ພົນເອກ ໂຣນັລດ໌ ພີ ຄລາກ (Ronald P. ClarK ) ຜູ້ບັນຊາການກອງທັບບົກສະຫະລັດປະຈຳພາກພື້ນປາຊີຟີກເຂົ້າພົບ ທ່ານ ຮຸນ ມາເນດ ນາຍົກລັດຖະ ມົນຕີ ກຳປູເຈຍ ແລະ ນາຍທະຫານລະດັບສູງຂອງກຳປູເຈຍໃນນະຄອນຫຼວງພະນົມເປນ.
ສາຍພົວພັນລະຫວ່າງສະຫະລັດແລະກຳປູເຈຍເຄັ່ງຕຶງເນື່ອງຈາກວໍຊິງຕັນວິພາກວິຈານການປາບປາມທາງການເມືອງແລະການລະເມີດສິດທິມະນຸດຂອງກຳປູເຈຍ.
ເຖິງຢ່າງໃດກໍ່ຕາມ ສະຫະລັດ ແລະ ປະເທດອື່ນ ໆ ກໍ່ຍັງມີຄວາມກັງວົນຢ່າງຫຼວງຫຼາຍຕໍ່ຄວາມສຳພັນອັນໄກ້ຊິດລະຫວ່າງກຳປູເຈຍກັບຈີນ ໂດຍສີ່ງທີ່ໜ້າ ສົນໃຈເປັນພິເສດຄືການເຂົ້າເຖິງຖານກອງທັບເຮືອຣຽມຂອງຈີນໄກ້ກັບທະເລຈີນໃຕ້ທີ່ເປັນຂໍ້ຂັດແຍ້ງຊຶ່ງເປັນທາງນໍ້າທີ່ຈີນອ້າງສິດເກືອບທັງໝົດ.
ໃນປີ 2016 ສານລະຫວ່າງປະເທດໃນນະຄອນຫຼວງ ເຮັກ ປະຕິເສດຂໍ້ຮຽກຮ້ອງຂອງຈີນທີ່ອ້າງວ່າຖານທັບເຮືອດັ່ງກ່າວຕັ້ງຢູ່ໃນຕໍາແໜ່ງທາງຍຸດທະສາດໃນອ່າວໄທ ຊຶ່ງຕິດກັບທະເລຈີນໃຕ້ທາງຕາເວັນຕົກ ການປັບປຸງຖານທັບດັ່ງກ່າວໄດ້ຮັບເງິນທືນຈາກຈີນ.
ຈີນໄດ້ບໍລິຈາກເງິນຈຳນວນມະຫາສານໃຫ້ກັບກຳປູເຈຍເພື່ອປັບປຸງໂຄງສ້າງພື້ນຖານ ໂດຍໄດ້ຮັບຄວາມຊ່ວຍເຫຼືອຕັ້ງແຕ່ ທ່ານ ຮຸນ ເຊັນ ພໍ່ຂອງນາຍົກ ລັດຖະມົນຕີເປັນຜູ້ນຳປະເທດ.
ເງິນທືນດັ່ງກ່າວຍັງຄົງດຳເນີນການຕໍ່ໄປ ແລະ ຕໍ່ມາໃນວັນຈັນ ທ່ານ ມາເນດ ໄດ້ພົບກັບທ່ານ ຢີນ ຫລີ່ ສະມາຊິກກົມການເມືອງຂອງພັກຄອມມູນິດຈີນ ຕາມການໂພສຂໍ້ຄວາມໃນ Telegram ຂອງນາຍົກລັດຖະມົນຕີ
ໂພສດັ່ງກ່າວລະບຸວ່າ ທ່ານ ຫລີ່ ຊົມເຊີຍຄວາມກ້າວໜ້າໃນ “ ຄວາມຮ່ວມມືທຸກດ້ານ” ລະຫວ່າງກຳປູເຈຍແລະຈີນ
ໃນລະຫວ່າງການປະຊຸມ ທ່ານ ຄລາກ ຍັງສະແດງຄວາມຊົມເຊີຍຕໍ່ກຳປູເຈຍທີ່ສົ່ງເຈົ້າໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດໄປຍັງສະຖານທີ່ຕ່າງ ໆ ທ່ົວໂລກຫຼາຍແຫ່ງ ຕາມການລາຍງານຂອງຫ້ອງການນາຍົກລັດຖະມົນຕີ.
ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ຍັງຂອບໃຈສະຫະລັດ ສຳລັບຄວາມ ຊ່ວຍເຫຼືອໃນການຊ່ວຍເກັບກູ້ວັດຖຸລະເບີດອອກຈາກກຳປູເຈຍ ຫຼັງຈາກສົງຄາມຫຼາຍ ປີທີ່ເຮັດໃຫ້ກຳປູເຈຍມີວັດຖຸລະເບີດຝັງດິນ 4-6 ລ້ານໜ່ວຍແລະວັດຖຸລະເບີດທີ່ຍັງບໍ່ລະເບີດອື່ນ ໆ ລວມເຖິງລະເບີດຍັງບໍ່ລະເບີດຂອງສະຫະລັດ.
ທ່ານ ຄລາກ ຍັງໄດ້ພົບປະກັບ ພົນເອກ ມາວ ໂສພັນ ຜູ້ບັນຊາການທະຫານກຳປູເຈຍເມື່ອວັນຈັນວານນີ້.
ກອງທັບບົກລະບຸໃນຖະແຫຼງການວ່າ ນາຍພົນທັງສອງທ່ານໄດ້ “ ຫາລືກັນຢ່າງສ້າງສັນ” ກອງທັບກຳປູເຈຍເປີດເຜີຍວ່າ ຫົວຂໍ້ການປຶກສາຂອງພວກເຂົາລວມເຖິງການປ້ອງກັນປະເທດ ການຄ້າ ການທ່ອງທ່ຽວ ການຕໍ່ຕ້ານການກໍ່ການຮ້າຍ ການຮັກສາສັນຕິພາບ ແລະ ການກຳຈັດລະເບີດຕົກຄ້າງ.
ກອງທັບກຳປູເຈຍເປີດເຜີຍວ່າ ການປຶກສາຫາລືຂອງພວກເຂົາຍັງລວມເຖິງຄວາມເປັນໄປໄດ້ທີ່ຈະຮື້ຟື້ນການຝຶກຊ້ອມ Angkor Sentinel ຊຶ່ງເປັນການຝຶກຊ້ອມຮ່ວມທາງທະຫານທີ່ສະຫະລັດແລະກຳປູເຈຍເຄີຍຈັດຂຶ້ນກ່ອນໜ້າ ນີ້ ແຕ່ຖືກຍົກເລີກໄປເມື່ອເກືອບ 10 ປີທີ່ຜ່ານມາ.
ອ່ານຂ່າວເປັນພາສາອັງກິດ
The top U.S. Army officer for the Asia-Pacific region began a two-day visit to Cambodia Monday in a trip designed to expand and improve frayed ties between the two nations.
General Ronald P. Clark, the commanding general of the United States Army Pacific met with Cambodian Prime Minister Hun Manet and senior Cambodian military officials in Phnom Penh.
Ties between the U.S. and Cambodia have been strained with Washington’s criticism of Cambodia’s political repression and human rights violations.
However, the U.S. and other countries are also greatly concerned with Cambodia’s close ties with China. Of special interest is China’s access to the Ream Naval Base near the disputed South China Sea, a waterway China claims almost in full.
In 2016, an international tribunal in The Hague rejected China’s sweeping claims. The naval base is strategically located in the Gulf of Thailand, which borders the western section of the South China Sea. The base’s renovation was funded by China.
China has contributed massive amounts of money to Cambodia’s updating of its infrastructure with the help beginning when the prime minister’s father, Hun Sen, was leading the country.
That funding continues and later Monday, Manet met with Yin LI, a member of the Politburo of the Chinese Communist Party, according to a post on the prime minister’s Telegram account.
The post said the Li praised the progress on “all cooperation in all fields” between Cambodia and China.
ຟໍຣັມສະແດງຄວາມຄິດເຫັນ