ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ສຫລ ໂຕ້ຖຽງກັນ ກ່ຽວກັບສົງຄາມ ທີ່ນາຍພົນທັງຫລາຍເອີ້ນວ່າ “ບໍ່ສາມາດຊະນະໄດ້” ນັ້ນ


ທ່ານນາຍພົນ Mark Milley ປາກົດໂຕຢູ່ໃນຈໍຄອມພີວເຕີຂະນະທີ່ໃຫ້ຄໍາໃຫ້ການຢູ່ຕໍ່ໜ້າຄະນະກຳມະການກອງທັບຂອງສະພາຕໍ່າ ກ່ຽວກັບເລື້ອງສິ້ນສຸດລົງຂອງການເຮັດສົງຄາມ ໃນອັຟການິສຖານ ທີ່ຈັດຂຶ້ນຢູ່ທີ່ຫໍລັດຖະສະພາ, ວັນທີ 29 ກັນຍາ, 2021
ທ່ານນາຍພົນ Mark Milley ປາກົດໂຕຢູ່ໃນຈໍຄອມພີວເຕີຂະນະທີ່ໃຫ້ຄໍາໃຫ້ການຢູ່ຕໍ່ໜ້າຄະນະກຳມະການກອງທັບຂອງສະພາຕໍ່າ ກ່ຽວກັບເລື້ອງສິ້ນສຸດລົງຂອງການເຮັດສົງຄາມ ໃນອັຟການິສຖານ ທີ່ຈັດຂຶ້ນຢູ່ທີ່ຫໍລັດຖະສະພາ, ວັນທີ 29 ກັນຍາ, 2021

ຄວາມໂກດເຄືອງຕໍ່ການສິ້ນສຸດລົງຂອງການຕໍ່ສູ້ຂອງສະຫະລັດຢູ່ໃນອັຟການິສຖານທີ່ດໍາເນີນມາໄດ້ສອງທົດສະວັດນັ້ນ ໄດ້ກາຍເປັນເລື້ອງໂຕ້ຖຽງກັນຢູ່ໃນມື້ທີສອງຂອງການຮັບຟັງຄໍາໃຫ້ການໂດຍບັນດາສະມາຊິກສະພາສະຫະລັດໃນວັນພຸດວານນີ້, ໂດຍທີ່ບາງຄົນຮຽກຮ້ອງໃຫ້ເຈົ້າໜ້າທີ່ຂັ້ນສູງລາອອກຈາກຕຳແໜ່ງໃນຂະນະທີ່ຄົນອື່ນໆ ຍ້ອງຍໍພວກເຂົາເຈົ້າທີ່ເຮັດໄດ້ດີທີ່ສຸດໃນສະຖານະການຫຍຸ້ງຍາກ.

ຄຳຕໍາໜິທີ່ຮຸນແຮງທີ່ສຸດແມ່ນ ມາຈາກພວກສັງກັດພັກຣີພັບບລິກັນ, ເຊິ່ງຫຼາຍຄົນໄດ້ຕຳໜິປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ເລື້ອຍໆທີ່ໄດ້ຍຸຕິການດໍາເນີນການສູ້ລົບຂອງສະຫະລັດທີ່ຂັດກັບຄຳແນະນຳຂອງບັນດາເຈົ້າໜ້າທີ່ທະຫານຂັ້ນສູງ ແລະດຶງເອົາກຳລັງທະຫານສະຫະລັດກຸ່ມສຸດທ້າຍອອກຈາກອັຟການິສຖານໃນເດືອນແລ້ວນີ້.

"ບໍ່ວ່າເຈົ້າຈະຮູ້ສຶກແນວໃດກ່ຽວກັບການຕັດສິນໃຈຖອນທະຫານອອກຈາກອັຟການິສຖານກໍຕາມ, ຂ້າພະເຈົ້າຄິດວ່າ ພວກເຮົາທຸກຄົນສາມາດເຫັນພ້ອມນໍາກັນໄດ້ວ່າ ການຖອນທະຫານແມ່ນເປັນໄພພິບັດທີ່ບໍ່ສາມາດປະເມີນໄດ້," ນັ້ນຄືຄໍາເວົ້າຂອງສະມາຊິກສະພາຕໍ່າ, ທ່ານໄມຄ໌ ໂຣເຈີສ໌ (Mike Rogers) ຈາກລັດອາລາບາມາທີ່ເປັນຜູ້ນຳພັກຣີພັບບລີກັນຢູ່ໃນຄະນະກຳມະການກອງທັບຂອງສະພາຕໍ່າທີ່ກ່າວໃນວັນພຸດວານນີ້.

ທ່ານກ່າວຕື່ມວ່າ "ມັນເປັນໄພພິບັດອັນມະຫາສານ ... ເປັນນຶ່ງໃນຄວາມລົ້ມແຫຼວທີ່ໃຫຍ່ທີ່ສຸດຂອງການນໍາພາຂອງອາເມຣິກາ." “ຂ້າພະເຈົ້າຢ້ານວ່າທ່ານປະທານາທິບໍດີເປັນປະສາດຫລອນ.”

ທ່ານແມັດ ກີດສ໌ (Matt Gaetz) ຈາກລັດຟລໍຣິດາທີ່ສັງກັດພັກຣີພັບບລິກັນ ໄດ້ຮຽກຮ້ອງໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານລອຍ ອອສຕິນ (Lloyd Austin), ປະທານເສນາທິການຮ່ວມ, ນາຍພົນມາກ ມີລລີ (Mark Milley), ແລະນາຍພົນເຄນເນັດ “ແຟຣັງ” ແມັກເຄນຊີ (Kenneth “Frank” McKenzie), ຜູ້ບັນຊາການກຳລັງສະຫະລັດໃນພາກຕາເວັນອອກກາງ ໃຫ້ລົງຈາກຕຳແໜ່ງໃນທັນທີ.

ທ່ານກີດສ໌ (Gaetz) ເວົ້າວ່າ "ຂ້າພະເຈົ້າເຊື່ອວ່າພວກທ່ານອາດຈະບໍ່ລາອອກຈາກຕຳແໜ່ງ." "ແຕ່ຖ້າພວກເຮົາບໍ່ມີປະທານາທິບໍດີທີ່ມີສະໝອງອັນຝັ່ນເຟືອນແລ້ວ ພວກທ່ານທັງໝົດກໍຈະຖືກໄລ່ອອກ ເພາະວ່າ ນັ້ນແມ່ນສິ່ງທີ່ພວກທ່ານສົມຄວນໄດ້ຮັບ."

ການໂຈມຕີຂອງພັກຝ່າຍຄ້ານມີຄວາມຮ້ອນແຮງຂຶ້ນພໍຈົນເຮັດໃຫ້ປະທານຄະນະກຳມະການຈາກພັກເດໂມແຄຣັດ, ສະມາຊິກສະພາຕໍ່າອາດາມ ສະມິດ ໄດ້ເຂົ້າໄປຂັດຂວາງຫຼາຍຄັ້ງ ຕໍ່ກັບສິ່ງທີ່ທ່ານພັນລະນາວ່າ ເປັນການໂຕ້ຖຽງກັນແບບທີ່ວ່າ "ບໍ່ມີຄວາມຈິງໃຈຢ່າງເປັນພື້ນຖານເລີຍ.

"ການຕີຄວາມໝາຍໃດໆ ທີ່ເວົ້າວ່າສຸພາບບຸລຸດທີ່ຢືນຢູ່ຕໍ່ໜ້າຂອງພວກເຮົານີ້ ບໍ່ມີຄວາມສາມາດຫຼາຍ, ບໍ່ສະຫຼາດຫຼາຍ ແລະບໍ່ມີຄວາມມຸ້ງໝັ້ນຫຼາຍ ຕໍ່ປະເທດນີ້ ແມ່ນເປັນພຽງແຕ່ການສວຍໂອກາດທາງການເມືອງ ຂອງພັກນຶ່ງ," ນັ້ນຄືຄໍາເວົ້າ ຂອງທ່ານສມິດ ທີ່ໄດ້ເວົ້າໃນຕອນນຶ່ງຕໍ່ພວກສະມາຊິກສະພາຄົນອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG