ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ໄປ
ຢ້ຽມ ຢາມປະເທດອີຈິບ ໂດຍບໍ່ໄດ້ເປີດເຜີຍໃຫ້ຮູ້ລ່ວງໜ້າ ເພື່ອ
ສົນທະນາຫາລື ກັບປະທານາທິບໍດີ Abdel Fattah el-Sissi.
ທ່ານ Kerry ເດີນທາງໄປຮອດນະຄອນຫລວງ Cairo ໃນວັນ
ອາທິດມື້ນີ້ ສຳຫລັບການປະຊຸມລະດັບສູງສຸດ ກັບຜູ້ນຳຄົນໃໝ່
ຂອງອີຈິບ ຕັ້ງແຕ່ໄດ້ມີການເລືອກຕັ້ງປະທານາທິບໍດີ.
ທ່ານ Kerry ໄດ້ພົບປະກັບລັດຖະມົນຕີຕ່າງປະເທດອີຈິບ
ທ່ານ Sameh Shoukri ກ່ອນ ແລະໄດ້ກ່າວວ່າ “ເວລານີ້
ແມ່ນເປັນຈຸດຫົວລ້ຽວຫົວຕໍ່ ສຳຫລັບການຫັນປ່ຽນຢູ່ໃນ
ອີຈິບ” ແລະວ່າ “ສະຫະລັດແມ່ນມີຄວາມສົນໃຈຫລາຍ ທີ່ຈະທຳງານຮ່ວມກັນ
ຢ່າງໃກ້ຊິດກັບລັດຖະບານຊຸດໃໝ່ຂອງອີຈິບ ເພື່ອເຮັດໃຫ້ການຫັນປ່ຽນເປັນ
ໄປຢ່າງຮຽບຮ້ອຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້.”
ສະຫະລັດໄດ້ສະແດງຄວາມກັງວົນ ກ່ຽວກັບການປາບປາມຝ່າຍຄ້ານ ຢ່າງໜັກໜ່ວງ
ນັບຕັ້ງແຕ່ທ່ານ Sissi ໄດ້ເຂົ້າກຳອຳນາດ ໃນຖານະ ຜູ້ບັນຊາການທະຫານສູງສຸດ
ເມື່ອເດືອນກໍລະກົດປີກາຍນີ້ ຫລັງຈາກ ໄດ້ໂຄ່ນລົ້ມພັກພະລາດອນພາບມຸສລິມ ຫຼື
Muslim Brotherhood.
ການປາບປາມໄດ້ເຮັດໃຫ້ ຫຼາຍຮ້ອຍຄົນເສຍຊີວິດ ແລະອີກຫຼາຍພັນຄົນ ຖືກກັກຂັງ
ຫລັງຈາກທີ່ທະຫານຍຶດອຳນາດຈາກຜູ້ນຳພັກພະລາ ດອນພາບມຸສລິມ ທ່ານ
Mohamed Morsi.
ຕັ້ງແຕ່ນັ້ນມາ ລັດຖະບານໄດ້ປະກາດໃຫ້ ພັກພະລາດອນພາບມຸສລິມ ເປັນພັກນອກ
ກົດໝາຍ ແລະ ຕັດສິນລົງໂທດປະຫານຊີວິດ ສະມາຊິກຂອງພັກ ແລະພວກອື່ນໆ
ອີກທີ່ອອກມາປະທ້ວງ ຈຳນວນຫຼາຍຮ້ອຍຄົນ ໃນການພິຈາລະນາຂອງສານ ທີ່ໃຊ້
ເວລາພຽງບໍ່ເທົ່າໃດຊົ່ວໂມງ.