ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຈະເຮັດວຽກ ຮ່ວມກັບ ຍີ່ປຸ່ນ ເພື່ອເສີມ ຄວາມເຂັ້ມແຂງ ລະບົບປ້ອງກັນລູກສອນໄຟ


ນາຍພົນ Joseph Dunford (ຊ້າຍ) ປະທານເສນາທິການ ກອງທັບສະຫະລັດ ຈັບມືກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ທີ່ບ້ານພັກຂອງນາຍົກລັດຖະມົນຕີ ໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ. (18 ສິງຫາ 2017)
ນາຍພົນ Joseph Dunford (ຊ້າຍ) ປະທານເສນາທິການ ກອງທັບສະຫະລັດ ຈັບມືກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ທີ່ບ້ານພັກຂອງນາຍົກລັດຖະມົນຕີ ໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ. (18 ສິງຫາ 2017)

ນາຍ​ພົນ​ອະ​ວຸ​ໂສ​ຂອງ​ສະຫະລັດ ​ແລະ​ຄູ່​ຕຳ​ແໜ່​ງຝ່າຍ​ຍີ່ປຸ່ນ​ຂອງ​ທ່ານ ​ໄດ້​ຕົກລົງທີ່​ຈະ​
ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ເສີມ​ຂະຫຍາຍ ​ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ສຳລັບຍີ່ປຸ່ນ ໃນ​ຂະ
ນະ​ທີ່​ໂຕ​ກຽວ​ ປະກາດ​ວ່າ ຕົນ​ຈະ​ເລີ້ມນຳ​ໃຊ້​ລະບົບ​ຕໍ່ຕ້ານ​ ລູກ​ສອນ​ໄຟ Aegis ທີ່​ຍິງ​
ຈາກ​ພາກພື້ນດິນ​ເພື່ອ​ເປັນ​ການ​ປ້ອງ​ກັນ​ເພີ້ມຕື່ມຕໍ່​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ
​ເກົາຫຼີ​ເໜືອ.

ນາຍ​ພົນ Joe Dunford ປະທານ​ເສນາ​ທິການ​ຮ່ວມ ​ຂອງ​ກອງທັບ​ສະຫະລັດກ່າວ​ຕໍ່
​ພວກ​ນັກ​ຂ່າວ​ກຸ່ມ​ນຶ່ງ ​ທີ່​ນະຄອນຫຼວງ​ໂຕ​ກຽວ​ວ່າ ການ​ພົບ​ປະ​ຂອງ​ທ່ານກັບ​ພົນ​ເຮືອ​
ເອກ Katsutoshi Kawano ​ແລະ​ນາຍົກລັດຖະມົນຕີ Sinzo Abe ​ແມ່ນ​ເປັນ​ການ
​ໃຫ້ການ​ຢືນຢັນ “​ເຖິງ​ຄວາມ​ເຂັ້ມ​ແຂງເປັນພິ​ເສດ​ໃນຄວາມ​ສຳພັນ​ດ້ານ​ທະຫານ” ລະ
ຫວ່າງ​ຍີ​ປຸ່ນ​ແລະ​ສະຫະລັດ.

ນາຍ​ພົນ Dunford ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ “ຂ້າພະ​ເຈົ້າຄິດ​ວ່າ ນີ້​ອາດ​ຈະແມ່ນ
ກ່ຽວ​ກັບຄວາມ​ສຳຄັນ ຂອງ​ສະຖານ​ທີ່ໆຂ້າພະ​ເຈົ້າ​ໄດ້​ມາ ຫຼັງຈາກ​ກິດຈະກຳ​ຂອງ​
ກິມ​ຈຸ​ງອຸນເມື່ອ​ໄວໆ​ມານີ້ ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ພັນທະ​ມິດ​ຂອງ​ພວກ​ເຮົາ​ບໍ່​ໄດ້
​ມີ​ຄວາມ​ສົງ​ໄສ​ໃດໆກ່ຽວ​ກັບ​ວ່າພວກແມ່ນ​ຢູ່​ໃນ​ຈຸດ​ໃດ​ໃນນະ​ໂຍບາຍ​ທັງໝົດ​ຂອງ
​ພວກ​ເຮົາ ​ແລະ​ພວກ​ເຮົາ​ຢູ່​ບ່ອນ​ໃດ ​ເມື່ອ​ເວົ້າ​ເຖິງ ​ດ້ານ​ການທະຫານ ​ຂອງນະ​ໂຍ
ບາຍ​ດັ່ງກ່າວ​ນັ້ນ.

ນາຍ​ພົນ Dunford ພວມ​ຢູ່​ໃນ​ລະຫວ່າງ​ກາ​ນຢ້ຽມຢາມ​ປະ​ເທດ​ຍີ່ປຸ່ນ ຫຼັງຈາກໄດ້
​ເຈລະຈາ​ຫາລື​ກັບ​ພວກ​ຜູ້​ນຳ​ຂອງ​ຈີນ ​ແລະ​ເກົາຫຼີ​ໃຕ້​ ທີ່​ນະຄອນຫຼວງປັກ​ກິ່ງແລະ​
ນະ​ຄອນ​ຫຼວງ​ໂຊ​ລ​ໃນຕົ້ນອາທິດ​ນີ້. ທ່ານ​ກ່າວ​ວ່າ ທ່ານ​ໄດ້​ນຳ​ສະ​ເໜີ​ຕໍ່​ທ່ານ Abe
ພາບ​ລວມ​ໂດຍ​ທົ່ວ​ໄປ ທີ່​ທ່ານ​ໄດ້​ຮັບ ໃນ​ລະຫວ່າງ​ການ​ຢ້ຽມຢາມປະ​ເທດ​ຈີນ ​ໃນ
​ຂະນະ​ທີ່​ເພັ່ງ​ເລັງ​ໃສ່ ການ​ທ້າ​ທາຍ​ຂອງ​ເກົາຫຼີ​ເໜືອ ​ແລະ​ການດຳ​ເນີນ​ຄວາມ​ພະ
ຍາຍາມຂອງ​ສາມ​ຝ່າຍທີ່ກອງທັບ​ສະຫະລັດ ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້ ຕ້ອງ​ໄດ້​ຮັບ​ມື​
ກັບ​ໄພ​ຂົ່ມຂູ່.

ນາຍ​ພົນ Dunford ​ໃຫ້ການ​ອະທິບາຍ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ມັນ​ເປັນ​ສິ່ງ​ສຳຄັນ​
ທີ່​ພັນທະ​ມິດ​ແລະ​ເພື່ອນ​ມິດ​ໄດ້​ຮັບ​ຄວາມ​ໂປ່​ງ​ໃສ​ເປັນ​ທີ່​ສຸດ ດັ່ງນັ້ນຂ້າພະ​ເຈົ້າຈຶ່ງ
​ຢາກ​ໃຫ້​ທ່ານ​ໄດ້​ຮູ້​ເຖິງ​ລັກສະນະໃນ​ການ​ໂອ້​ລົມ​ຂອງ​ຂ້າພະ​ເຈົ້າຢູ່​ທີ່​ປະ​ເທດ​ຈີນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG