ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໓ ກຸມພາ ໒໐໒໕

ເຈົ້າໜ້າທີ່ ສາທາລະນະສຸກ ລະດັບສູງ ສະຫະລັດ ມີຄວາມໝັ້ນໃຈໂດຍທົ່ວໄປ ໃນການຕໍ່ສູ້ກັບ ໄວຣັສໂຄໂຣນາ


ປະຊາຊົນຍ່າງຜ່ານປ້າຍທີ່ຕັ້ງຢູ່ໜ້າຮ້ານ ທີ່ຂຽນລາຍຊື່ຂອງລະບຽບການປ້ອງກັນ COVID-19 ສຳລັບການເຂົ້າໄປຊື້ເຄື່ອງໃນຮ້ານຄ້າໃນໝູ່ບ້ານ ໂຊໂຮ ຂອງເຂດ ແມນແຮັດຕັນ, ນະຄອນ ນິວຢອກ. 14 ພຶດສະພາ, 2021.
ປະຊາຊົນຍ່າງຜ່ານປ້າຍທີ່ຕັ້ງຢູ່ໜ້າຮ້ານ ທີ່ຂຽນລາຍຊື່ຂອງລະບຽບການປ້ອງກັນ COVID-19 ສຳລັບການເຂົ້າໄປຊື້ເຄື່ອງໃນຮ້ານຄ້າໃນໝູ່ບ້ານ ໂຊໂຮ ຂອງເຂດ ແມນແຮັດຕັນ, ນະຄອນ ນິວຢອກ. 14 ພຶດສະພາ, 2021.

ເຈົ້າໜ້າທີ່ສາທາລະນະສຸກລະດັບສູງຂອງ ສະຫະລັດ ຄົນນຶ່ງໄດ້ກ່າວໃນວັນອາທິດວານນີ້ວ່າ ລາວ “ມີຄວາມໝັ້ນໃຈໂດຍທົ່ວໄປ” ວ່າ ສະຫະລັດ ແມ່ນຢູ່ໃນເສັ້ນທາງໄປສູ່ການຄວບຄຸມໂຣກລະບາດໄວຣັສໂຄໂຣນາ.

ດຣ. ໂຣແຊລ ວາເລັນສກີ, ຜູ້ອຳນວຍການຂອງສູງກາງເພື່ອການຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດ ໄດ້ກ່າວຕໍ່ໂທລະພາບ Fox News ວ່າ “ມັນຍັງໄວເກີນໄປທີ່ຈະປະກາດໄຊຊະນະ. ພວກເຮົາຕ້ອງຖະໜອມຖ່ອມຕົວໄວ້.”

ແຕ່ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າມີຄວາມໝັ້ນໃຈໂດຍທົ່ວໄປວ່າພວກເຮົາແມ່ນຢູ່ໃນສະຖານະ ການທີ່ດີໃນເວລານີ້, ທີ່ກໍລະນີທັງຫຼາຍແມ່ນໄດ້ສືບຕໍ່ຫຼຸດລົງ.”

ທ່ານນາງ ວາເລັນສກີ ໄດ້ສະເໜີນການປະເມີນຜົນທີ່ກວ້າງຂວາງຂອງທ່ານນາງ ກ່ຽວກັບ ການຕໍ່ສູ້ກັບໄວຣັສໂຄຣນາຂອງ ສະຫະລັດ ຫຼາຍວັນຫຼັງຈາກອົງການຂອງທ່ານນາງໄດ້ກ່າວວ່າ ປະຊາຊົນທີ່ໄດ້ສັກຢາຢ່າງຄົບຖ້ວນໃນ ສະຫະລັດ 123 ຄົນ, ເຊິ່ງແມ່ນນຶ່ງສ່ວນສາມຂອງປະຊາກອນນັ້ນ, ແມ່ນບໍ່ຕ້ອງໄດ້ໃສ່ໜ້າກາກອີກຕໍ່ໄປ, ເປັນບາດກ້າວທີ່ສຳຄັນໃນການນຳເອົາປະເທດກັບຄືນໄປສູ່ກັນເຮັດທຸລະກິດ ແລະ ສັງຄົມທີ່ຂ້ອນຂ້າງປົກກະຕິ.

ທ່ານນາງໄດ້ກ່າວວ່າ “ວິທະຍາສາດໄດ້ອະນຸຍາດໃຫ້ພວກເຮົາເວົ້າໄດ້ຢ່າງເຕັມທີ່ວ່າປະຊາຊົນທີ່ໄດ້ສັກຢາແລ້ວສາມາດເອົາໜ້າກາກຂອງເຂົາເຈົ້າອອກ.” ແຕ່ທ່ານນາງໄດ້ກ່າວວ່າ ສະຫະລັດ ຕ້ອງ “ລະມັດລະວັງກັບໄວຣັສທີ່ກາຍພັນໃໝ່. ພວກເຮົາຕ້ອງລະມັດລະວັງ.”

ທ່ານນາງໄດ້ກ່າວວ່າຜູ້ທີ່ໄດ້ສັກຢາຢ່າງຄົບຖ້ວນແລ້ວນັ້ນແມ່ນ “ບໍ່ມີຄວາມສ່ຽງຕໍ່ໂຣກທີ່ຮ້າຍແຮງ ຫຼື ການເຂົ້າໂຮງໝໍຍ້ອນ COVID-19. ຖ້າເຈົ້າບໍ່ໄດ້ສັກຢາ, ເຈົ້າແມ່ນບໍ່ປອດໄພ.”

ທ່ານນາງໄດ້ຮຽກຮ້ອງໃຫ້ປະຊາຊົນ ອາເມຣິກັນ ທີ່ບໍ່ໄດ້ສັກຢາເທື່ອໃຫ້ໄປສັກຢາທີ່ຈຳເປັນນັ້ນ, ໂດຍເວົ້າວ່າ 90 ເປີເຊັນຂອງປະເທດໃນເວລານີ້ ແມ່ນມີສະຖານທີ່ໃຫ້ສັກຢາພາຍໃນ 8 ກິໂລ ແມັດ. ທ່ານນາງ ວາເລັນສກີ ໄດ້ກ່າວວ່າມີການສັກຢາ 1.5 ລ້ານ ຫາ 2 ລ້ານຄັ້ງໃນ ສະຫະລັດ ໃນແຕ່ລະວັນ, ເຊິ່ງຫຼຸດລົງຈາກໄລຍະທີ່ມີການສັກຢາສູງສຸດຫຼາຍກວ່າ 3 ລ້ານຄັ້ງ.

ແຕ່ປະຊາຊົນຫຼາຍລ້ານຄົນມີເຫດຜົນໜຶ່ງທີ່ເວົ້າວ່າ ເຂົາເຈົ້າບໍ່ມີຈຸດປະສົງທີ່ຈະໄປສັກຢານັ້ນ, ເຊິ່ງແມ່ນຄວາມສົງໄສທີ່ອາດລະງັບຄວາມສຳເລັດໂດຍລວມຂອງປະເທດໃນການຕໍ່ສູ້ກັບໂຣກຕິດຕໍ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG