ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ທະຫານ ສຫລ ກ່າວວ່າ ສົງຄາມ ໃນອັຟການິສຖານ ຕົກຢູ່ໃນ “ສະພາບ​ບໍ່​ໄປ​ບໍ່​ມາ”


Two male turkeys from North Carolina named Bread and Butter, that will be pardoned by President Donald Trump, hang out in their hotel room at the Willard InterContinental Hotel in Washington.
Two male turkeys from North Carolina named Bread and Butter, that will be pardoned by President Donald Trump, hang out in their hotel room at the Willard InterContinental Hotel in Washington.

ຜູ້​ບັນຊາ​ການ​ກຳລັງ​ສະຫະລັດ​ໃນ​ອັຟກາ​ນິສຖານ ນາຍ​ພົນ John Nicholson ກ່າວ​ຕໍ່​ຄະນະ​ກຳມະການ​ກອງທັບ​ວ່າ ທ່ານ​ເຊື່ອ​ວ່າ ກຳລັງ​ອັຟກາ​ນິສຖານ​ທີ່​ໄດ້ຮັບ​ການ​ໜຸນ​ຫລັງ ​ຈາກ​ສະຫະ ລັດ ພວມ​ຕົກ​ຢູ່​ໃນ “ສະພາບ​ບໍ່​ໄປ​ບໍ່​ມາ” ​ໃນ​ສົງ ຄາມ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ 15 ປີ. ທ່ານ​ກ່າວ​ວ່າ ​ເພື່ອ​ທັບ​ມ້າງ​ສະພາບ​ການ ດັ່ງກ່າວ ທ່ານ​ຕ້ອງການ​ທະຫານ​ຕື່ມ​ອີກ “​ສອງ​ສາມ​ພັນ​ຄົນ” ​ເພື່ອ​ເພີ້ມ​ໃສ່​ກຳລັງ ທະຫານ​ສະຫະລັດ 8,400 ຄົນ​ຢູ່​ໃນ​ອັຟກາ​ນິສຖານ​ເວລາ​ນີ້.

ນາຍ​ພົນ Nicholson ​ໄດ້​ຖືກ​ຊັກ​ຖາມໂດຍ​ບັນດາ​ສະມາຊິກ​ສະພາ​ສູງ ​ໃນ​ວັນ​ພະຫັດ​ວານ​ນີ້ ກ່ຽວ​ກັບ​ແຜນການ​ຂອງ​ລັດຖະບານ​ທ່ານ​ທຣຳ ​ເພື່​ອຮັບ​ມື​ກັບ​ສົງ ຄາມ​ທີ່​ແກ່ຍາວ​ມາ​ເປັນ​ເວລາ​ດົນ​ນານ​ຢູ່​ອັຟກາ​ນິສຖານ.

Nicholson: 'Stalemate' in Afghanistan Requires 'Offensive Capability'
please wait

No media source currently available

0:00 0:00:39 0:00

ນາຍ​ພົນ Nicholson ກ່າວ​ວ່າ ຄວາມ​ສາມາດ​ໃນ​ການ​ບຸກ​ໂຈມ​ຕີ ​ແມ່ນ​ກະ​ແຈ ສຳຄັນ​ເພື່ອ​ທັບ​ມ້າງ​ສະພາບ​ການ​ບໍ່​ໄປ​ບໍ່​ມາ ​ແລະ​ໃນ​ຂະນະ​ທີ່​ກຳລັງ​ທະຫານສະ ຫະລັດ​ທີ່​ຖືກ​ສົ່ງ​ໄປ​ເພີ້ມນັ້ນ ຈະ​ພົວພັນ​ກັບ​ການ​ຝຶກ​ແອບ ​ໃຫ້​ຄຳ​ແນະນຳ ​ແລະ ​ໃຫ້​ການ​ຊ່ວຍ​ເຫລືອ​ຕ່າງໆ ກຳລັງພິ​ເສດ ແລະ​ກຳລັງ​ທັບ​ອາກາດ​ຂອງ​ອັຟກາ​ນິສຖານ ຈະ​ມີ “​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ” ຕໍ່​ຄວາມ​ສຳ​ເລັດ.

ອີງ​ຕາມ​ນາຍ​ພົນ Nicholson ​ແລ້ວ ກຳລັງ​ອັຟກາ​ນິສຖານ ​ໄດ້​ປະຕິບັດ​ງານ​ຢ່າງ​ເປັນ​ອິດສະຫຼະ​ 80 ​ເປີ​ເຊັນ​ໃນ​ປີ​ກາຍ​ນີ້ ​ເຖິງ​ແມ່ນ​ວ່າພວກ​ເຂົາ​ເຈົ້າ​ໄດ້​ປະເຊີນກັບ​ການ​ບາດ​ເຈັບ​ລົ້ມຕາຍສູງ​ກວ່າ​ໃນ​ປີ​ກ່ອນໆ.

US Commander in Afghanistan: 'Few Thousand' More International Troops Needed
please wait

No media source currently available

0:00 0:01:39 0:00

ມີ​ທະຫານ​ອັຟກາ​ນິສຖານ​ເສຍ​ຊີວິດ​ຫຼາຍກວ່າ 6,700 ຄົນ​ໃນ​ປີ​ກາຍ​ມາ​ຈົນ​ຮອດ ວັນ​ທີ 12 ພະຈິກ ອີງ​ຕາມ​ລາຍ​ງານ​ທີ່​ພິມ​ເຜີຍ​ແຜ່​ໃນ​ທຸກໆ​ສາມ​ເດືອນ ​ໂດຍ​ຄະ ນະ​ກວດກາ​ພິ​ເສດ​ໃນ​ການ​ບູລະນະ​ສ້າງສາ​ອັຟກາ​ນິສຖານ. ນັ້ນ​ແມ່ນ​ສູງ​ກວ່າ​ຈຳ ນວນທະຫານ 6,600 ຄົນ ທີ່​ເສຍ​ຊີວິດ​ໃນ​ປີ 2015.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG