ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ລັດຖະມົນຕີການຕ່າງປະເທດ ແລະປ້ອງ ກັນປະເທດ ສຫລ ປຶກສາຫາລືກັບຄູ່ ຕໍາແໜ່ງຢູ່ກາຕາ ກ່ຽວກັບເລື້ອງ ອັຟການິສຖານ


ລັດຖະມົນຕີການຕ່າງປະເທດສະຫະລັດທ່ານແອນໂທນີ ບລິງເກັນ (ຊ້າຍ) ແລະລັດຖະມົນຕີປ້ອງກັນປະເທດ, ທ່ານລອຍ ອອສຕີນ (ທີ 2) ພົບກັບຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະະເທດ Mohammed bin Abdulrahman Al Thani ທີ່ກາຕາ
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານແອນໂທນີ ບລິງເກັນ (ຊ້າຍ) ແລະລັດຖະມົນຕີປ້ອງກັນປະເທດ, ທ່ານລອຍ ອອສຕີນ (ທີ 2) ພົບກັບຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະະເທດ Mohammed bin Abdulrahman Al Thani ທີ່ກາຕາ

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານແອນໂທນີ ບລິງເກັນ ແລະລັດຖະ ມົນຕີປ້ອງກັນປະເທດ, ທ່ານລອຍ ອອສຕີນ ໄດ້ຈັດໃຫ້ມີການພົບປະກັບຄູ່ຕຳ ແໜ່ງຝ່າຍກາຕາຂອງພວກເພິ່ນ ໃນວັນອັງຄານມື້ນີ້ ທີ່ນະຄອນຫຼວງໂດຮາຂອງກາຕາ ໂດຍເປັນສ່ວນນຶ່ງຂອງການຢ້ຽມຢາມປະເທດນັ້ນ ເພື່ອປຶກສາຫາລືກ່ຽວກັບການດໍາເນີນຄວາມພະຍາຍາມ ໃນການຍົກຍ້າຍຊາວອາເມຣິກັນ ແລະຊາວ ອັຟການິສຖານອອກ ຈາກອັຟການິສຖານ ແລະບັນຫາພາກພື້ນອັນອື່ນໆອີກ.

"ຮູ້ສຶກເປັນກຽດທີ່ໄດ້ພົບກັບທ່ານອາເມຍ ອາລ ທານີ (Amir Al Thani) ຂອງກາຕາໃນມື້ນີ້ ຢູ່ທີ່ໂດຮາກັບ@ລັດຖະມົນຕີການຕ່າງປະເທດອອສຕິນ (@SecDef Austin)," ນັ້ນຄືຂໍ້ຄວາມທີ່ທ່ານບລິງເກັນຂຽນລົງໃນທວີດເຕີໃນຕອນແລງວັນຈັນວານນີ້ ຫຼັງຈາກກອງປະຊຸມຮອບຕົ້ນກັບລັດຖະມົນຕີການຕ່າງ ປະເທດ, ໂມຮໍາມັດ ບິນ ອັບດູລຣາມານ ອາລ ທານີ (Mohammad bin Abdulrahman Al Thani). ທ່ານຂຽນອີກວ່າ "ຂ້າພະເຈົ້າສະແດງຄວາມຂອບໃຈຕໍ່ກາຕາທີ່ໄດ້ໃຫ້ການສະໜັບສະໜູນຢ່າງລົ້ນເຫລືອໃນການໃຫ້ເປັນຈຸດຜ່ານທີ່ປອດໄພ ຂອງການຂົນສົ່ງພົນລະເມືອງສະຫະລັດຫຼາຍຮ້ອຍຄົນ ແລະຊາວອັຟການິສຖານຫຼາຍສິບພັນຄົນ ແລະພວກຍົກຍ້າຍໜີກຸ່ມອື່ນໆ ອອກຈາກອັຟການິສຖານ."

ນອກເໜືອຈາກການປະຊຸມຂອງພວກເພິ່ນໃນວັນອັງຄານມື້ນີ້ກັບທ່ານອາລ ທານີ (Al Thani) ແລະທ່ານຄາລີດ ບິນ ໂມຮໍາມັດ ອາລ ອັດທີຢາ (Khalid bin Mohammed al-Attiyah), ລັດຖະມົນຕີກະຊວງປ້ອງກັນປະເທດກາຕາແລ້ວ ທ່ານບລິງເກັນ ແລະທ່ານອອສຕິນຍັງໄດ້ໄປເລາະເບິ່ງສູນດໍາເນີນຂັ້ນຕອນສົ່ງຜ່ານພວກຍົກຍ້າຍຢູ່ໃນໂດຮາ ແລະໄດ້ໄປຢ້ຽມຢາມກັບທະຫານ ແລະເຈົ້າໜ້າທີ່ການທູດຂອງສະຫະລັດອີກດ້ວຍ.

ເຈົ້າໜ້າທີ່ກະຊວງການຕ່າງປະເທດຄົນນຶ່ງກ່າວໃນວັນຈັນວານນີ້ວ່າ ຊາວອາເມ ຣິກັນອີກສີ່ຄົນ ໄດ້ອອກຈາກອັຟການິສຖານຢ່າງປອດໄພໂດຍໃຊ້ເສັ້ນທາງບົກແລະໄດ້ຖືກຕ້ອນຮັບໂດຍເຈົ້າໜ້າທີ່ສະຖານທູດຫຼັງຈາກໄດ້ຂ້າມຊາຍແດນມາແລ້ວ.

ເຈົ້າໜ້າທີ່ຄົນນີ້ບໍ່ໄດ້ບອກວ່າປະເທດໃດທີ່ຊາວອາເມຣິກັນໄດ້ຂ້າມຊາຍແດນເຂົ້າໄປ. ອັຟການິສຖານມີຊາຍແດນຕິດກັບອີຣ່ານ, ເຕີກເມນິສຖານ, ອຸສເບັກກິສຖານ, ຕາຈິກກິສຖານ ແລະປາກິສຖານ.

ເຖິງແມ່ນວ່າໃນຂະນະທີ່ພວກກະບົດຕາລີບານທີ່ປັດຈະບັນນີ້ຄວບຄຸມອັຟການິສຖານໄດ້ຂັດຂວາງການບິນທາງອາກາດທີ່ບັນທຸກຊາວອາເມຣິກັນ ແລະຊາວອັຟການິສຖານຫຼາຍຄົນ ທີ່ຕ້ອງການໜີອອກຈາກປະເທດໄປ, ເຈົ້າໜ້າທີ່ກະຊວງການຕ່າງປະເທດກ່າວວ່າ ພວກຕາລີບານບໍ່ໄດ້ຂັດຂວາງການເດີນທາງຂອງບຸກ ຄົນທັງສີ່ ແລະຮູ້ກ່ຽວກັບການເດີນທາງຂອງພວກເຂົາເຈົ້າຢູ່.

ຫຼັງຈາກການຢ້ຽມຢາມກາຕາແລ້ວ, ທ່ານ ບລິງເກັນ ຈະເດີນທາງໄປເຢຍຣະມັນເພື່ອພົບກັບທະຫານສະຫະລັດ ແລະຊາວອົບພະຍົບອັຟການິສຖານຢູ່ທີ່ຖານທັບອາກາດສະຫະລັດແຣມສຕາຍ (Ramstein).

ນອກນັ້ນທ່ານຍັງມີກຳນົດທີ່ຈະນຳພາກອງປະຊຸມທາງອອນລາຍ ຂອງລັດຖະ ມົນຕີ 20 ປະເທດກ່ຽວກັບອັຟການິສຖານໃນວັນພຸດມື້ອື່ນພ້ອມກັບລັດຖະມົນຕີການຕ່າງປະເທດເຢຍຣະມັນ, ທ່ານໄຮໂກ ມາອາສ (Heiko Maas).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG