ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນັກ​ການ​ທູດ​ລະ​ດັບ​ສູງ​ ສະ​ຫະ​ລັດ ຈະ​ເດີນ​ທາງ​ໄປ ຈີນ ເພື່ອ​ສ້າງ​ຄວາມ​ໝັ້ນ​ຄົງ​ຕໍ່​ສາຍ​ພົວ​ພັນ


Can Blinken's China Trip Reset Fraught Relations?
please wait

No media source currently available

0:00 0:02:04 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ແມ່ນ​ຈະ​ເດີນ​ທາງ​ໄປ ຈີນ ໃນ​ວັນ​ສຸກ​ນີ້, ເຊິ່ງ​ແມ່ນ​ການ​ເດີນ​ທາງ​ທີ່​ໄດ້​ຈັດ​ຄືນ​ໃໝ່​ ຈາກ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ບາ​ລ​ລູນ​ສອດ​ແນມ​ທີ່​ຕ້ອງ​ສົງ​ໄສ​ຂອງ ຈີນ ໄດ້​ບິນ​ຜ່ານທ້ອງ​ຟ້າ​ຂອງ ສະ​ຫະ​ລັດ. ແຕ່​ຄວາມ​ຄາດ​ຫວັງ​ແມ່ນ​ຕ່ຳ​ທີ່​ວ່າ​ການ​ເດີນ​ທາງ​ຂອງ​ທ່ານ ບ​ລິງ​ເຄັນ ຈະ​ປັບ​ປຸງ​ສາ​ຍ​ພົວ​ພັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຍາກ​ລຳ​ບາດ​ຂອງ​ສອງ​ປະ​ເທດ​ນັ້ນ.

ທ່ານ ບ​ລິງ​ເຄັນ ແມ່ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດ​ທີ່​ໄດ້​ໄປ​ຢ້ຽມ​ຢາມ ປັກ​ກິ່ງ ນັບ​ຕັ້ງ​ແຕ່​ປີ 2018.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ໃນ​ວັ​ນ​ພຸດ​ວານນີ້, ໂດຍ​ອ້າງ​ເຖິງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ວ່າ “ໃນ​ເວ​ລາ​ຢູ່ ປັກ​ກິ່ງ, ທ່ານ ບ​ລິງ​ເຄັນ ຈະ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ອະວຸ​ໂສ​ຂອງ ສ​ປ ຈີນ ເຊິ່ງ​ທ່ານ​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ຊ່ອງ​ທາງ​ການ​ສື່​ສານ​ໃຫ້​ເປີດ​ໄວ້ ເພື່ອ​ຈັດ​ການ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ ສະ​ຫະ​ລັດ ກັບ ສ​ປ ຈີນ ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ. ທ່ານ​ຍັງ​ຈະ​ຍົກ​ບັນ​ຫາ​ຄວາມ​ເປັນ​ຫ່ວງ​ສອງ​ຝ່າຍ, ບັນ​ຫາ​ໂລກ ແລະ ພາກ​ພື້ນ​ຂຶ້ນ​ມາ, ແລະ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຮ່ວມ​ມື ກ່ຽວ​ກັບ ສິ່ງ​ທ້າ​ທາຍ​ຂ້າມ​ຊາດ.”

ເມື່ອ​ຄືນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ທ່ານ ບ​ລິງ​ເຄັນ ໄດ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຈີນ ທ່ານ ຈິນ ກາງ ທາງ​ໂທ​ລະ​ສັບ.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິ​ດ​ເຕີ, ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ ທ່ານ ແລະ ທ່ານ ຈິນ “ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຄວາມ​ພະ​ຍາ​ຍາມ​ທີ່​ດຳ​ເນີນ​ຢູ່​ເພື່ອ​ຮັກ​ສາ​ຊ່ອງ​ທ່ງ​ການ​ສື່​ສານ​ໃຫ້​ເປີດ​ໄວ້ ພ້ອມ​ກັບ​ບັນ​ຫາ​ສອງ​ຝ່າຍ ແລະ ໂລກ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG