ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ ນັກ​ການທູດ​ ສຫລ ເວົ້າ​ວ່າ ທ່ານ​ຈະ​ປຶກ​ສາ ບັນ​ຫາ​ສິດ​ທິ​ມະ​ນຸດ ກັບ​ບັນ​ດາ​ຜູ້​ນຳ ຊາ​ອຸ​ດີ ອາ​ຣາ​ເບຍ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ, ທີ​ສອງ​ຈາກ​ຂວາ, ກັບ​ພັນ​ລະ​ຍາ ທ່ານ​ນາງ ຊູ​ຊານ ເດີນ​ທາງ​ຮອດສະ​ໜາມ​ບິນ​ສາ​ກົນ ກະ​ສັດ ຄາ​ລິດ ໃນ​ນະ​ຄອນຫຼວງ ຣີ​ຢາດ, ຊາ​ອຸ​ດີ ອາ​ຣາ​ເບຍ. 19 ກຸ​ມ​ພາ, 2020.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ, ທີ​ສອງ​ຈາກ​ຂວາ, ກັບ​ພັນ​ລະ​ຍາ ທ່ານ​ນາງ ຊູ​ຊານ ເດີນ​ທາງ​ຮອດສະ​ໜາມ​ບິນ​ສາ​ກົນ ກະ​ສັດ ຄາ​ລິດ ໃນ​ນະ​ຄອນຫຼວງ ຣີ​ຢາດ, ຊາ​ອຸ​ດີ ອາ​ຣາ​ເບຍ. 19 ກຸ​ມ​ພາ, 2020.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ວ່າ ທ່ານ​ມີ​ແຜນ​ທີ່​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ ກັບ​ບັນ​ດາ​ຜູ້​ນຳ ຊາ​ອຸ​ດີ ອາ​ຣ​າ​ເບຍ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ, ໂດຍ​ສະ​ເພາະ ກ່ຽວ​ກັບ ​ສະ​ພາບ​ຂອງ​ແພດ​ໝໍ ອາ​ເມ​ຣີ​ກັນ ເຊື້ອ​ສາຍ ຊາ​ອຸ​ ຜູ້​ກຳ​ລັງ​ປະ​ເຊີນ​ກັບຂໍ້​ກ່າວ​ຫາ​ຕ່າງໆ​ຢູ່​ທີ່​ນັ້ນ.

ທ່ານ ພອມ​ພຽວ ໄດ້​ເດີນ​ທາງ​ຮອດ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ວັນ​ພຸດ​ວານນີ້​ສຳ​ລັບ​ການ​ຢ້ຽມ​ຢາມ​ສາມ​ວັນ, ເມື່ອ​ທ່ານ​ຈະ​ພົບ​ປະ​ກັບ​ກະ​ສັດ ຊາ​ລ​ມານ, ແລະ ອົງ​ມົງ​ກຸດ ໂມ​ຮຳ​ມັດ ບິນ ຊາ​ລ​ມານ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄຟ​ຊາ​ລ ບິນ ເຟີ​ຮານ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ທ່ານ ພອມ​ພຽວ ໄດ້​ກ່າວ​ວ່າ ທ່ານ​ຈະ​ລົມ​ກັບ​ບັນ​ດາ​ຜູ້​ນຳ​ ຊາ​ອຸ ກ່ຽວ​ກັບ ແພດ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ຊາ​ອຸ ທ່ານ ວາ​ລິດ ຟີ​ໄຕ​ຮີ, ຜູ້​ທີ່​ຖືກ​ຄວບ​ຄຸມ​ຕົວ ​ໃນ​ເດືອນ​ພະ​ຈິກ 2017 ທ່າມ​ກາງ​ການ​ປາບ​ປາມ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ຂອງ​ເຈົ້າ​ຊາຍ ຊາ​ອຸ ທີ່​ໄດ້​ຈັບ​ບັນ​ດາ​ລັດ​ຖະ​ມົນ​ຕີ, ເຈົ້າ​ຊາຍ​ອາ​ວຸ​ໂສ ແລະ ນັກ​ທຸ​ລະ​ກິດ.

ທ່ານ ພອມ​ພຽວ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ອາ​ດິ​ສ ອາ​ບາ​ບາ ກ່ອນ​ເດີນ​ທາງ​ໄປ​ ຊາ​ອຸ​ດີ ອາ​ຣາ​ເບຍ ວ່າ “ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ​ ຂ້າ​ພະ​ເຈົ້າ​ຈະ​ຍົກເອົາ​ບັນ​ຫາ​ນັ້ນ ແລະ ບັນ​ຫາ​ກ່ຽວ​ກັບ ສິດ​ທິ​ມະ​ນຸດ​ຢ່າງກວ້າງ​ຂວາງ​ຂຶ້ນ​ມາ ໂອ້​ລົມເຊັ່ນ​ກັນ.”

ປະ​ມານ 200 ຄົນ​ໄດ້​ຖືກ​ຄວບ​ຄຸມ​ຕົວ​ເປັນ​ເວ​ລາຫຼາຍ​ອາ​ທິດ ແລະ ຫຼາຍ​ເດືອນ​ຢູ່​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ຣີ​ຢາດ ແລະ ໄດ້​ບັງ​ຄັບ​ໃຫ້​ສະຫຼະຊັບ​ສິນ​ມູນ​ຄ່າຫຼາຍ​ຕື້​ໂດ​ລາ ​ໃຫ້​ລັດ​ຖະ​ບານ ຊາ​ອຸ​ດີ ອາ​ຣ​າ​ເບຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG