ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສນາ​ທິການ​ຮ່ວມ ຂອງກອງທັບ ​ສຫລ ເດີນທາງໄປ ອີຣັກ ເພື່ອຊັ່ງຊາ ເບິ່ງສະຖານະການ


ເສນາ​ທິການ​ຮ່ວມຂອງກອງທັບ​ສະຫະລັດ ພົນ​ເອກ Josef Dunford Jr.
ເສນາ​ທິການ​ຮ່ວມຂອງກອງທັບ​ສະຫະລັດ ພົນ​ເອກ Josef Dunford Jr.

ເສນາ​ທິການ​ຮ່ວມຂອງກອງທັບ​ສະຫະລັດ ພົນ​ເອກ Josef Dunford ​ໄດ້​ບິນ​ໄປ​ຍັງອີຣັກ ​ໃນ​ວັນ​ອັງຄານ​ມື້ນີ້ ເພື່ອຊັ່ງຊາ​ດ້ວຍ​ຕົວ​ເອງ ເບິ່ງການສູ້​ ກັບກຸ່ມຫົວຮຸນແຮງ​ລັດ​ອິສລາມ.

ນາຍພົນ Dunford ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ​ທີ່​ເດີນທາງ​ໄປ​ກັບ​ທ່ານ ​ໃນ​ການ​ຢ້ຽມຢາມ​ອີຣັກ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນັ້ນວ່າ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າຮັບໜ້າທີ່​ ​ເລີ້ມ​ແຕ່​ວັນ​ທີ 1 ຕຸລານີ້​ ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກໄດ້​ຢືນຢັນ​ກັບ​ທ່ານວ່າ ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຮ້ອງ​ຂໍ​ໃຫ້ຣັດ​ເຊຍ​ເຂົ້າ​ຮ່ວມ​ໃນ​ກຸ່ມບັນດາ​ປະ​ເທດ​ ທີ່​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ຢູ່ທີ່​ນັ້ນ.

ກອງ​ກຳລັງ​ຂອງຣັດ​ເຊຍ ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ຊີ​ເຣຍ ​ໃນ​ຮອບ ​3 ສັບປະດາ​ຜ່ານ​ມາ​ນີ້ໃນ​ການ ​ໂຈມ​ຕີ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ​ ​ເພັ່ງ​ເລັງ​ໃສ່​ພວກ​ກໍ່​ການ​ຮ້າຍ ​ແຕ່​ຖືກ​ວິພາກ​ວິຈານ ​ໂດຍ​ສະ ຫະລັດ ​ແລະ​ປະເທດອື່ນ​ໆ ວ່າໄດ້ແນ​ເປົ້າ​ໝາຍ​ໃສ່ກຸ່ມຕໍ່ຕ້ານ​ກັບລັດຖະບານປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad. ​ເຈົ້າ​ໜ້າ​ທີ່ອີຣັກຈຳນວນ​ນຶ່ງ​ໄດ້​ໃຫ້ສັນຍານ​ວ່າ ​ພວກ​ເຂົາ​ເຈົ້າ​ຍິນ​ດີ​ຕ້ອນຮັບ​ການ​ມີໜ້າ​ຂອງຣັດ​ເຊຍ ​ໃນ​ອີຣັກເຊັ່ນ​ກັນ ​ແຕ່​ວ່າ ທ່ານ Dunford ​ໄດ້​ກ່າວວ່າ ນາຍົກລັດຖະມົນຕີອີຣັກ ທ່ານ​ Haider al-Abadi ບໍ່​ໄດ້​ຮຽກຮ້ອງໃດໆ ໃຫ້ ຣັດເຊຍຊ່ວຍທຳການ​ໂຈມ​ຕີ​ທາງ​ອາກາດ​.

ນອກຈາກ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ແລະ​ອີຣັກ​ແລ້ວ ທ່ານ Dunford
ຍັງ​ຈະ​ໄດ້​ໂອ້​ລົມ​ກັບ​ ຜູ້ນຳໃນ​ເຂດ Kurdistan ຂອງອີຣັກ ຮວມທັງປະທານ Massoud Barzani.

ປະທານຊາວເຄີດ ຂົງເຂດ Kirdistan mjko Massoud Barzani.
ປະທານຊາວເຄີດ ຂົງເຂດ Kirdistan mjko Massoud Barzani.

ພວກ​ນັກ​ຕໍ່ສູ້ຊາ​ວ​ເຄີ​ດ ​ໄດ້​ຮັບ​ໄຊຊະນະ​ຈຳນວນນຶ່ງໃນການ​ໂຈມ​ຕີຂັບໄລ່ໃຫ້​ພວກ​ຫົວ​ຮຸນ​ແຮງກຸ່ມລັດ​ ອິສລາມ ອອກ​ໄປ​ຈາກ​ຂົງ​ເຂດ​ທາງ​ພາກ​ເໜືອ​ຂອງ​ອີຣັກ ດ້ວຍ​ການ​ສະໜັບ
ສະໜຸນຈາກການ​ໂຈມ​ຕີ​ທາງ​ອາກາດ​ຂອງກຸ່ມ​ແນວ​ໂຮມທີ່​ນຳພາ​ໂດຍສະຫະລັດ ຊຶ່ງ​ໄດ້​ປະຕິບັດ​ງານ​ມາ​ໄດ້​ດົນກວ່າ​ນຶ່ງ​ປີ​ແລ້ວ.

ກອງ ​ທັບ​ອິຣັກ ​ແລະ​ກຸ່ມ​ທີ່​ທະຫານບ້ານ​ທີ່ນິຍົມລັດຖະບານ ​ຊຶ່ງໄດ້ຮັບການ​ຊ່ອຍ​ເຫລືອຈາກ
ການ​ໂຈມ​ຕີ​ທາງອາ​ກາດນຳ ໄດ້​ປະ​ສົບ​ຜົນສຳເລັດ​ເລັກນ້ອຍ ​ໃນ​ບາງ​ເຂດຂອງ​ປະ​ເທດ. ການ​ຢ້ຽມຢາມ​ຂອງ​ທ່ານ Dunford ຄັ້ງ​ນີ້ ຊຶ່ງ​ຈະ​ຮວມທັງ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ສະຖານະ​ການ​ໃນເມືອງ Beiji ບ່ອນ​ທີ່​ກອງ​ກຳລັງ​ຂອງ​ອີຣັກ ​ໃນ​ສັບ​ປະດາ​ຜ່ານ​ມາ​ນີ້ ​ໄດ້​ຍຶດ​ເອົາ​ໂຮງ​ກັ່ນ​ນ້ຳມັນ ຂອງເມືອງດັ່ງກ່າວ ຄືນມາໄດ້.

XS
SM
MD
LG