ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ການ​ທູດ​ລະ​ດັບ​​ສູງ ​ສະ​ຫະ​ລັດ​ ເປິດ​ກວ້າງ​ໃຫ້​ສືບ​ສວນ ​ກ່ຽວ​ກັບ ​ການ​ພົວ​ພັນຂອງ ​ຢູ​ເຄ​ຣນ ໃນການ​ເລືອກ​ຕັ້ງ


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ກະ​ຊວງ​ຕ່າງ​ປະ​ເທດ ວັນ​ທີ 26 ພະ​ຈິກ 2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ກະ​ຊວງ​ຕ່າງ​ປະ​ເທດ ວັນ​ທີ 26 ພະ​ຈິກ 2019.

ນັກ​ການ​ທູດ​ລະ​ດັບສູງຂອງ ​ສະ​ຫະ​ລັດ​ ໄດ້ປະ​ຕິ​ເສດການ​ກ່າວ​ຫາທີ່​ວ່າ ຢູ​ເຄ​ຣນ ບໍ່​ແມ່ນ
​ຣັດ​ເຊຍ ທີ່​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ
​ລັດ ປີ 2016.

ເຖິງ​ແມ່ນ​ໄດ້​ມີ​ກາ​ນ​ຄົ້ນ​ພົບ​ຊ້ຳ​ແລ້​ວ​ຊໍ້​າ​ອີກ​ ໂດຍ​ບັນ​ດາ​ອົງ​ການ​ສຶບ​ລັບ​ສະ​ຫະ​ລັດ ທີ່​ຖີ້ມ
​ໂທດ​ໃສ່​ຣັດ​ເຊຍ ກໍ​ຕາມ, ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອ​ມ​ພຽວ ໄດ້ກ່າວໃນ​
ວັນ​ອັງ​ຄານ​ວານ​ນີ້​ວ່າ ຖ້າ​ຫາກ​ມີ​ຂໍ້​ມູນ​ໃດໆ “ສະ​ແດງ​ໃຫ້​ເຫັນຢ່າງຫຼວງ​ຫຼາຍ” ວ່າ​
ຢູ​ເຄ​ຣນ ໄດ້​ພະ​ຍາ​ຍາມ​ທີ່​ຈະແຊກ​ແຊງນັ້ນ ມັນສົມ​ຄວນ​ໄດ້​ຮັບ​ຄວາມ​ສົນ​ໃຈ.

ທ່ານ​ພອ​ມ​ພຽວ ໄດ້ກ່​າວ​ຕໍ່​ບັນ​ດາ​ນັກ​ຂ່າວ ໃນ​ລະ​ຫວ່າງ​ກອງ​ປະ​ຊຸມລາຍ​ງານ​ຢູ່​ກະ​ຊ​ວງ
​ຕ່າງ​ປະ​ເທດ​ວ່າ “ເວ​ລາ​ໃດ​ທີ່​ມີ​ຂໍ້​ມູນວ່າ ປະ​ເທດ​ໃດ​ທີ່​ໄດ້​ລົບ​ກວນ​ກັບ​ການ​ເລືອກ​ຕັ້ງ
ຂອງ​ຊາວ​ອາ​ເມ​ຣິ​ກັນ ພວກ​ເຮົາ​ບໍ່​ພຽງ​ແຕ່​ມີ​ສິດ ແຕ່ມີ​ໜ້າ​ທີ່​ໆ​ຈະ​ຮັບ​ປະ​ກັນ​ວ່າ ພວກ
​ເຮົາ​ຈະ​ຕາມ​ຫາມັນ.”

ທ່ານ​ກ່າວ​ເພີ້ມ​ອີກວ່າ “ເພື່ອ​ປ້ອງ​ກັນ​ການ​ເລືອກ​ຕັ້ງ ອາ​ເມ​ຣິ​ກາ ຕ້ອງ​ເຮັດ​ທຸກ​ຢ່າງ​ທີ່​ສາ​
ມາດ​ເຮັດ​ໄດ້ ເພື່ອ​ບັນ​ລຸ​ຄວາມ​ສຳ​ເລັດ.”

ບັນ​ດາເຈົ້າ​ໜ້າ​ທີ່​ສືບ​ລັບ ​ສະ​ຫະ​ລັດ ທີ່​ຖືກຕິດ​ຕໍ່​ໂດຍ ວີ​ໂອ​ເອ ໄດ້​ປະ​ຕິ​ເສດຄຳ​ເຫັນ​ດັ່ງ
​ກ່າວ, ໂດຍຊີ້ໄປ​ຫາ​ລາຍ​ງານ​ກ່ອນ​ນັ້ນ ທີ່​ລົງ​ຄວາມ​ເຫັນ​ວ່າ ຣັດ​ເຊຍ​ເປັນ​ຜູ້​ຮັບ​ຜິດ​ຊອບ.

ແຕ່​ການ​ກ່າວ​ຫາວ່າ​ຢູ​ເຄ​ຣນ ພະ​ຍາ​ຍາມ​ແຊກ​ແຊງ ແລະ​ ບ່ຽງ​ເບນ​ຜົນ​ການ​ເລືອກ​ຕັ້ງ
ເພື່ອ​ເຂົ້າ​ຂ້າງ ຜູ້​ລົງ​ແຂ່ງ​ຂັນ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ທ່ານ​ນາງ​ ຮິ​ລ​ແລ​ຣີ ຄ​ລິນ​ຕັນ
ແມ່ນໄດ້​ຮັບ​ແຮງ​ກະ​ຕຸ້ນ​ໃນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຈຳ​ນວນ​ນຶ່ງ ແລະ​ບັນ​ດາ​ຜູ້​ສະ​ໜັບ​
ສະ​ໜູນ​ທີ່​ສຳ​ຄັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ​ທ​ຣຳ.

ລະ​ຫວ່າງ​ການ​ໃຫ້​ປາກ​ຄຳຕໍ່ການຟ້ອງ​ຮ້ອງໃນອາ​ທິດ​ແລ້ວ​ນີ້, ສະ​ມາ​ຊິກ​ ພັກ​ຣີ​ພັບ​ບ​ລີ​
ກັນ ລະ​ດັບ​ສູງໃນ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ທ່ານ​ ເດ​ວິນນູ​ເນັ​ສ ໄດ້​ຍົກ​ທິດ
ສະ​ດີທີ່​ວ່າ ທ່ານ​ ທ​ຣຳ ​ໄດ້​ມີ​ເຫດ​ຜົນ​ທີ່​ຈະຖືກ​ສົງ​ໄສ ກ່ຽວ​ກັບ ​ຢູ​ເຄ​ຣນ ເພາະ​ວ່າ​ປະ​ເທດ
ດັ່ງ​ກ່າວໄດ້ “ຕັ້ງ​ໃຈ​ທີ່​ຈະ​ສ້າງ​ບັນ​ຫາ​ໃຫ້ທ່ານ.”

ທ່ານ​ນູ​ເນັ​ສ ກ່າວ​ວ່າ “ເປັນ​ຄວາມ​ຈິງ​ທີ່ໜ້າ​ລຳ​ບາກ ທີ່​ພັກ​ເດ​ໂມ​ແຄ​ຣັດ​ບໍ່ຢາກ​ຍອມຮັບ​.
ມັນແມ່ນ​ການ​ປະ​ຕິ​ບັດ​ງານ​ຂອງ​ເຂົາ​ເຈົ້າ​ທີ່​ຈະເຮັດ​ໃຫ້​ການ​ ໂຄ​ສະ​ນາ​ຫາ​ສຽງ​ຂອງທ່ານ
​ທ​ຣຳ ​ເປີ້​ເປື້ອນ ດ້ວຍ​ການໃຊ້​ແຫຼ່ງຂ່າວ​ຕ່າງ​ໆ​ຂອງ ​ຢູ​ເຄ​ຣນ ໃນ​ປີ 2016 ແລະ​ເຂົາ
​ເຈົ້າ​ບໍ່​ຢາກ​ໃຫ້ພວກ​ເຮົາ​ຄົ້ນ​ພົບ​ເຫດ​ຜົນ​ທີ່​ແທ້​ຈິງ​ຂອງ​ມັນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ


XS
SM
MD
LG