ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳລະດັບສູງ ຂອງກອງທັບ ສະຫະລັດ ຖືກກັກຕົວກວດໂຣກ ຫຼັງຈາກການສຳພັດກັບ ໄວຣັສໂຄໂຣນາ


ປະທານຂອງເສນາທິການຮ່ວມ ສະຫະລັດ ນາຍພົນ ມາກ ມິລລີ ຍ່າງຢູ່ນອກທຳນຽບຫ້າແຈ, ເມືອງ ອາລິງຕັນ, ລັດ ເວີຈິເນຍ. 11 ກັນຍາ, 2020.
ປະທານຂອງເສນາທິການຮ່ວມ ສະຫະລັດ ນາຍພົນ ມາກ ມິລລີ ຍ່າງຢູ່ນອກທຳນຽບຫ້າແຈ, ເມືອງ ອາລິງຕັນ, ລັດ ເວີຈິເນຍ. 11 ກັນຍາ, 2020.

ບັນດາຜູ້ນຳລະດັບສູງຂອງກອງທັບ ສະຫະລັດ, ລວມມີນາຍພົນ ມາກ ມິລລີ, ປະທານຂອງເສນາທິ ການຮ່ວມ, ແມ່ນກຳລັງກັກຕົວກວດໂຣກຫຼັງຈາກໄດ້ຕິດຕໍ່ກັບຮອງຜູ້ບັນຊາການໜ່ວຍຍາມຝັ່ງ ພົນເຮືອເອກ ຊາລສ໌ ເຣ, ຜູ້ທີ່ຖືກກວດເປັນຜົນບວກສຳລັບໄວຣັສໂຄໂຣນາ.

ບັນດາເຈົ້າໜ້າທີ່ທຳນຽບຫ້າແຈ ໄດ້ຢືນຢັນຕໍ່ວີໂອເອວ່າທ່ານ ມິລລີ, ຮອງປະທານ ນາຍພົນ ຈອນ ຮາຍເທັນ, ແລະ ບັນດາເຈົ້າໜ້າທີ່ກອງທັບລະດັບສູງ ຫຼາຍຄົນອື່ນໆ ໄດ້ເຂົ້າຮ່ວມໃນກອງປະຊຸມກັບທ່ານ ເຣ ໃນຫ້ອງທີ່ຄວາມປອດໄພເປັນຢ່າງສູງທີ່ເອີ້ນວ່າ “ຫ້ອງຖັງ ຫຼື Tank” ໃນອາທິດທີ່ຜ່ານມາໄດ້ກວດມີຜົນລົບສຳລັບໄວຣັສໃນຕອນເຊົ້າວັນອັງຄານ ແລະ ບໍ່ມີອາການຂອງ COVID-19 ໃນຕອນບ່າຍຂອງວັນອັງຄານນັ້ນ.

ຫົວໜ້າໂຄສົກຂອງທຳນຽບຫ້າແຈທ່ານ ໂຈນາທານ ຮອຟແມນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງທີ່ຖືກປະກາດໂດຍຫ້ອງການຂອງທ່ານວ່າ “ເພື່ອການລະມັດລະວັງເປັນພິເສດ, ຜູ້ທີ່ອາດໄດ້ຕິດຕໍ່ຢ່າງໃກ້ຊິດກັນຈາກອງປະຊຸມດັ່ງກ່າວນີ້ ຈະຕ້ອງໄດ້ກັກຕົວກວດໂຣກ. ບໍ່ມີຜູ້ທີ່ໄດ້ຕິດຕໍ່ກັນໃນທຳ ນຽບຫ້າແຈຄົນໃດສະແດງອາການອອກມາເທື່ອ, ແລະ ພວກເຮົາກໍບໍ່ມີການກວດໂຣກທີ່ເປັນຜົນບວກເພີ່ມເຕີມຖືກລາຍງານໃນເວລານີ້.”

ນອກຈາກນັ້ນ ທ່ານ ມິລລີ, ທ່ານ ໄຮເທັນ ແລະ ທ່ານ ເຣ ຍັງໄດ້ເຂົ້າຮ່ວມກອງປະຊຸມກັບຫົວໜ້າພະແນກກອງທັບສີ່ຄົນຄື ເສນາທິການທະຫານບົກ ນາຍພົນ ເຈມສ໌ ແມັກຄອນວິລ, ຫົວໜ້າໜ່ວຍປະຕິບັດການທະຫານເຮືອ ພົນເຮືອເອກ ໄມຄ໌ ກິລເດ, ເສນາທິການທະຫານອາກາດ ນາຍພົນ ຊາລສ໌ ຊີ ຄິວ ບຣາວນ໌, ແລະ ຫົວໜ້າໜ່ວຍປະຕິບັດການອະວະກາດ ນາຍພົນ ຈອນ ເຈ ເຣມັອນ ພ້ອມກັບຮອງຜູ້ບັນຊາການນາວິກະໂຍທິນ ນາຍພົນ ແກຣີ ທອມ-ມັສ, ອີງຕາມບັນດາເຈົ້າໜ້າທີ່ອາວຸໂສກະຊວງປ້ອງກັນປະເທດ.

ຫົວໜ້າຫ້ອງການກອງທະຫານຮັກສາດິນແດນ ນາຍພົນ ແດນຽລ ໂຮແຄນຊັນ, ຫົວໜ້າກອງບັນຊາ ການ ໄຊເບີ ນາຍພົນ ພອລ ນາຄາຊອນເນ ແລະ ສະມາຊິກຂອງເສນາທິການຮ່ວມທີ່ມີລະດັບຕໍ່າກວ່າຫຼາຍຄົນກໍໄດ້ຢູ່ໃນການປະຊຸມກັບ ທ່ານ ເຣ ເຊັ່ນກັນ.

ມັນຍັງບໍ່ແນ່ນອນວ່າ ທ່ານ ເຣ, ຜູ້ທີ່ໄດ້ຮັບຜົນກວດໂຣກເປັນບວກໃນວັນຈັນທີ່ຜ່ານມາ ຫຼັງຈາກມີອາການທີ່ບໍ່ແຮງໃນທ້າຍອາທິດທີ່ຜ່ານມານັ້ນ, ໄດ້ສຳພັດກັບໄວຣັສໂຄໂຣນາແນວໃດ, ອີງຕາມບັນດາເຈົ້າໜ້າທີ່.

ເຈົ້າໜ້າທີ່ປ້ອງກັນປະເທດຄົນນຶ່ງໄດ້ກ່າວຕໍ່ວີໂອເອວ່າ ບັນດາຜູ້ນຳໄດ້ກັກຕົວກວດໂຣກ ເພື່ອທີ່ຈະປະຕິບັດຕາມແນວທາງຂອງກະຊວງປ້ອງກັນປະເທດ ທີ່ຖືກຕັ້ງງຂຶ້ນໂດຍສູນກາງເພື່ອການຄວບ ຄຸມ ແລະ ປ້ອງກັນໂຣກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG