ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພົບປະກັບຄູ່
ຕຳແໜ່ງຝ່າຍຣັດເຊຍ ທ່ານ Sergei Lavrov ໃນວັນສຸກມື້ນີ້ ກ່ອນໜ້າກອງປະຊຸມ
ນາໆຊາດກ່ຽວກັບວິກິດການໃນຊີເຣຍ.
ທ່ານນາງ Clinton ແລະທ່ານ Lavrov ຈະພົບປະກັນທີ່ນະຄອນ St. Petersburg
ໃນຄວາມພະຍາຍາມເພື່ອຫາທາງແກ້ໄຂຄວາມເຫັນແຕກຕ່າງກັນກ່ຽວກັບແຜນການ
ໂອນອຳນາດໃນຊີເຣຍ.
ບັນດາປະເທດມະຫາອໍານາດຂອງໂລກ ແລະມະຫາອຳນາດໃນຂົງເຂດ ຈະເຕົ້າໂຮມ
ກັນທີ່ກອງປະຊຸມຢູ່ກຸງເຈນີວາໃນວັນເສົາມື້ອື່ນນີ້ທີ່ຮຽກຮ້ອງໃຫ້ມີຂຶ້ນໂດຍທູດພິເສດ
ສັນຕິພາບຂອງສະຫະປະຊາຊາດທ່ານ Kofi Annan ຜູ້ທີ່ຕ້ອງການໃຫ້ເຂົາເຈົ້າເຫັນ
ດີນໍາແນວຄິດໃໝ່ ທີ່ຈະຮັບມືກັບບັນຫາຂັດແຍ້ງໃນ ຊີເຣຍ. ແຫລ່ງຂ່າວການທູດຂອງ
ສະຫະປະຊາຊາດກ່າວວ່າ ທ່ານ Kofi Annan ໄດ້ສະເໜີຂໍ້ມູນກ່ຽວກັບການສ້າງຕັ້ງ
ລັດຖະບານສາມັກຄີຊາດໃນຊີເຣຍທີ່ບໍ່ລະບຸຢ່າງຈະແຈ້ງວ່າບໍ່ໃຫ້ປະທານາທິບໍດີຊີເຣຍ
ທ່ານ Bashar al-Assad ເຂົ້າຮ່ວມນຳ ແຕ່ອາດຈະກີດກັ້ນຕໍ່ຜູ້ທີ່ເຂົ້າຮ່ວມທີ່ອາດຈະ
ບ່ອນທຳລາຍຕໍ່ສະຖຽນລະພາບຂອງປະເທດ.
ທ່ານ Lavrov ໄດ້ກ່າວວ່າ ການແກ້ໄຂໃດໆກໍຕາມຕໍ່ວິກິດການໃນຊີເຣຍຈະຕ້ອງມາ
ຈາກຊາວຊີເຣຍເອງ. ທ່ານກ່າວວ່າ ຣັດເຊຍຊຶ່ງເປັນພັນທະມິດ ກັບລັດຖະບານຂອງ
ທ່ານ Assad ມາດົນນານັ້ນ ຈະບໍ່ສະໜັບສະໜູນການແຊກແຊງຈາກພາຍນອກ.
ຕະຫລອດວິກິດການໃນຊີເຣຍຣັດເຊຍໄດ້ປະຕິເສດບໍ່ຍອມຮຽກຮ້ອງໃຫ້ທ່ານ Assad
ສະລະອໍານາດ.
ບັນດາກຸ່ມຕໍ່ຕ້ານຂອງຊີເຣຍ ກ່າວວ່າ ເຂົາເຈົ້າຈະບໍ່ຍອມຮັບເອົາແຜນການໂອນອຳ
ນາດທາງການເມືອງໃດໆກໍຕາມ ທີ່ບໍ່ໄດ້ມີການຮຽກຮ້ອງຢ່າງຈະແຈ້ງ ໃຫ້ທ່ານ As-
sad ລົງຈາກອຳນາດ.
ໃນວັນພະຫັດຜ່ານມານີ້ ທ່ານນາງ Clinton ກ່າວທີ່ປະເທດ Latvia ວ່າການແກ້ໄຂ
ໃດໆກໍຕາມ ຕ້ອງໃຫ້ສອດຄ່ອງກັບມາດຕະຖານຂອງນາໆຊາດ ກ່ຽວກັບການເຄົາ
ລົບນັບຖືສິດທິມະນຸດ ການປົກຄອງ ແບບມີຄວາມຮັບຜິດຊອບ ການປົກຄອງດ້ວຍ
ຕົວບົດກົດໝາຍແລະການມີໂອກາດເທົ່າທຽມກັນຂອງປະຊາຊົນຊາວຊີເຣຍທຸກຖ້ວນ
ໜ້າ. ທ່່ານນາງ Clinton ກ່າວວ່າ ຮ່າງປະຕິບັດງານຂອງ ທ່ານ Annan ໄດ້ວາງໄວ້
ວ່າຈະໄປເຖິງຈຸດນັ້ນໄດ້ຢ່າງໃດ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ