ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານ ລະດັບສູງ ຂອງສະຫະລັດ ໃຫ້ການຮັບຮອງ ຢາວັກຊີນ ທີ່ຄາດໝາຍວ່າ ມີປະສິດທິພາບ


ແພດຄົນນຶ່ງ ກຳລັງກຽມເຂັມສັກຢາວັກຊີນກັນ COVID-19 ທີ່ເປັນສ່ວນນຶ່ງຂອງຢາວັກຊີນ ທີ່ໄດ້ຜະລິດໂດຍສະຖາບັນ ສາທາລະນະສຸກ ແລະບໍໍລິັສັດ ໂມເດີຣນາ ໄອເອັນຊີ (Moderna Inc.), ໃນເມືອງບິງແຮມຕັນ ລັດນິວຢອກ, ເດືອນກໍລະກົດ ທີ 27, 2020.
ແພດຄົນນຶ່ງ ກຳລັງກຽມເຂັມສັກຢາວັກຊີນກັນ COVID-19 ທີ່ເປັນສ່ວນນຶ່ງຂອງຢາວັກຊີນ ທີ່ໄດ້ຜະລິດໂດຍສະຖາບັນ ສາທາລະນະສຸກ ແລະບໍໍລິັສັດ ໂມເດີຣນາ ໄອເອັນຊີ (Moderna Inc.), ໃນເມືອງບິງແຮມຕັນ ລັດນິວຢອກ, ເດືອນກໍລະກົດ ທີ 27, 2020.

ຜູ້ນຳຊ່ຽວຊານດ້ານໄວຣັສໂຄໂຣນາ ຂອງສະຫະລັດ 2 ທ່ານ ໄດ້ກ່າວໃນວັນອາທິດວານນີ້ ວ່າ ໃນທາງສ່ວນຕົວແລ້ວ ພວກເພິ່ນຈະບໍ່ມີຄວາມເປັນຫ່ວງກ່ຽວກັບການສັກຢາວັກຊີນກັນໄວຣັສ ທີ່ຢູ່ພາຍໃນຂັ້ນທົບທວນຄືນ ຄັ້ງສຸດທ້າຍນັ້ນ ແຕ່ໄດ້ສົ່ງສຽງອອກມາເຖິງຄວາມກັງວົນກ່ຽວກັບຄວາມບໍ່ເຊື້່ອໝັ້ນກັບຢາວັກຊີນຂອງມະຫາຊົນຊາວອາເມຣິກັນ ທີ່ຍັງມີຢູ່ຕໍ່ເນື່ອງ.

“ຢາວັກຊີນເຫຼົ່ານີ້ ແມ່ນມີປະສິດທິພາບສູງ” ນັ້ນແມ່ນຄໍາເວົ້າຂອງທ່ານມົນເສັຟ ສລາວອຸຍ (Moncef Slaoui) ຫົວໜ້າທີ່ປຶກສາດ້ານວິທະຍາສາດສຳລັບປະຕິ ບັດການຄວາມໄວສູງສຸດ ຫຼື Operation Warp Speed ຊຶ່ງເປັນຄວາມພະ ຍາຍາມຂອງລັດຖະບານສະຫະລັດ ເພື່ອຜະລິດຢາວັກຊີນກັນໄວຣັສໂຄໂຣນາ ທີ່ໄດ້ກ່າວຕໍ່ ລາຍການ “This Week” ຂອງອົງການຂ່າວໂທລະພາບ ABC. ທ່ານໄດ້ກ່າວອີກວ່າ “ຂ້າພະເຈົ້າຮູ້ສຶກດີ ທີ່ຈະສັກຢາວັກຊີນນີ້.”

ພວກຢາວັກຊີນທີ່ໄດ້ຖືກພັດທະນາຂຶ້ນມາຕ່າງຫາກ ໂດຍທີມງານຜະລິດຢາຢູ່ທີ່ບໍລິສັດຟາຍເຊີຣກັບບາຍໂອເອັນເທັກ (Pfizer-BioNTech) ແລະໂມເດີຣນາ (Moderna) ໄດ້ສະແດງໃຫ້ເຫັນວ່າ ມີປະສິດຖິພາບເຖິງ 95 ເປີເຊັນ ໃນການທົນລອງ ແລະດຽວນີ້ ກຳລັງລໍຖ້າການຮັບຮອງໂດຍລັດຖະບານ ເພື່ອນຳໃຊ້ທົ່ວໄປ ໃນຂະນະທີ່ຫຼາຍສິບພັນຄົນຕິດເຊື້ອໄວຣັສໃໝ່ທີ່ໄດ້ຖືກບັນທຶກໃນແຕ່ລະວັນຢູ່ໃນສະຫະລັດຢູ່ນັ້ນ.

ແຕ່ການຢັ່ງຫາງສຽງໃນທົ່ວສະຫະລັດ ສະແດງໃຫ້ເຫັນວ່າ ປະມານສີ່ໃນສິບຄົນໃດຂອງຊາວອາເມຣິກັນຍັງຄົງບໍ່ເຊື່ອໝັ້ນກ່ຽວກັບການຮັບສັກຢາວັກຊີນດັ່ງກ່າວ.

ການທົບທວນຄືນຂອງລັດຖະບານ ແມ່ນເປັນໄປໄດ້ສູງ ທີ່ຈະສຳເລັດພາຍໃນອີກບໍ່ເທົ່າໃດອາທິດຂ້າງໜ້ານີ້ແລະຫຼາຍລ້ານຊຸດຫຼືໂດສຂອງຢາວັກຊີນອາດມີ ໃຫ້ໃຊ້ກ່ອນທ້າຍປີນີ້ ຊຶ່ງໃນເບື້ອງຕົ້ນ ມີໃຫ້ແກ່ພວກພະນັກງານສາທາລະນະສຸກ ແລະສ່ວນໃຫຍ່ໃຫ້ແກ່ພວກຜູ້ເຖົ້າແກ່ຊະລາທີ່ມີຄວາມສ່ຽງສູງຢູ່ໃນສະຖານບ້ານພັກເບິ່ງແຍງຜູ້ສູງອາຍຸ.

ທ່ານສລາວອຸຍໄດ້ກ່າວວ່າ “ຂ້າພະເຈົ້າເປັນຫ່ວງຫຼາຍກ່ຽວກັບຄວາມບໍ່ເຊື່ອໝັ້ນນັ້ນ.”

ສ່ວນທ່ານໝໍ ແອນໂທນີ ຟາວຈີ ນັກຊ່ຽວຊານຂັ້ນສູງ ດ້ານພະຍາດຕິດແປດ ຂອງສະຫະລັດໄດ້ກ່າວຕໍ່ລາຍການ “Face the Nation” ຂອງອົງການຂ່າວໂທລະພາບ CBS ວ່າ ທ່ານບໍ່ມີຄວາມຢ້ານເລີຍ ທີ່ຈະທຳການສັກຢາວັກຊີນ.

ທ່ານຟາວຈີ ກ່າວອີກວ່າ “ຖ້າຂ້າພະເຈົ້າຢູ່ພາຍໃນກຸ່ມ ທີ່ຖືກແນະນຳໃຫ້ສັກຢາວັກຊີນ ແນ່ນອນຂ້າພະເຈົ້າກໍຈະສັກ. ຂ້າພະເຈົ້າຈະບໍ່ລັ່ງເລໃຈທີ່ຈະສັກມັນ. ຫຼືຈະບໍ່ລັ່ງເລໃຈ ທີ່ຈະແນະນຳໃຫ້ຄອບຄົວຂອງຂ້າພະເຈົ້າສັກມັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG