ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກການທູດ ສຫລ ໃນຈີນ ລາອອກ ຍ້ອນການຕັດສິນໃຈ ຖອນ ສຫລ ອອກຈາກ ຂໍ້ຕົກລົງປາຣີ


ປະ​ທາ​ນາ​ທິບໍດີ ​ດໍ​ໂນລ ທຣຳ ຢືນຢູ່ຂ້າງເວທີ ກ່ຽວກັບບົດບາດ
ຂອງສະຫະລັດ ກ່ຽວກັບສົນທິສັນຍາປາຣີ ດ້ານດິນຟ້າອາກາດ
ທີ່ສວນກຸຫຼາບ ທີ່ທຳນຽບຂາວ, ວໍຊີງຕັນ, 1 ພຶດສະພາ, 2017.
ປະ​ທາ​ນາ​ທິບໍດີ ​ດໍ​ໂນລ ທຣຳ ຢືນຢູ່ຂ້າງເວທີ ກ່ຽວກັບບົດບາດ ຂອງສະຫະລັດ ກ່ຽວກັບສົນທິສັນຍາປາຣີ ດ້ານດິນຟ້າອາກາດ ທີ່ສວນກຸຫຼາບ ທີ່ທຳນຽບຂາວ, ວໍຊີງຕັນ, 1 ພຶດສະພາ, 2017.

ຮັກສາ​ການຊົ່ວຄາວ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ປະ​ເທດ​ຈີນ ທ່ານ David Rank ​ໄດ້​ລາອອກ​ຢ່າງ​ກະທັນຫັນ ​ໂດຍກ່າວຕໍ່​ເພື່ອ​ນຮ່ວມ​ງານ​ຂອງ​ທ່ານ​ວ່າ ທ່ານ​ຈະລາ​ອອກ ​ຈາກ​ກະຊວງ​ຕ່າງປະ​ເທດ ຍ້ອນ​ບໍ່​ເຫັນ​ພ້ອມ​ກັບການ​ຕັດສິນ​ໃຈ​ຂອງ​ປະ​ທາ​ນາ​ທິບໍດີ ​ດໍ​ໂນລ ທຣຳ ​ທີ່​ໄດ້​ຖອນ​ສະຫະລັດ ອອກ​ຈາກ​ຂໍ້​ຕົກລົງ​ປາຣີ ໃນ​ສັບປະດາແລ້ວ​.

​ເຈົ້າ​ໜ້າ​ທີ່​ສະຫະລັດ ທີ່​ຮູ້​ເລື່ອງໃນ​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ Rank ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ປະ​ກາດ​ອອກ​ບຳນານ ໃນ​ວັນ​ຈັນ​ວານ​ນີ້ ໃນປະຊຸມຕອບ​ຄຳ​ຖາມຂອງ​ໝູ່ພະນັກງານ​ ​ສະຖານທູດ​.

ກະຊວງ​ການ​ຕ່າງປະ​ເທດ​ໄດ້​ໃຫ້ການ​ຢືນຢັນ ກ່ຽວ​ກັບການ​ປະກາດ​ທີ່​ວ່າ​ນີ້ ໂດ​ຍ​ກ່າວ​ວ່າ “ມັນ​ເປັນ​ການ​ຕັດສິນ​ໃຈຂອງ​ສ່ວນ​ບຸກຄົນ” ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ​ເພີ່ມ​ຕື່ມ ກ່ຽວ​ກັບ​ການ​ອອກ​ຈາກ​ຕຳ​ແໜ່​ງດັ່ງກ່າວນີ້.

​ທ່ານ Rank ​ໄດ້​ຮັບ​ຕຳ​ແໜ່​ງ​ເປັນ​ຮອງ​ຫົວໜ້າ ທີ່​ສະຖານທູດ​ ນັບ​ຕັ້ງ​ແຕ່​ເດືອນ​ມັງກອນ ປີ 2016 ​ເປັນ​ຕົ້ນ​ມາ ​ແລະໄດ້​ຮັບ​ໜ້າ​ທີ່ ​ເປັນ​ຮັກສາ​ການເອກ​ອັກຄະ​ລັດຖະທູດ ຈົນ​ກວ່າຜູ້​ທີ່​ທ່ານ​ທຣຳ​ແຕ່ງຕັ້ງ​ໃຫ້ເອກ​ອັກຄະ​ລັດຖະທູດ ຊຶ່ງ​ແມ່ນອະດີດ​ຜູ້​ປົກຄອງ​ລັດ ​ໄອ​ໂອວາ ທ່ານ Terry Branstad ຈະໄປ​ຮັບ​ໜ້າ​ທີ່​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ນີ້. ທ່ານ Branstad ​ແມ່ນ​ໄດ້​ຮັບ​ການ​ຢືນຢັນໃຫ້​ເຂົ້າຮັບ​ຕຳ​ແໜ່​ງດັ່ງກ່າວ ​ໃນ​ເດືອນ​ແລ້ວ​ນີ້.

ຮັກສາ​ການຊົ່ວຄາວ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ປະ​ເທດ​ຈີນ ທ່ານ David Rank.
ຮັກສາ​ການຊົ່ວຄາວ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ປະ​ເທດ​ຈີນ ທ່ານ David Rank.

ທ່ານ Rank ​ໄດ້ເຮັດ​ວຽກ​ໃຫ້​ກະຊວງ​ການ​ຕ່າງ
ປະ​ເທດ ​ມາ​ໄດ້ 27 ປີ ​ແລ້ວ ​ແລະ​ເປັນ​ທັງ​ທີ່​
ປຶກສາທາງ​ການ​ເມືອງ ​ທີ່ສະຖານເອກ​ອັກຄະ
​ລັດຖະທູດສະຫະລັດ ປະຈຳ​ອັຟກາ​ນິສຖານ
​ແຕ່​ປີ 2011ຫາ 2012​.

ທ່ານ Rank ​ໄດ້​ກາຍ​ມາ​ເປັນເອກ​ອັກຄະ​ລັດ
ຖະທູດຄົນທີ 2 ທີ່​ໄດ້​ປະກາດຕໍ່ສາທາລະນະ​
ໃນ​ການ​ແຕກແຍກ​ກັບ​ທ່ານ​ທຣຳໃນໄລຍະ​
ສອງ​ສາມ​ມື້​ທີ່​ຜ່ານ​ມານີ້. ທ່ານ Lewis
Lukens ຮັກສາ​ການເອກ​ອັກຄະລັດຖະທູດ
​ສະຫະລັດປະຈຳ​ອັງກິດກໍ​ໄດ້​ກ່າວ​ຍ້ອງຍໍ
ເຈົ້າ​ຄອງນະຄອນ​ລອນ​ດອນ ທ່ານ Sadiq
Khan ຢ່າງ​ເປັນ​ການ​ເປີດ​ເຜີຍ ​ໃນ​ການ​ເອົາ
ບາດກ້າວ​ຂອງທ່ານ ຕໍ່​ການ​ໂຈມ​ຕີ​ກໍ່​ການ
​ຮ້າຍ ​ໃນ​ວັນທ້າຍ​ສັບປະດາຜ່ານ​ມານີ້ ຫຼັງ​ຈາກ​ທີ່​ທ່ານ​ທຣຳ ​ໄດ້ຂຽນຕຳນິຕິ​ຕຽນ​ທ່ານລົງ​ twitter ນັ້ນ.

“ຂ້າພະ​ເຈົ້າ​ຂໍ​ສັນລະ​ເສີນ​ການ​ນຳພາ​ທີ່​ເຂັ້ມ​ແຂງຂອງເຈົ້າ​ຄອງນະຄອນ​ລອນ​ດອນ ທີ່​ໄດ້​ນຳ ພາ​ເມືອງດັ່ງກ່າວ​ໄປ​ໜ້າ ຫຼັງ​ຈາກ​ການ​ໂຈມ​ຕີ,” ນັ້ນຄື​ຄຳ​ເວົ້າຂອງທ່ານ Lukens ​ໄດ້​ກ່າວ​ໄວ້.

​ໃນ​ເຊົ້າ​ວັນ​ອາທິດ​ຜ່ານ​ມາ​ນີ້ ທ່ານ​ທຣຳ ​ໄດ້​ຕຳ​ນິຕິ​ຕຽນ ການ​ເປັນ​ຜູ້ນຳ​ຂອງເຈົ້າ​ຄອງນະ ຄອນ​ລອນ​ດອນ ທ່ານ Khan ຫລັງ​ຈາກ​ການ​ໂຈມ​ຕີໃນ​ວັນ​ເສົາ​ຜ່ານ​ມາ​ນີ້ທີ່​ໄດ້​ສັງຫານ ​ຢ່າງ​ນ້ອຍ 7 ຄົນ ​ແລະ​ບາດ​ເຈັບ​ສິບກວ່າ​ຄົນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG