ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວ​ໜ້າ​ນັກ​ການ​ທູດ​ ສະ​ຫະ​ລັດ​ ຮຽກ​ຮ້ອງໃຫ້ ມຽນ​ມາ ກັບ​ຄືນ “ໄປສູ່ປະຊາທິປະໄຕອັນແທ້ຈິງ”


ທ່ານແອນ​ໂທ​ນີ ບ​ລິງ​ເກັນກ່າວ​ຄຳ​ປາ​ໄສຢູ່​ສະ​ຖາບັນບໍ​ລິ​ການ​ດ້ານ​ການ​ຕ່າງ​ປະ​ເທດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຢູ່ໃນ​ເມືອງ Arlington, ລັດ​ເວີ​ຈີ​ເນຍ, ວັນ​ທີ 27 ຕຸ​ລາ, 2021
ທ່ານແອນ​ໂທ​ນີ ບ​ລິງ​ເກັນກ່າວ​ຄຳ​ປາ​ໄສຢູ່​ສະ​ຖາບັນບໍ​ລິ​ການ​ດ້ານ​ການ​ຕ່າງ​ປະ​ເທດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຢູ່ໃນ​ເມືອງ Arlington, ລັດ​ເວີ​ຈີ​ເນຍ, ວັນ​ທີ 27 ຕຸ​ລາ, 2021

ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນ​ໂທ​ນີ ບ​ລິງ​ເກັນ ຮຽກຮ້ອງໃຫ້ລັດຖະບານທະຫານທີ່ປົກຄອງປະເທດມຽນ​ມາຢູ່​ໃນ​ເວ​ລານີ້ຟື້ນຟູເສັ້ນທາງ “ໄປສູ່ປະຊາທິປະໄຕອັນແທ້ຈິງ ແລະມີ​ຫຼາຍ​ພັກ​ຝ່າຍ” ຂອງປະເທດໃນວັນຄົບຮອບ 1 ປີ ແຫ່ງໄຊຊະນະໃນການເລືອກຕັ້ງທົ່ວໄປຢ່າງຖ້ວມລົ້ນໂດຍພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ຫລື NLD ຂອງລັດຖະບານພົນລະເຮືອນທີ່ ຖືກໂຄ່ນລົ້ມໃນປັດຈຸບັນ.

ທ່ານບ​ລິງ​ເກັນກ່າວ​ໂດຍໃຊ້​ອີກຊື່ນຶ່ງ​ອີກຂອງ​ມຽນ​ມາ​ວ່າ​ “ພວກ​ເຮົາ​ໃຫ້​ກຽດ​ແກ່​ປະຊາຊົນ​ພະ​ມ້າ​ທີ່​ພະຍາຍາມ​ຟື້ນ​ຟູ​ປະຊາທິປະ​ໄຕ, ​ເຄົາລົບ​ສິດທິ​ມະນຸດ, ​ແລະ​ລະບຽບ​ກົດໝາຍ​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ, ​ໃນ​ນັ້ນ​ມີ​ຜູ້​ບໍລິສຸດ 1,300 ກວ່າ​ຄົນ ທີ່​ໄດ້​ເສຍ​ຊີວິດ​ໃນ​ການ​ຕໍ່ສູ້​ຄັ້ງ​ນີ້.”

ພັກ NLD ໄດ້ຊະນະ 396 ບ່ອນນັ່ງໃນຈຳນວນທັງໝົດ 498 ບ່ອນນັ່ງໃນ ສະພາຢູ່ໃນການເລືອກຕັ້ງໃນວັນທີ 8 ພະຈິກ 2020, ໂດຍໄດ້ເອົາຊະນະ ພັກສະຫະພັນ ແລະພັກສາມັກຄີທີ່ສະໜັບສະໜູນໂດຍທະຫານເພື່ອພະ​ຍາ​ຍາມ​ທີ່​ຈະຊະນະການເລືອກຕັ້ງຄືນໃໝ່ຢູ່ໃນການເລືອກຕັ້ງ​ແບບປະຊາທິປະ ໄຕຄັ້ງທີ 2 ຫຼັງຈາກທະຫານ ໄດ້ລົງ​ຈາກການ​ກຳອຳນາດປົກຄອງມຽນມາ ຢ່າງເປັນທາງການ ພາຍຫຼັງປົກ​ຄອງປະ​ເທດ​ແບບ​ຜະ​ເດັດ​ການ ມາ​ໄດ້ຫຼາຍ ທົດສະວັດແລ້ວນັ້ນ.

​ແຕ່​ຜົນ​ການ​ເລືອກ​ຕັ້ງນັ້ນຖືກ​ລົບ​ລ້າງ​ພຽງໃນ 3 ​ເດືອນ​ຕໍ່​ມາ​ເມື່ອ​ທະຫານ​ໄດ້​ໂຄ່ນ​ລົ້ມ​ລັດຖະບານ​ພົນລະ​ເຮືອນ​ໃນ​ວັນ​ທີ 1 ກຸມພາ 2021, ​ແລະ​ໄດ້​ຈັບ​ກຸມ​ເຈົ້າ​ໜ້າ​ທີ່​ຫຼາຍ​ຄົນ, ​ໃນ​ນັ້ນ​ລວມມີ​ທ່ານ​ນາງອອງ​ຊານ ຊູ​ຈີ, ຜູ້ນຳ​ທີ່​ແທ້​ຈິງ​ ແລະ​ປະທານາທິບໍດີວິນ ມີນ​ທ໌ (Win Myint). ທະຫານ​ກ່າວ​ວ່າ ຜົນ​ການ​ເລືອກ​ຕັ້ງ​ເປັນ​ການ​ສໍ້​ໂກງ, ຊຶ່ງ​ເປັນການ​ກ່າວ​ຫາ​ທີ່​ໄດ້ຖືກ​ປະຕິ​ເສດ​ໂດຍ​ຄະນະ​ກຳມະການ​ເລືອກ​ຕັ້ງ​ຂອງ​ປະ​ເທດ.

ທ່ານ​ນາງ​ຊູ​ຈີ​ໄດ້​ນຳພາ​ລັດຖະບານ​ພົນລະ​ເຮືອນ​ໃນ​ຖານະ​ເປັນ “ທີ່​ປຶກສາ​ແຫ່ງ​ລັດ” ພາຍຫຼັງ​ລັດຖະທຳ​ມະນູນ​ສະບັບທີ່​ຮ່າງ​ໂດຍ​ທະຫານ​ໄດ້​ຫ້າ​ມ​ທ່ານ​ນາງ ​ຢ່​າງ​ມີ​ປະ​ສິດ​ທິ​ຜົນ​ບໍ່​ໃຫ້​ທ່ານ​ນາງ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີໄດ້.

ການກໍ່ລັດຖະປະຫານໃນວັນທີ 1 ກຸມພາ ແລະ “ການປາບປາມດ້ວຍການ​ໃຊ້ຄວາມຮຸນແຮງທີ່​ດຳ​ເນີ​ນ​ໄປ​ຢູ່ນີ້ ໄດ້ບ່ອນທຳລາຍສິດທິມະນຸດ ແລະເສລີ ພາບຂັ້ນພື້ນຖານຕື່ມອີກ ແລະໄດ້ຕ່າວ​ປີ້ນຄວາມກ້າວໜ້າທີ່​ມີ​ມາໃນນຶ່ງທົດ ສະວັດ​ໃນ​ການກ້າວໄປສູ່ປະຊາທິປະໄຕຢ່າງແທ້ຈິງ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ບ​ລິງ​ເກັນທີ່ຂຽນ​ຢູ່ໃນຖະແຫຼງການສະ​ບັບ​ນຶ່ງຂອງທ່ານ.

​ໃນ​ຂະນະ​ດຽວ​ກັນ, ອົງການ​ສະຫະ​ປະຊາ​ຊາດ​ກໍໄດ້​ກ່າວ​ຢ້ຳຄືນ​ການ​ຮຽກຮ້ອງ​ຂອງ​ຕົນ​ຕໍ່​ກອງທັບ​ວ່າ​ໃຫ້ "​ເຄົາລົບ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ ​ແລະ​ເຮັດ​ໃຫ້​ປະ​ເທດ ​ກັບ​ຄືນ​ສູ່​ເສັ້ນ​ທາງຂ້າມ​ຜ່ານ​ ໄປ​ຫາ​ປະຊາທິປະ​ໄຕ."

ອ​່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG