ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາພົນ ລະດັບສູງ ສຫລ ກ່າວວ່າ ປາກິສຖານ ຍັງບໍ່ເອົາ ມາດຕະການ ຕໍ່ຕ້ານກຸ່ມຕາລີບານ ເລີຍ


ນາຍພົນ ກອງທັບບົກ ສະຫະລັດ ຈອນ ນິໂຄລສັນ ຜູ້ບັນຊາການ ກຳລັງອົງການເນໂຕ້ ພາຍໃຕ້ການນຳພາ ຂອງ
ສະຫະລັດ ໃນອັຟການິສຖານ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 20 ພະຈິກ 2017.
ນາຍພົນ ກອງທັບບົກ ສະຫະລັດ ຈອນ ນິໂຄລສັນ ຜູ້ບັນຊາການ ກຳລັງອົງການເນໂຕ້ ພາຍໃຕ້ການນຳພາ ຂອງ ສະຫະລັດ ໃນອັຟການິສຖານ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 20 ພະຈິກ 2017.

ນາຍພົນ ຈອນ ນິໂຄລສັນ ຜູ້ບັນຊາການກຳລັງອົງການເນໂຕ້ ພາຍໃຕ້ການນຳພາ ຂອງ
ສະຫະລັດ ໃນອັຟການິສຖານ ກ່າວວ່າ ປາກິສຖານ ຍັງບໍ່ທັນໄດ້ເອົາມາດຕະການຫຍັງ
ເລີຍ ຕໍ່ບ່ອນຫລົບລີ້ຂອງພວກຕາລີບານ ຈາກອັຟການິສຖານ ໃນປາກິສຖານ ບ່ອນທີ່
ຜູ້ນຳອະວຸໂສ ຂອງກຸ່ມດັ່ງກ່າວອາໄສຢູ່ນັ້ນ.

ນາຍພົນນິໂຄລສັນ ກ່າວໃນວັນອັງຄານຜ່ານມານີ້ ລະຫວ່າງການຖະແຫຼງ ຕໍ່ພວກນັກ
ຂ່າວ ທີ່ທຳນຽບຫ້າແຈ ໂດຍທາງໂທລະສັບ ຈາກອັຟການິສຖານ ວ່າ “ດັ່ງທີ່ພວກທ່ານ
ໄດ້ຍິນ ປະທານາທິບໍດີຂອງພວກເຮົາເວົ້າ ດັ່ງທີ່ພວກທ່ານໄດ້ຍິນຜູ້ນຳ ອະວຸໂສ
ທັງໝົດ ຂອງພວກເຮົາເວົ້າ ພວກເຮົາຕ້ອງໄດ້ເຫັນການເຄື່ອນໄຫວ ໃນການຫລຸດ
ຜ່ອນດັ່ງກ່າວນີ້ ໃນເລື່ອງບ່ອນຫລົບລີ້ ແລະ ການໃຫ້ຄວາມສະໜັບສະໜູນຕໍ່
ພວກກະບົດ ແລະ ພວກກໍ່ການຮ້າຍ ທີ່ປະຕິບັດງານຈາກອັຟການິສຖານ ຊຶ່ງໂຈມຕີ
ກຳລັງຂອງພວກເຮົາ ພວກນັກການທູດ ພ້ອມທັງກຳລັງພັນທະມິດ ຂອງພວກເຮົາ
ຕະຫລອດທັງຊາວອັຟການິສຖານ ຢູ່ໃນປະເທດນີ້.”

ໃນການປະກາດຍຸດທະສາດກ່ຽວກັບເຂດເອເຊຍໃຕ້ຂອງທ່ານໃນເດືອນສິງຫາຜ່ານມາ
ນີ້ ປະທານາທິບໍດີ ດໍໂນລ ທຣຳ ໄດ້ທວງໃຫ້ປາກິສຖານ ຢຸດເຊົາການໃຫ້ຄວາມສະໜັບ
ສະໜູນ ແລະ ບ່ອນຫລົບລີ້ ແກ່ພວກກະບົດຕາລີບານ ຈາກອັຟການິສຖານ. ທ່ານໄດ້
ຖິ້ມໂທດໃສ່ ປາກິສຖານ ທີ່ໃຫ້ບ່ອນພັກພາອາໄສ ແກ່ກຸ່ມກໍ່ການຮ້າຍຕ່າງໆ ທີ່ພວມຕໍ່
ສູ້ກັບກຳລັງອັຟການິສຖານ ແລະທະຫານອາເມຣິກັນ ໃນປະເທດອັຟການິສຖານແລະ
ປະຕິຍານ ວ່າ ຈະບໍ່ມິດງຽບ ກ່ຽວກັບການໃຫ້ບ່ອນຫລົບລີ້ ຂອງປາກິສຖານ.

ປາກິສຖານໄດ້ປະຕິເສດ ຕໍ່ການກ່າວຫາທີ່ວ່າ ຕົນໃຫ້ບ່ອນຫລົບລີ້ແກ່ພວກກະບົດ
ຕາລີບານ ແລະຍັງຢືນຢັນວ່າ ປາກິສຖານເອງກໍເປັນຜູ້ຮັບເຄາະ ໃນການໂຈມຕີ ຂອງ
ພວກກໍ່ການຮ້າຍແລະພວກຫົວຮຸນແຮງ.

ນາຍພົນນິໂຄລສັນ ກ່າວວ່າ ປາກິສຖານໄດ້ພົວພັນກັບການສູ້ລົບຢ່າງໜັກ ກັບພວກ
ຫົວຮຸນແຮງຈັດ ຢູ່ໃນປະເທດຂອງຕົນ ແລະພວກກະບົດຕາລີບານ ຈາກປາກິສຖານ
ຕ້ອງໄດ້ຫລົບໜີ ຈາກການບຸກໂຈມຕີ ຂອງກອງທັບ ປາກິສຖານ ແຕ່ທ່ານກໍເວົ້າວ່າ
ກອງທັບປາກິສຖານ ບໍ່ໄດ້ດຳເນີນການແບບດຽວກັນນີ້ ຕໍ່ກຸ່ມຫົວຮຸນແຮງອັຟການິສ
ຖານ ໃນດິນແດນຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG