ເຂົ້າໄປຫ້າມຕຳຫຼວດ ໃນການຕາຍຂອງຜູ້ຊາຍຜິວດຳ


ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ ໂຣເບີດ ໂອບຣາຍເອັນ ໃຫ້ຄຳເຫັນຕໍ່ນັກຂ່າວ ຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 21 ພຶດສະພາ, 2020. (Photo by MANDEL NGAN / AFP)
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ ໂຣເບີດ ໂອບຣາຍເອັນ ໃຫ້ຄຳເຫັນຕໍ່ນັກຂ່າວ ຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 21 ພຶດສະພາ, 2020. (Photo by MANDEL NGAN / AFP)

ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານ ໂຣເບີດ ໂອຣາຍເອັນ ໄດ້ກ່າວໃນວັນອາທິດວານນີ້ວ່າ ມັນເປັນການທຳຮ້າຍຮ່າງກາຍຢ່າງສິ້ນເຊີງ” ທີ່ຕຳຫຼວດສາມຄົນໃນນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ, ໄດ້ຢືນຢູ່ລ້າໆ ແລະ ເບິ່ງ ໂດຍບໍ່ເຂົ້າໄປຂັດຂວາງ ໃນອາທິດທີ່ຜ່ານມາ ໃນຂະນະທີ່ຕຳຫຼວດອີກຄົນນຶ່ງໄດ້ກົດຜູ້ຊາຍຜິວດຳຢູ່ພື້ນດິນ ດ້ວຍຫົວເຂົ່າເນັ່ນໃສ່ຄໍຂອງລາວ ໃນຂະນະທີ່ລາວໄດ້ຮ້ອງວ່າລາວຫາຍໃຈບໍ່ໄດ້.

ທ້າວ ຈອຣຈ໌ ຟລອຍ ຄົນ ອາເມຣິກັນ ຜິວດຳອາຍຸ 46 ປີທີ່ຖືກຕຳຫຼວດຈັບໃສ່ກັບແຂນ ແລະ ນອນຢູ່ພື້ນຖະໜົນຫລັງຈາກລາວຖືກສົງໄສ ກ່ຽວກັບ ການສົ່ງເງິນໃບ 20 ໂດລາປອມ, ໄດ້ເສຍຊີວິດຄາທີ່ ເມື່ອວັນຈັນທີ່ຜ່ານມາ. ທ້າວ ເດເຣັກ ໂຈວິນ, ຕຳຫຼວດຜິວຂາວ ຜູ້ທີ່ໄດ້ຄວບຄຸມຕົວລາວເປັນເວ ລາຫຼາຍນາທີ, ໄດ້ຖືກຕັ້ງຂໍ້ຫາການຄາດຕະກຳລະດັບສາມໃນຄະດີນັ້ນ ເມື່ອວັນສຸກແລ້ວນີ້.

ວິດີໂອ ກ່ຽວກັບ ເຫດການດັ່ງກ່າວໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງໃນຊື່ສັງຄົມ ແລະ ເຄືອຂ່າຍການກະຈາຍຂ່າວ, ຈົນກໍ່ໃຫ້ເກີດການປະທ້ວງຫ້າວັນໃນຫຼາຍສິບຕົວເມືອງຂອງ ສະຫະລັດ. ການປະທ້ວງມັກຈະກາຍເປັນການຈະລາຈົນ, ດ້ວຍພວກປະທ້ວງຈູດລົດຕຳຫຼວດ ແລະ ຫ້ອງການລັດ ຖະບານ ແລະ ປະທະກັບເຈົ້າໜ້າທີ່ໃສ່ຊຸດປາບປາມຈະລາຈົນ. ພວກຂີ້ລັກກໍໄດ້ປຸ້ນສະດົມຮ້ານຂາຍເຄື່ອງຕ່າງໆ ແລະ ແລ່ນໜີດ້ວຍສິນຄ້າບໍລິໂພກທີ່ມີລາຄາແພງ.

ທ້າວ ໂຈວິນ ແລະ ເພື່ອນຕຳຫຼວດຂອງລາວສາມຄົນຢູ່ໃນເຫດການ ໄດ້ຖືກໄລ່ອອກຈາກກອງກຳ ລັງຕຳຫຼວດຂອງເມືອງ. ຕຳຫຼວດສາມຄົນດັ່ງກ່າວ ຜູ້ທີ່ໄດ້ປ່ອຍໃຫ້ເຫດການເກີດຂຶ້ນແມ່ນກຳລັງຖືກສືບສວນສອບສວນ, ແຕ່ບໍ່ໄດ້ມີການຕັ້ງຂໍ້ ກ່າວຫາຕໍ່ເຂົາເຈົ້າ.

ທ່ານ ໂອບຣາຍເອັນ ໄດ້ຖາມໃນລາຍການ “This Week” ຂອງໂທລະພາບ ABC News ວ່າ “ພວກເຂົາເຈົ້າກຳລັງຄິດຫຍັງຢູ່?” ທ່ານ ໂອບຣາຍເອັນ ໄດ້ກ່າວວ່າ ລາວບໍ່ໄດ້ຕັດສິນຄະດີລ່ວງ ໜ້າ ຕໍ່ອະດີດຕຳຫຼວດທັງສາມຄົນນັ້ນ, ແຕ່ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ສາມາດຈິນຕະນາການໄດ້ວ່າ ເຂົາເຈົ້າຈະບໍ່ຖືກ ຕັ້ງຂໍ້ກ່າວຫາ.”

ທ່ານ ໂອບຣາຍເອັນ ໄດ້ກ່າວວ່າ ລັດຖະບານ ສະຫະລັດ ເສຍໃຈກັບການເສຍຊີວິດຂອງທ້າວ ຟລອຍ ແລະ ສູດມົນພາວະນາສຳລັບຄອບຄົວຂອງທ້າວ ຟລອຍ.

ທ່ານເວົ້າວ່າ “ສິ່ງນັ້ນບໍ່ຄວນເກີດຂຶ້ນໃນ ອາເມຣິກາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG