ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ລະດັບສູງ ກອງທັບ ສະຫະລັດ ກ່າວປ້ອງກັນການໂທລະສັບຫາ ຈີນ


ປະທານເສນາທິການຮ່ວມ ນາຍພົນ ມາກ ມິລລີ ໃຫ້ຄຳເຫັນໃນການໃຫ້ການຕໍ່ຄະນະກຳມະການກອງທັບຂອງສະພາສູງ, ຫໍລັດຖະສະພາ ສະຫະລັດ, 28 ກັນຍາ, 2021.
ປະທານເສນາທິການຮ່ວມ ນາຍພົນ ມາກ ມິລລີ ໃຫ້ຄຳເຫັນໃນການໃຫ້ການຕໍ່ຄະນະກຳມະການກອງທັບຂອງສະພາສູງ, ຫໍລັດຖະສະພາ ສະຫະລັດ, 28 ກັນຍາ, 2021.

ເຈົ້າໜ້າທີ່ລະດັບສູງຂອງກອງທັບ ສະຫະລັດ ໄດ້ກ່າວຕໍ່ລັດຖະສະພາໃນວັນອັງຄານວານນີ້ວ່າ ການໂທລະສັບຫາຄູ່ຕຳແໜ່ງຝ່າຍ ຈີນ ຂອງທ່ານສອງຄັ້ງໃນເດືອນສຸດທ້າຍຂອງລັດຖະບານທ່ານ ທຣຳ ແມ່ນໄດ້ໂທຢ່າງເປີດເຜີຍ ແລະ ເປັນການສະໜອງຕອບຕໍ່ການເປັນຫ່ວງທີ່ຖືກຕ້ອງຕາມເຫດຜົນ.

ທ່ານໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ຄົນສຳຄັນ ໃນລັດຖະບານຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ຮູ້ ກ່ຽວກັບ ການໂທລະສັບດັ່ງກ່າວ, ເຊິ່ງທ່ານໄດ້ຮັບປະກັນວ່າ ທ່ານ ທຣຳ ບໍ່ມີເຈຕະນາທີ່ເປີດການໂຈມຕີຕໍ່ເຂົາເຈົ້າໃນບໍ່ເທົ່າໃດອາທິດສຸດທ້າຍຂອງການດຳລົງຕຳແໜ່ງຢູ່ທຳນຽບຂາວຂອງທ່ານ.

ສະມາຊິກສະພາສັງກັດພັກຣີພັບບລີກັນ ບາງຄົນໄດ້ຮຽກຮ້ອງໃຫ້ປະທານາທິບໍດີ ໂຈ ໄບເດັນ ປົດນາຍພົນກອງທັບບົກ ທ່ານ ມາກ ມິລລີ ອອກຈາກຕຳແໜ່ງປະທານຂອງເສນາທິການຮ່ວມ, ສຳລັບສິ່ງທີ່ເຂົາເຈົ້າໄດ້ອະທິບາຍວ່າເປັນການລ່ວງລະເມີດປະເພນີທີ່ມີມາດົນນານຂອງ ສະຫະລັດ ກ່ຽວ ກັບ ການຄວບຄຸມກອງທັບໂດຍພົນລະເຮືອນ.

ແຕ່ທ່ານ ມິລລີ ໄດ້ກ່າວປ້ອງກັນການໂທລະສັບ, ເຊິ່ງຄັ້ງນຶ່ງໃນວັນທີ 30 ຕຸລາ ແລະ ອີກຄັ້ງນຶ່ງໃນວັນທີ 8 ມັງກອນ, ໂດຍກ່າວວ່າ ທ່ານໄດ້ຕອບສະໜອງຕໍ່ “ຄວາມເປັນຫ່ວງຂອງສາຍລັບທີ່ວ່າ ຈີນ ມີຄວາມເປັນຫ່ວງ ກ່ຽວກັບ ການໂຈມຕີຂອງ ສະຫະລັດ.

ທ່ານ ມິລລີ ໄດ້ກ່າວຕໍ່ຄະນະກຳມະການກອງທັບຂອງສະພາສູງ, ໂດຍອ້າງເຖິງການໂທລະສັບຫານາຍພົນ ຫຼີ ໂຊເຈັງ (Li ZuoCheng) ຂອງກອງທັບປົດປ່ອຍປະຊາຊົນວ່າ “ຂ້າພະເຈົ້າຮູ້, ຂ້າພະ ເຈົ້າແນ່ໃຈ, ວ່າປະທານາທິບໍດີ ທຣຳ ບໍ່ໄດ້ມີເຈຕະນາທີ່ຈະໂຈມຕີ ຈີນ ແລະ ມັນເປັນຄວາມຮັບ ຜິດຊອບຂອງຂ້າພະເຈົ້າໂດຍກົງ ທີ່ຈະເປີດເຜີຍຄຳສັ່ງ ແລະ ເຈຕະນາຂອງປະທານາທິບໍດີ.”

ທ່ານໄດ້ກ່າວວ່າ “ໜ້າທີ່ຂອງຂ້າພະເຈົ້າໃນເວລານີ້ ກໍແມ່ນຫຼຸດຜ່ອນຄວາມເຄັ່ງຕຶງ. ຂໍ້ຄວາມຂອງຂ້າພະເຈົ້າອີກຄັ້ງນຶ່ງແມ່ນແນ່ນອນ: ໃຈເຢັນໆ, ຢູ່ຊື່ໆ ແລະ ຜ່ອນຄາຍ. ພວກເຮົາຈະບໍ່ໂຈມຕີເຈົ້າ.”

ການໂທລະສັບດັ່ງກ່າວແມ່ນໄດ້ຖືກເປີດເຜີຍທຳອິດໃນປຶ້ມທີ່ຖືກວາງຂາຍເມື່ອບໍ່ດົນມານີ້ຊື່ວ່າ “Peril” ໂດຍນັກຂ່າວວໍຊິງຕັນ ໂພສ ທ່ານ ບອບ ວຸດເຫວີດ (Bob Woodward) ແລະ ທ່ານ ໂຣເບີດ ຄອສຕ້າ (Robert Costa) ເຊິ່ງອະທິບາຍ ກ່ຽວກັບ ບໍ່ເທົ່າໃດສັບປະດາສຸດທ້າຍໃນການເປັນປະທານາທິບໍດີ ຂອງທ່ານ ທຣຳ.

ຫຼັງຈາກການເປີດເຜີຍດັ່ງກ່າວ, ທ່ານ ທຣຳ ໄດ້ເອີ້ນປະທານເສນາທິການຮ່ວມວ່າ “ຜີບ້າຢ່າງສິ້ນ ເຊີງ” ແລະ ໄດ້ກ່າວວ່າ ທ່ານ ມິລລີ “ບໍ່ເຄີຍບອກຂ້ອຍ ກ່ຽວກັບ ວ່າມີການໂທລະສັບຫາ ຈີນ.”

ແຕ່ທ່ານ ມິລລີ ໄດ້ກ່າວວ່າ ການໂທລະສັບຄັ້ງທຳອິດແມ່ນຖືກສັ່ງໂດຍລັດຖະມົນຕີປ້ອງກັນປະເທດ ທ່ານ ມາກ ເອັສເປີ, ໃນຂະນະທີ່ 11 ຄົນແມ່ນໄດ້ມີໜ້າ ສຳລັບການໂທລະສັບຄັ້ງທີສອງ ແລະ ຕໍ່ມາທ່ານໄດ້ແຈ້ງໃຫ້ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ແລະ ທີ່ປຶກສາທຳນຽບຂາວ ທ່ານ ມາກ ມີໂດສ໌ ຊາບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG