ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າຜູ້ຊ່ຽວຊານ ດ້ານພະຍາດຕິດແປດ ຂອງສະຫະລັດ ຮັບຮູ້ວ່າໄວຣັສໂຄໂຣນາ ອາດບໍ່ສາມາດລຶບລ້າງໃຫ້ໝົດໄປໄດ້


ດຣ. ແອນໂທນີ ຟາວຈີ ຫົວໜ້າຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງສະຫະລັດ.
ດຣ. ແອນໂທນີ ຟາວຈີ ຫົວໜ້າຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງສະຫະລັດ.

ຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງສະຫະລັດ ດຣ. ແອນໂທນີ ຟາວຈີ (Dr. Anthony
Fauci) ໄດ້ຮັບຮູ້ ໃນວັນພຸດວານນີ້ວ່າ ໄວຣັສໂຄໂຣນາ ອາດຈະບໍ່ສາມາດລືບລ້າງໄດ້ຕະ
ຫຼອດໄປແລະ “ສ່ວນໃຫຍ່ຂອງໂລກ” ຍັງຈະຢູ່ໃນຂັ້ນຕອນຂອງການແຜ່ລະບາດໂດຍ
ພະຍາດນີ້ໄປເລື້ອຍໆ.

ດຣ. ຟາວຈີ ທີ່ປຶກສາຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະ ຜູ້ອຳນວຍ
ການດ້ານພະຍາດຕິດແປດ ຢູ່ສະຖາບັນສຸຂະພາບແຫ່ງຊາດ ແລະ ພະຍາດຕິດແປດ ໄດ້
ໃຫ້ການຊັ່ງຊາດັ່ງກ່າວໃນ ລະຫວ່າງການລາຍງານກ່ຽວ ກັບການແຜ່ລະບາດ ຢູ່ທີ່ທຳນຽບ
ຂາວ.

ທ່ານກ່າວວ່າ “ຈະເປັນທີ່ຫຍຸ້ງຍາກລຳບາກຫຼາຍ ຢ່າງໜ້ອຍກໍໃນອະນາຄົດທີ່ສາມາດ
ມອງເຫັນໄດ້ ແລະບາງທີອາດຕະຫຼອດໄປ ທີ່ຈະກຳຈັດເຊື້ອໄວຣັສທີ່ສາ ມາດຕິດຕໍ່ຢ່າງ
ຮ້າຍແຮງນີ້ ໄດ້ຢ່າງແທ້ຈິງ.”

ເມື່ອເວົ້າເຖິງການຕໍ່ສູ້ຕ້ານເຊື້ອໄວຣັສໂຄໂຣນາ ໂດຍລວມແລ້ວ ດຣ. ຟາວຈີ ກ່າວວ່າ
“ມີພຽງພະຍາດດຽວ ເປັນພະຍາດມະນຸດທີ່ໄດ້ລືບລ້າງ ແລະນັ້ນແມ່ນ ພະຍາດໝາກສຸກ.

ທ່ານກ່າວວ່າ “ສ່ວນໃຫຍ່ຂອງໂລກ” ຍັງຢູ່ “ໃນຂັ້ນຕອນໃດນຶ່ງຂອງການແຜ່ລະບາດ”
ແຕ່ວ່າ “ປັດຈຸບັນນີ້ເຫັນວ່າມີການຫລຸດລົງໃນການເລັ່ງລັດ” ຂອງກໍລະນີໃໝ່.

ດຣ. ຟາວຈີ ກ່າວວ່າ ບັນດາຜູ້ຊ່ຽວຊານດ້ານສຸຂະພາບ “ກຳລັງຊອກຫາລະດັບ ການ
ຄວບຄຸມເຊື້ອໄວຣັສ ທີ່ຈະເຮັດໃຫ້ພວກເຮົາສາມາດເຂົ້າໄປເຖິງບ່ອນສຳຄັນ ໃນວິທີ
ແບບເປັນປົກກະຕິທີ່ພວກເຮົາຢາກໄດ້.”

ດຣ. ຟາວຈີ ໄດ້ເນັ້ນໜັກວ່າ ລະດັບການຄວບຄຸມທີ່ພຽງພໍ ສາມາດບັນລຸໄດ້ ໂດຍຜ່ານ
ການສັກຢາວັກຊີນ ທີ່ທ່ານຫວັງວ່າໃນທີ່ສຸດ ຈະເຮັດໃຫ້ກໍລະນີໃໝ່ ປະຈຳວັນຕໍ່າລົງ
“ທີ່ເຫັນວ່າໜ້ອຍກວ່າ 10,000 ຄົນ.

ທ່ານໄດ້ໃຫ້ຂໍ້ສັງເກດວ່າ ສະຫະລັດ ຍັງມີ “ປະມານ 66 ລ້ານຄົນ ຜູ້ທີ່ສາມາດ ຈະໄດ້
ຮັບການສັກຢາວັກຊີນ ຊຶ່ງເປັນຜູ້ທີ່ຍັງບໍ່ທັນໄດ້ສັກຢາວັກຊີນເທື່ອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG