ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະສົ່ງ ທູດພິເສດ ໄປເກົາຫລີເໜືອ ເພື່ອປົດປ່ອຍ ນັກແຜ່ຜາຍສາສະໜາ


ທ່ານ Kenneth Bae ທີ່ຖືກຂັງຄຸກ ຢູ່ເກົາຫລີເໜືອ.
ທ່ານ Kenneth Bae ທີ່ຖືກຂັງຄຸກ ຢູ່ເກົາຫລີເໜືອ.
ສະຫະລັດ ກໍາ​ລັງ​ສົ່ງ​ທູດພິ​ເສດ​ຂັ້ນ​ສູງ​ ໄປ​ຍັງ​ເກົາຫລີ​ເໜືອ ​ເພື່ອ​
ຊອກ​ຫາ​ຊ່ອງ​ທາງ​ປົດ​ປ່ອຍ ​ນັກ​ແຜ່ຜາຍ​ສາສະໜາຄຣິສ ຊາວ
ອາ​ເມຣິກັນ​ເຊື້ອສາຍເກົາຫລີ ທີ່ກໍາລັງ​ປ່ວຍ​ ​ແລະໄດ້ຖືກ ຕັດສິນ
​ລົງ​ໂທດ 15 ປີ ​ໃຫ້​ຢູ່​ໃນ​ຄຸກ​ອອກ​ແຮງ​ງານ​ສັບພະ​ທຸກ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ທູດ​ພິ​ເສດຝ່າ​ຍ
ບັນ​ຫາ​ສິດທິ​ມະນຸດ​ເກົາຫລີ​ເໜືອ ທ່ານ Robert King ຈະ
ຮ້ອງຂໍຕໍ່​ທາງ​ການ​ເກົາຫລີ​ເໜືອ​ໃຫ້ປ່ອຍ​ໂຕ ທ່ານ Kenneth
Bae ບົນ​ພື້ນຖານ​ດ້ານມະນຸດສະ​ທໍາ ​ເວລາ​ທ່ານ​ໄປ​ຢ້ຽມຢາມ
ກຸງ​ພຽງຢາງ​ໃນ ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້.

​ໂຄສົກ​ທໍານຽບຂາວ​ຄົນ​ນຶ່ງ​ກ່າວ​ວ່າ ສະຫະລັດມີ​ຄວາມ​ເປັນ​
ຫ່ວງ​ທີ່​ສຸດ ກ່ຽວ​ກັບ​ສຸຂະພາບ ແລະ​ຄວາ​ມ​ເປັນ​ຢູ່​ຂອງ ທ່ານ
Bae ຜູ້​ທີ່​ ​ລາຍ​ງານກ່າວ​ວ່າ ​ໄດ້​ຍົກຍ້າຍ​ອອກ​ຈາກ​ສູນ​ສັບພະ
​ທຸກ ​ໄປ​ຮັກສາ​ໂຕ​ຢູ່​ໂຮງໝໍ ຫລັງ​ຈາກ​ທີ່​ໄດ້​ເສຍ​ນໍ້າໜັກໄປ
ຫລາຍ​ກວ່າ 23 ກິ​ໂລ.

ທ່ານ Bae ​ໄດ້​ຖືກ​ຈັບ​ຫລັງ​ຈາກ​ລາວ​ໄດ້​ເຂົ້າ​ໄປ​ໃນ​ປະ​ເທດ ​ໃນ​ເດືອນ​ພະຈິກ ​ໃນ​ນາ​ມຜູ້​ນໍາ
ທ່ອງ​ຖ່ຽວ. ຫລັງ​ຈາກ​ນັ້ນ​ຕໍ່​ມາ ທ່ານ​ໄດ້​ຖື​ກ່າວ​ຫາ​ວ່າ ພະຍາ​ຍາມ​ໂຄນ​ລົ້ມ​ລັດຖະບານ. ທ່ານ
Bae ອາຍຸ 44 ປີ ກໍາລັງ​ມີ​ບັນຫາ​ສຸຂະພາບຫລາຍ​ຢ່າງ ຮ່ວມ​ທັງ​ໂຣກຕັບ ​ແລະ ໝາກ​ໄຂ່ຫລັງ.

ທ່ານ Bae ​ໄດ້​ຖືກ​ຈັບ​ຫລັງ​ຈາກ​ໄດ້​ເຂົ້າ​ໄປ​ໃນ​ປະ​ເທດ ​ໃນ​ເດືອນ​ພະຈິກ ​ໃນ​ນາ​ມຜູ້​ນໍາທ່ຽວ.
ຫລັງ​ຈາກ​ນັ້ນ​ຕໍ່​ມາ ທ່ານ​ໄດ້ສານ​ດໍາ​ເນີນ​ຄະດີ​ແລະ​ຖືກຕັດສິນ​ວ່າ ມີ​ຄວາມ​ຜິດ​ໃນ​ຂໍ້​ຫາພະຍາ
​ຍາມ​ໂຄນ​ລົ້ມ​ລັດຖະບານ. ​

ເກົາຫລີ​ເໜືອ ຍັງ​ບໍ່​ທັນ​ໄດ້ສະ​ແດງ​ຄວາມ​ເຫັນ​ຕອບຢ່າງ​ເປີດ​ເຜີຍ ກ່ຽວ​ກັບ​ຂ່າວ​ການ​ເດີນທາງ​ຂອງ ທ່ານ King​. ​ແຕ່​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ການ​ຢ້ຽມຢາມ​ຂອງທ່ານ ແມ່ນ​ເປັນ​ການ​ສະໜອງ​ຕອບ​ຕໍ່​ການ​ເຊື້ອ​ເຊີນ​ຈາກ ລັດຖະບານ​ພຽງ​ຢາງ.
XS
SM
MD
LG