ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນທະຫານສູງສຸດ ສຫລ ຢ້ຽມຢາມເກົາຫຼີໃຕ້ (ສະໄລດ໌)


ຫົວໜ້າເສນາທິການຮ່ວມກອງທັບເກົາຫລີໃຕ້ ນາຍພົນ Jung Seung-jo (ກາງ) ຈັບມືກັບຄູ່ຕໍາແໜ່ງຈາກສະຫະລັດ ນາຍພົນ Martin Dempsey ຂະນະທີ່ນາຍພົນ James D. Thurman, ຜູ້ບັນຊາການກໍາລັງສະຫະລັດໃນເກົາຫລີໃຕ້
ຢືນເບິ່ງ, ກຸງ Seoul, ເກົາຫລີໃຕ້, ວັນທີ 21 ເມສາ 2013.
ຫົວໜ້າເສນາທິການຮ່ວມກອງທັບເກົາຫລີໃຕ້ ນາຍພົນ Jung Seung-jo (ກາງ) ຈັບມືກັບຄູ່ຕໍາແໜ່ງຈາກສະຫະລັດ ນາຍພົນ Martin Dempsey ຂະນະທີ່ນາຍພົນ James D. Thurman, ຜູ້ບັນຊາການກໍາລັງສະຫະລັດໃນເກົາຫລີໃຕ້ ຢືນເບິ່ງ, ກຸງ Seoul, ເກົາຫລີໃຕ້, ວັນທີ 21 ເມສາ 2013.
ນາຍ​ພົນ Martin Dempsey ປະທານ​ເສນາ​ທິການ​ຮ່ວມ​ກອງ
ທັບ​ສະຫະລັດ ​ໄດ້​ຢຸດ​ແວ່​ກຸງ​ໂຊ​ລ ​ເກົາຫຼີ​ໃຕ້ ​ເປັນ​ເວລາ​ສັ້ນໆ​
ເມື່ອ​ວັນ​ອາທິດ​ມື້​ນີ້ ​ເພື່ອເຈລະຈາ​ກັບ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ
ເກົາຫຼີ​ໃ​ຕ້ ​ແລະ​ສະຫະລັດ.

ນາຍ​ພົນ Dempsey ​ໄດ້ຮັບ​ການ​ຕ້ອນຮັບ​ ໂດຍ​ຄູ່​ຕໍາ​ແໜ່​ງຂອງ​ທ່ານ ຄື​ປະທານ​ເສນາ​ທິການ​ຮ່ວມ​ກອງທັບ​ເກົາຫຼີ​ໃຕ້ ນາຍ​ພົນ Jung Seung-jo ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້.

ທ່ານ Dempsey ​ໄດ້​ຕື່ມ​ການ​ຢຸດ​ແວ່​ກຸງ​ໂຊ​ລ​ໃສ່ໃນ​ການ​ເດີນທາງ​ໄປຢ້ຽມ ຢາມ​ຈີນທີ່​ໄດ້​ປະກາດໄປ​ກ່ອນ​ແລ້ວ​ນັ້ນ ​ເພື່ອ​ໃຫ້​ກໍາ​ໄດ້​ຢ່າງ​ເລິກ​ເຊີ່ງຂຶ້ນ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຄັ້ງ​ຫລ້າ​ສຸດທີ່​ເພີ່ມ​ທະວີຂຶ້ນຢູ່​ຂົງເຂດ​ແຫຼມ​ເກົາ​ຫຼີນັ້ນ.

​ໃນ​ລະຫວ່າງ​ການຢຸດ​ແວ່ເກົາຫຼີ​ໃຕ້ເປັນ​ເວລາສາມ​ຊົ່ວ​ໂມງ​ນັ້ນ ນາຍ​ພົນ Dempsey ​ໄດ້​ພົບ​ປະ​ກັບ ນາຍ​ພົນ James Thurman ​ຜູ້​ບັນຊາ​ການ​ອາວຸ​ໂສ​ສະຫະລັດ​ຢູ່​ໃນ​ເກົາຫຼີ​ໃຕ້.

ນາຍ​ພົນ Thurman ​ແລະ​ນາຍ​ພົນ Jung ທັງ​ສອງ​ທ່ານ​ໄດ້​ລົບ​ລ້າງ​ແຜນການ​ ​ທີ່​ຈະໄປ
ຢ້ຽມຢາມ​ວໍ​ຊິງ​ຕັນ ເມື່ອ​ບໍ່ດົນ​ມາ​ນີ້ ຍ້ອນມີການ​ຂົ່ມຂູ່​ເພີ່ມຂຶ້ນ​ ຈາກເກົາຫຼີ​ເໜືອນັ້ນ.

ພາບຈາກເຂດປອດທະຫານ ລະຫວ່າງເກົາຫລີເໜືອແລະໃຕ້ ທີ່ຍັງເຄ່ງຕຶງທີ່ສຸດ:
XS
SM
MD
LG