ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Tillerson ເສັດສິ້ນ ການຢ້ຽມຢາມ ອ່າວເປີເຊຍ


ລມຕ ຕ່າງປະເທດ ສະຫະລັດ ທ່ານ Rex Tillerson ພົບປະກັບກະສັດຂອງ Qatar, Sheikh Tamim Bin Hamad Al Thani ຢູ່ພະລາດຊະວັງ ທີ່ນະຄອນ Doha ປະເທດ Qatar.
ລມຕ ຕ່າງປະເທດ ສະຫະລັດ ທ່ານ Rex Tillerson ພົບປະກັບກະສັດຂອງ Qatar, Sheikh Tamim Bin Hamad Al Thani ຢູ່ພະລາດຊະວັງ ທີ່ນະຄອນ Doha ປະເທດ Qatar.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ​ໄດ້​ເດີນທາງ​ອອກ​
ຈາກກາ​ຕ້າ ​ໃນ​ວັນ​ພະ​ຫັດ​ວານ​ນີ້ ພ້ອມ​ດ້ວຍອັນ​ທີ່​ປາ​ກົດ​ວ່າ ​ເປັນຄວາມ​ຄືບ​ໜ້າ​ພຽງ​
ເລັກ​ນ້ອຍໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ທາງ​ດ້ານ​ການ​ທູດ​ຂອງ​ທ່ານທີ່​ແນ​ໃສ່​
ເພື່ອ​ຍຸຕິ​ຄວາມ​ເຄັ່ງ​ຕຶງດ້ານ​ການ​ທູດ​ຂອງ Doha ກັບ​ບັນດາ​ສີ່ປະ​ເທດອາຣັບ.

ທ່ານ Tillerson ​ບໍ່​ຍອມ​ຕອບ​ຄຳ​ຖາມ ຫລັງ​ຈາກເສັດ​ສິ້ນການ​ພົົບ​ປະກັບກະ ສັດຂອງ
ກາ​ຕ້າ Sheik Tamim bin Hamad al-Thani ກ່ອນອອກເດີນ ທາງ​ກັບ​ຄືນ​ສູ່ວໍ​ຊິງ​
ຕັນ. ນ້ອງ​ຊາຍ​ຂອງກະສັດ​ກາ​ຕ້າ Sheik Mohammad bin Hamad al-Thani ​
ໄດ້​ກ່າວ​ຕໍ່​ທ່ານ Tillerson ວ່າ “ຫວັງ​ວ່າ​ຈະ​ໄດ້​ພົບ​ກັບ​ທ່ານ​ອີກ ພາຍ​ໃຕ້​ສະພາບການ​
ທີ່​ດີກ​ວ່າ​ນີ້.”

ທ່ານ Tillerson ​ໄດ້​ສົນທະນາ​ກັບ​ບັນດາ​ຜູ້ນຳ​ກາ​ຕ້າ ຫລັງ​ຈາກ​ໄດ້​ໃຊ້​ເວລາ​ໃນ​ວັນ​ພຸດ
ຜ່ານ​ມາ ​ຢູ່ທີ່​ເມືອງ Jeddah ​ແຄມ​ທະ​ເລ​ແດງ ​ຂອງ ​ຊາ​ອຸ​ດີ​ອາຣາເບຍ ​ໂດຍ​ໄດ້ພົບ​ປະ​
ກັບ​ບັນດາ​ນັກ​ການ​ທູດ ​ຈາກ ຊາ​ອຸ​ດີ ອາຣາ​ເບຍ ອີ​ຈິ​ບ ບາ​ເຣນ ​ແລະ​ສະຫະລັດ ອາຣັບ
​ເອ​ເມີ​ເຣັສ. ກຸ່ມ​ທີ່ຢູ່​ພາຍ​ໃຕ້​ການ​ນຳພາ ​ຂອງຊາ​ອຸ​ດີ​ດັ່ງ ກ່າວໄດ້​ຕັດຄວາມ​ສຳພັນ​ທາງ
​ການ​ທູດ​ກັບກາ​ຕ້າ​ໃນ​ຕົ້ນ​ເດືອນ​ແລ້ວ​ນີ້ ​ໂດຍ​ກ່າວ​ຫາ Doha ​ວ່າ ໃຫ້​ທຶນສະໜັບສະ
ໜູນ​ຜູ້​ກໍ່​ການ​ຮ້າຍຢູ່​ໃນ​ຂົງ​ເຂດ ​ແລະ​ມີ​ຄວາມ ​ໃກ້​ຊິດຈົນ​ເກີນ​ໄປ ກັບອີຣ່ານ​ ທີ່​ເປັນ​ຄູ່​ປໍ
​ລະ​ປັກ​ຂອງ​ບັນດາ​ປະ​ເທດ​ອາຣັບນັ້ນ. ກາ​ຕ້າ​ໄດ້​ປະ​ຕິ​ເສດ​ຕໍ່ການ​ກ່າວ​ຫານີ້.

ໃນ​ໄລຍະ​ສີ່​ມື້ ຜ່ານ​ມານີ້ ທ່ານ Tillerson ​ໄດ້​ເດີນທາງ​ໄປມາ ​ເພື່ອ​ປະຊຸມ​ຢູ່ທີ່ ​ກາ​ຕ້າ
ຊາ​ອຸ​ດີ ອາຣາ​ເບຍ ​ແລະ​ຄູເວດ ​ໃນ​ຄວາມ​ພະ​ຍາ​ຍາມ ເພື່ອ​ໄກ່​ເກ່ຍຫາທາງ​ຍຸຕິ​ການ
ຜິດຂ້ອງຕ້ອງຖຽງກັນ. ທ່ານ​ໄດ້​ເຮັດຂໍ້ຕົກ​ລົງ​ກັບກາ​ຕ້າ ທີ່​ຈະ​ເສີມຄວາມ​ເຂັ້ມ​ແຂງໃຫ້​
ແກ່ຄວາມ​ພະຍາ​ຍາມ​ເພື່ອ​ຕໍ່ຕ້ານ​ກໍ່ການ​ຮ້າຍ ​ແຕ່​ ຊາ​ອຸ​ດີ ອາ​ຣາ​ເບຍ ອີ​ຈິບ ບາ​ເຣນ ​
ແລະ​ສະຫະລັດ ອາຣັບ ​ເອ​ເມີ​ເຣັສ ກ່າວ​ວ່າ ບໍ່​ເປັນ​ທີ່​ພຽງພໍ ​ແລະ​ຍັງ​ທວງໃຫ້ກາ​ຕ້າ ​ຮັບ
​ເອົາຂໍ້​ຮຽກຮ້ອງ 13 ຂໍ້ຂອງ​ຕົນ.

Doha ໄດ້​ປະຕິ​ເສດ ​ຕໍ່​ຄຳ​ຮຽກຮ້ອງດັ່ງກ່າວ ​ໂດຍກ່າວ​ວ່າ ​ຈະ​ບ່ອນທຳລາຍ​ຕໍ່​ອະທິປະ
ໄຕ​ຂອງ​ຕົນ. ຮວມຢູ່​ໃນ​ນັ້ນ ແມ່ນຄຳ​ຂາດ​ຕໍ່ກາ​ຕ້າ​ ​ໃຫ້ປິດ​ຕາໜ່າງ​ຂ່າວ Al Jazeera
ຕັດ​ສຳພັນ​ກັບ​ກຸ່ມ​ລັດ​ອິສລາມ ​ເຊັ່ນ​ວ່າ ພັກພະລາດອນພາບມຸສ ລິມ ຈຳກັດ​ຄວາມ​
ສຳພັນກັບ​ອີຣ່ານ ​ແລະ​ຂັບໄລ່​ກອງ​ທະຫານ​ເທີ​ກີ​ອອກ​ຈາກ​ດິນແດນ​ຂອງ​ຕົນ.

​ມີ​ການ​ຖາມ ​ໃນ​ຂະນະ​ທີ່​ເດີນທາງກັບ​ຄືນ​ສະຫະລັດ​ ກ່ຽວ​ກັບ “ບັນຫາທີ່​ຍັງ​ຄ້າງ​ຄາ”
ຊຶ່ງທ່ານ Tillerson ກ່າວ​ວ່າ “ບັນຫາ​ບາງ​ຢ່າງ ຂ້າພະ​ເຈົ້າ​ຄິດ​ວ່າ ​ເປັນ​ທີ່​ຮັບ​ຮູ້​ດີ ຈຳ
ນວນ​ນຶ່ງແມ່ນ​ຢ້ອນ​ຄືນ​ໄປ​ຫລາຍໆ​ປີ ຈຳນວນ​ນຶ່ງ​ຫວ່າງ​ມໍ່​ໆ​ມາ​ນີ້ ອີກ ຈຳນວນ​ນຶ່ງ​ແມ່ນ
​ບັນຫາ​ໃນ​ປັດຈຸບັນ.”

ອ່ານຂ່າວນີ້ເພີ່່ມເປັນພາສາອັງກິດ

Tillerson Qatar
please wait
Embed

No media source currently available

0:00 0:00:38 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG